ທ.ທອງລຸນສີສຸລິດຍົກບັນຫາ ຣະເບີດ ບໍ່ແຕກ

ສົມເນ
2014.09.30
f-default ທ.ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງປະເທດລາວ ຖແລງຢູ່ກອງປະຊຸມຫລວງ ສະຫະປະຊາຊາຕ ໃນວັນຈັນ ວັນທີ່ 29 ກັນຍາ
RFA

 

ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງ ປະເທດ ລາວ ຖແລງ ຢູ່ ກອງປະຊຸມ ຫລວງ ສະຫະ ປະຊາຊາຕ ໃນວັນຈັນ ວັນທີ່ 29 ກັນຍາ ນີ້ວ່າ ສປປລາວ ສືບຕໍ່ ມີຄວາມ ອ່ອນໄຫວ ແລະ ປະເຊີນກັບ ສິ່ງທ້າທາຍ ຫລາຍດ້ານ ໂດຍສະເພາະ ໃນການ ຈັດຕັ້ງ ປະຕິບັດ ຄາດ ໝາຍ ຂອງ ເປົ້າໝາຍ ສະຫັດສະວັດ ເພື່ອ ການພັທນາ ເປັນຕົ້ນ ແມ່ນ ການຫລຸດຜ່ອນ ອັຕຣາ ການຂາດ ສານອາຫານ ຂອງ ເດັກນ້ອຍ ຫລຸດຜ່ອນ ການຕາຍ ຂອງ ແມ່ແລະເດັກ ແລະ ການ ຫລຸດຜ່ອນ ຜົນກະທົບ ຂອງ ຣະເບີດ ບໍ່ທັນແຕກ ທີ່ ຕົກຄ້າງ ໃນ ປາງສົງຄາມ:

"ໂດຍເຫັນ ຄວາມສໍາຄັນ ຕໍ່ບັນຫາ ດັ່ງກ່າວ ສປປ ລາວ ຈຶ່ງສເນີ ເອົາບັນຫາ ການແກ້ໄຂ ຣະເບີດ ທີ່ ບໍ່ທັນແຕກ ເຂົ້າເປັນ ເປົ້າໝາຍ ແຫ່ງຊາຕ ເປັນ ເປົ້າໝາຍ ຄືເກົ່າ ເນື່ອງຈາກ ຍັງມີ ພາລະ ໜັກໜ່ວງ ໃນ ການແກ້ໄຂ ຣະເບີດ ບໍ່ທັນແຕກ ເພາະ ເປັນ ອຸປສັກ ສໍາຄັນ ຕໍ່ ການພັທນາ ແລະ ການຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ".

ພ້ອມນັ້ນ ທ່ານ ທອງລຸນ ໄດ້ຮຽກຮ້ອງ ໃຫ້ ຫລາຍ ປະເທດ ເຂົ້າຮ່ວມ ເປັນພາຄີ ສົນທິ ສັນຍາ ວ່າດ້ວຍ ການຈໍາກັດ ຣະເບີດ ລູກຫວ່ານ ເພື່ອນໍາໄປ ສູ່ການ ຍຸຕິ ການຜລິດ ການນໍາໃຊ້ ແລະ ການຂາຍ ອາວຸດ ດັ່ງກ່າວ. ທ່ານວ່າ ປັດຈຸບັນ ມີ 86 ປະເທດ ແລ້ວທີ່ ເຂົ້າຮ່ວມ ເປັນພາຄີ ສົນທິ ສັນຍາ.

ຕໍ່ບັນຫາ ຂັດແຍ້ງ ໃນ ຕະເວັນອອກ ກາງ ໂດຍສະເພາະ ຣະຫ່ວາງ ອິສຣາແອນ ກັບ ປາແລັສຕາຍ ທ່ານວ່າ ສປປ ລາວ ຂໍຮ່ວມກັບ ສັງຄະນາຍາຕ ປະຊາຄົມ ສາກົນ ສນັບສນູນ ໃຫ້ ສ້າງຕັ້ງ 2 ຣັດ ເອກກະຣາດ ປາແລັສຕາຍ ແລະ ອິສຣາແອນ ເພື່ອ ຢູ່ຮ່ວມກັນ ແບບ ສັນຕິ.

ຕໍ່ການ ຈັດຕັ້ງ ອາຊຽນ ນັ້ນ ທ່ານ ທອງລຸນ ວ່າ ສປປລາວ ມີຄວາມ ໝັ້ນໃຈວ່າ ການ ເຂົ້າຮວມໂຕ ເປັນເສຖກິດ ອາຊຽນ ໃນປີ 2015 ນີ້ ຈະ ກາຍເປັນຈິງ ແລະ ວ່າ ອາຊຽນ ກໍາລັງ ສ້າງ ວິສັຍທັສ ພາຍຫລັງ ປີ 2015 ແນໃສ່ ຊຸກຍູ້ ຄວາມ ເຂັ້ມແຂງ ແລະ ຄວາມເປັນ ປຶກແຜ່ນ:

"ພວກ ຂ້າພະເຈົ້າ ຫວັງວ່າ ວົງຄະນະຍາຕ ສາກົນ ຈະ ໃຫ້ການ ສນັບສນູນ ວິໄສທັສ ຂອງ ອາຊຽນ ລວມທັງ ການເປັນ ປະທານ ອາຊຽນ ຂອງລາວ ໃນປີ 2016"

ກ່ຽວກັບ ການແກ້ໄຂ ບັນຫາ ສະເພາະ ຂອງ ປະເທດ ທີ່ ບໍ່ມີເຂດ ແດນ ຕິດກັບ ທະເລ ຮ່ວມທັງ ສປປ ລາວ ນັ້ນ ທ່ານວ່າ ຍັງບໍ່ທັນ ມີການ ຈັດຕັ້ງ ປະຕິບັດ ຢ່າງ ແທ້ຈິງ ຈຶ່ງເຮົດໃຫ້ ປະເທດ ເຫລົ່ານີ້ ປະເຊີນກັບ ຂໍ້ຈໍາກັດ ຫລາຍຢ່າງ ໃນການ ພັທນາ ປະເທດ ຂອງຕົນ ຊຶ່ງ ສ່ວນຫລາຍ ແລ້ວ ເປັນ ປະເທດ ທຸກຍາກ ທີ່ສຸດ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.