ເຈົ້າຂອງຟາມເສືອຖືກຂ້າ ອາຈກ່ຽວ ທຸຣະກິຈ: ເຈົ້າໜ້າທີ່

ໄຊຍາ
2019.04.30
f-tiger ປະຊາຊົນ ທີ່ ຢາກຮູ້ຢາກເຫັນ ໃນເຫດການຈູ່ໂຈມ ເຂົ້າສັງຫານກັນ ດ້ວຍອາວຸດສົງຄາມ ແບບບໍ່ເກງກົວ ຕໍ່ກົດໝາຍບ້ານເມືອງ
ຮູບພາບຈາກ : ນັກຂ່າວພົລເມືອງ

ທ້າວຈຶກ ໄຊຍະວົງ ອາຍຸ 50 ປີ ນັກທຸຣະກິຈ ເຊື້ອຊາດໄທ ສັນຊາດລາວ ເຈົ້າຂອງຟາມລ້ຽງເສືອ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ທີ່ຖືກ ຄົນຮ້າຍ ຍິງຈົນເສັຽຊີວິດ ຢູ່ບໍຣິເວນ ຮ້ານຕັດເລັບແຫ່ງນຶ່ງ ໃກ້ກັບຮ້ານ ລ້າງອັດສີດຣົດ ຢູ່ເມືອງທ່າແຂກ ເມື່ອວັນທີ 28 ເມສາ ຜ່ານມາ, ເຈົ້າໜ້າທີ່ ຕຳຣວດ ປກສ ແຂວງຄຳມ່ວນ ສັນນິຖານວ່າ ອາດຖືກລອບຂ້າ ຍ້ອນຂໍ້ຂັດແຍ່ງ ດ້ານທຸຣະກິຈ ຫຼືເຣື່ອງສ່ວນໂຕ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ກຳລັງຕິດຕາມຄົນຮ້າຍ ມາດຳເນີນຄະດີຢູ່, ດັ່ງເຈົ້າໜ້າທີ່ ປກສ ເມືອງທ່າແຂກ ກ່າວຕໍ່ສຳນັກຂາວເອເຊັຽເສຣີ ເມື່ອວັນທີ 30 ເມສາ ວ່າ:

"ຄືບໜ້າຢູ່ ເຂົາເຈົ້າຍັງເຮັດ ຢູ່ຣະຫວ່າງ ແຂວງກັບເມືອງນຳກັນ ຢູ່ນີ້ຍັງບໍ່ຮູ້ສາເຫດ.”

ເຈົ້າໜ້າທີ່ຫ້ອງການສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ໄດ້ກ່າວຜ່ານສື່ທ້ອງຖິ່ນວ່າ ໃນພື້ນທີ່ເກີດເຫດ ພົບປືນສັ້ນ 1 ກະບອກ ແລະ ພົບກະສອບລູກປືນຕົກຢູ່ພື້ນ 8 ລູກ ຈຶ່ງເກັບໄວ້ເປັນຫຼັກຖານ. ກ່ອນເກີດເຫດ ຜູ້ເສັຽຊີວິດ ແລະເມັຽ ໄດ້ຂັບຣົດມາຈອດ ລ້າງອັດສີດຣົດ ຢູ່ເຂດບ້ານ ທ່າແຂກເໜືອ ຈາກນັ້ນໄດ້ຂັບຣົດເກັງ ອີກຄັນນຶ່ງ ໄປກິນເບັຽກັບເມັຽ ແລະ ໄດ້ຂັບຣົດ ກັບມາບ່ອນເກົ່າ ແລະ ຍ່າງເຂົ້າໄປ ໃນຮ້ານຕັດເລັບ ທີ່ຢູ່ຕິດກັນ.

ຈາກນັ້ນຄົນຮ້າຍບໍ່ຮູ້ຈຳນວນ ໄດ້ຂັບຣົດກະບະ ໂຕໂຢຕ້າສີດຳ ມາຈອດຢູ່ກົງກັນຂ້າມກັບຮ້ານຕັດເລັບ ແລ້ວໃຊ້ປືນຍິງ ທ້າວຈຶກ ຈຳນວນ 3 ລູກ ແລ້ວຄົນຮ້າຍ ຍ່າງເຂົ້າມາໃຊ້ປືນອາກ້າຍິງຊໍ້າເປັນເທື່ອທີ່ສອງ ເຮັດໃຫ້ຜູ້ກ່ຽວເສັຽຊີວິດຄາທີ່ ກ່ອນທີ່ຄົນຮ້າຍຈະພາກັນ ຫຼົບໜີໄປ.

ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ແຂວງຄຳມ່ວນ ກຳລັງຢູ່ໃນຂັ້ນຕອນ ຮີບໂຮມຂໍ້ມູນຫຼັກຖານ ເພື່ອຕິດຕາມຫາຜູ້ກໍ່ເຫດ ມາດຳເນີນຄະດີ ຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.