ການເລືອກຕັ້ງທີ່ນະຄອນຫຼວງ ວຽງຈັນ
2016.03.21
ການເລືອກຕັ້ງ ເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະມາຊິກ ສະພາ ຂັ້ນແຂວງ ຊຸດທຳອິດ ໃນວັນທີ 20 ມິນາ 2016 ໄດ້ສິ້ນສຸດລົງ ເປັນທີ່ ຮຽບຮ້ອຍ ຊຶ່ງມີການ ຮັກສາ ຄວາມສງົບ ຢ່າງໜາແໜ້ນ.
ສໍາລັບ ບັນຍາກາດ ການປ່ອນບັດ ເລືອກຕັ້ງ ຢູ່ ນະຄອນຫຼວງ ວຽງຈັນ ກໍຜ່ານໄປ ດ້ວຍຄວາມ ຮຽບຮ້ອຍ. ຕາມການ ບອກເລົ່າ ຂອງ ປະຊາຊົນ ຈາກ ນະຄອນຫຼວງ. ຢູ່ບາງເຂດ ເລືອກຕັ້ງ ບ່ອນທີ່ມີ ປະຊາຊົນ ຫຼາຍ ມາປ່ອນບັດ ໃຊ້ສິດ ບັນຍາກາດ ກໍຟົດຟື້ນ ແດ່, ສ່ວນບາງເຂດ ມີຜູ້ມາ ປ່ອນບັດໜ້ອຍ ກໍ ເປັນໄປ ແບບງຽບເຫງົາ.
ຢູ່ໃນເຂດ ໜ່ວຍເລືອກຕັ້ງ ເມືອງ ຫາດຊາຍຟອງ, ເມືອງ ສີສັຕຕະນາກ ແລະ ເມືອງ ໄຊທານີ, ເຈົ້າໜ້າທີ່ ທັງ ທະຫານ ແລະ ຕຳຣວດ ຮັກສາ ຄວາມສງົບ ຢ່າງເຂັ້ມງວດ, ບໍ່ ອະນຸຍາດ ໃຫ້ ຜູ້ມາ ປ່ອນບັດ ເລືອກຕັ້ງ ຖ່າຍຮູບ ໃນ ສະຖານທີ່. ຕາມທີ່ ຊາວບ້ານ ທ່ານນຶ່ງ ເຂດ ເມືອງ ໄຊທານີ ໄດ້ກ່າວວ່າ ຕໍ່ ເອເຊັຽເສຣີ ຕອນນຶ່ງວ່າ:
“ກະຖືວ່າ ຢູ່ເຂດຂ້ອຍນີ້ ກະຖືວ່າ ເຫຕການ ປົກກະຕິ, ການເລືອກ ກະຖືວ່າເພິ່ນ ໃຫ້ເປັນ ອິສຣະ ເນາະ. ແຕ່ວ່າການ ຖ່າຍຮູບ ຖ່າຍຮອຍ ເພິ່ນ ບໍ່ໃຫ້ຖ່າຍ. ຂ້ອຍກະວ່າ ຊິຖ່າຍຮູບ ເອົາລົງ ອິນເຕີເນັດ ວ່າເຮົາໄປ ອອກສິດ ອອກສຽງ ເນາະ ກະບໍ່ເຂົ້າໃຈ ວ່າເປັນຫຍັງ ເພິ່ນຄືບໍ່ ໃຫ້ຖ່າຍ".
ທ່ານ ກ່າວຕື່ມວ່າ ບໍ່ເຂົ້າໃຈ ເປັນຫຍັງ ເຈົ້າໜ້າທີ່ ຈຶ່ງ ບໍ່ອະນຸຍາດ ໃຫ້ຖ່າຍຮູບ ທັງໆທີ່ ບາງເຂດ ເລືອກຕັ້ງ ກໍຍັງໃຫ້ ຖ່າຍໄດ້ຕາມ ປົກກະຕິ.
ຕາມແຈ້ງການ ຂອງ ກອງເລຂາ ຄນະ ກັມມະການ ການເລືອກຕັ້ງ, ສະພາ ແຫ່ງຊາດ ວ່າ ການປ່ອນບັດ ເລືອກຕັ້ງ ຢ່າງ ເປັນທາງການ ໄດ້ເລີ້ມຂຶ້ນ ໃນເວລາ 8 ໂມງເຊົ້າ ແລະ ຫີບ ປ່ອນບັດ ກໍປິດລົງ ເວລາ 4:30 ຕອນແລງ. ການເລືອກຕັ້ງ ສສຊ ແລະ ສສຂ, ສະເພາະ ໃນ ນະຄອນຫຼວງ ວຽງຈັນ ມີຜູ້ຮັບສມັກ ເລືອກຕັ້ງ ສສຊ ທັງໝົດ 24 ທ່ານ. ຜູ້ທີ່ມາ ປ່ອນບັດ ເລືອກຕັ້ງ ໄດ້ຮັບຄໍາ ແນະນໍາ ໃຫ້ ຂີດຂ້າ ອອກ 7 ທ່ານ, ເລືອກ ເອົາພຽງ 14 ທ່ານ. ໃນເວລາ ດຽວກັນ, ຜູ້ຮັບສມັກ ສສຂ ປະຈຳ ແຕ່ລະເມືອງ ຈະມີພຽງ 3 ທ່ານ, ແລະ ໃຫ້ຜູ້ ປ່ອນບັດ ເລືອກຕັ້ງ ຂີດຂ້າອອກ 1 ທ່ານ, ເລືອກເອົາ ພຽງ 2 ທ່ານ.