ຄົນງານລາວຍອມຮັບຜິດ
2016.05.29

ຄົນງານລາວ 3 ຄົນ ຈາກໄທ ທີ່ຖືກ ເຈົ້າຫນ້າທີ່ ລາວ ຈັບ ເມື່ອເດີນທາງ ກັບມາບ້ານ ເພື່ອເຮັດໃບ ຜ່ານແດນ ໃຫມ່ ພວກຂະເຈົ້າ ໄດ້ ສາຣະພາບ ຜິດ ຕໍ່ທາງການລາວ ແລະ ປະຊາຊົນ ທົ່ວປະເທດ ຜ່ານທາງ ໂທຣະພາບ ກະຊວງ ປ້ອງກັນ ຄວາມສງົບ ສປປລາວ.
ທ້າວ ສົມພອນ ພິມມະສອນ ອາຍຸ 29 ປີ ແລະ ນາງ ຫຼອດ ທັມມະວົງ ອາຍຸ 32 ປີ ແລະ ທ້າວ ສຸການ ໃຈທັດ ອາຍຸ 32 ປີ ຖືກ ທາງການລາວ ຈັບໃນຂໍ້ຫາ ຍຸຍົງ ປຸກຣະດົມ ຕໍ່ຕ້ານ ພັກຣັຖ ໃນເຄືອຂ່າຍ ອິນເຕີເນັດ ທັງສາມ ສາຣະພາບ ຕໍ່ທາງການລາວ ວ່າ ພວກຕົນ ຍອມຮັບຜິດ ໃນ ການກະທຳ ແລະ ຂໍໂທດຕໍ່ ຣັຖບານ ແລະວ່າ ຈະບໍ່ເຮັດອີກ. ດັ່ງ ທ້າວ ສົມພອນ ພິມມະສອນ ນຶ່ງໃນຜູ້ຕ້ອງຫາ ສາຣະພາບ ວ່າ: --ສຽງ
ໃນຂນະດຽວກັນ ຜູ້ຕ້ອງຫາ ຄົນທີສອງ ຄືທ້າວ ສຸການ ໃຈທັດ ແລະ ຄົນທີສາມ ນາງຫລອດ ທັມມະວົງ ກໍ ສາຣະພາບ ຜິດ ໃນການ ກະທຳ ຂອງຕົນ ເຊັ່ນກັນ ລາວເວົ້າວ່າ ລາວຮູ້ເທົ່າ ບໍ່ເຖິງການ ເຊື່ອຟັງ ການປຸກຣະດົມ ຂອງຄົນອື່ນ ແລະ ຂໍໂທດ ຕໍ່ຣັຖບານ ແລະ ປະຊາຊົນລາວ. ດັ່ງ ທ້າວສຸການ ເວົ້າວ່າ: ---ສຽງ
ປັດຈຸບັນ ຍັງບໍ່ຮູ້ວ່າ ສາມຄົນນີ້ ຈະຖືກສານລາວ ຕັດສີນ ໃຫ້ ຈຳຄຸກ ຈັກປີ. ຫຼືວ່າ ຄວນປ່ອຍຂະເຈົ້າ ໃຫ້ເປັນອິສຣະ ເພາະຂະເຈົ້າ ຍອມຮັບຜິດ ແລ້ວ. ທາງການລາວ ຄວນ ປະຕິບັດ ເຣື້ອງ ສິດທິມະນຸດ ໃນ ຖານະຈະເປັນ ປະທານວຽນ ອາຊຽນ ໃນປີນີ້.