ໂຮງຮຽນຢູ່ລາວຍັງບໍ່ມີຄຣູ ພຽງພໍ

ອະວາຣີ
2014.08.27
F-School ໂຮງຮຽນປະຖົມສົມບູນ ບ້ານໂພນສູງ ຊື່ງຢູ່ບໍ່ຫ່າງໄກຈາກ ນະຄອນຫລວງວຽງຈັນ
Citizen Journalist

 

ໂຮງຮຽນ ຢູ່ລາວ ພ້ອມແລ້ວ ທີ່ຈະເປີດ ສົກຮຽນປີ 2014-15 ແຕ່ ໂຮງຮຽນ ສ່ວນຫລາຍ ຍັງຂາດຄຣູ ໂດຍສະເພາະ ໂຮງຮຽນ ໃນເຂດ ຊົນນະບົດ ສອກຫລີກ ຫ່າງໄກ ແລະ ໂຮງຮຽນ ເອກກະຊົນ ໃນເມືອງ. ເຖິງວ່າຈະ ໃຫ້ເງິນເດືອນ ສູງກວ່າ ໂຮງຮຽນ ຣັດ, ໂຮງຮຽນ ເອກກະຊົນ ກໍຍັງຫາ ຄຣູຍາກ ເພາະນາຍຄຣູ ຫລື ນັກສຶກສາ ຮຽນຈົບຄຣູ່ ໃໝ່ໆ ມັກເປັນຄຣູ ຂອງ ຣັດ ຫລາຍກວ່າ ເພາະເຖິງ ຈະໄດ້ ເງິນ ເດືອນໜ້ອຍ ແຕ່ເປັນ ພະນັກງານ ຂອງຣັດ ກໍ່ມີ ສວັດດີການ ດີ ຫລາຍຢ່າງ ເຊັ່ນ ປະກັນ ສຸຂພາບ ແລະ ເບັ້ຽບຳນານ ເປັນຕົ້ນ. ພະນັກງານ ໂຮງຮຽນ ເອກກະຊົນ ຊື່ ດັງແຫ່ງນຶ່ງ ໃນນະຄອນ ຫລວງ ວຽງຈັນ ອະທິບາຍ ກ່ຽວກັບ ເຣື່ອງນີ້ ຕື່ມວ່່າ:

"ໝົດທຸກຄົນ ຢາກເຮັດ ນຳຣັດ ເພາະຣັດ ມີ ບໍຣິການ ດີກວ່າ ນຶ່ງ ຣັດ ໃຫ້ບຳນານ ກິນ ຕລອດຊີວິດ ແຕ່ ເອກກະຊົນ ເຮົາບໍ່ສາມາດ ໃຫ້ ບຳນານ ແຕ່ ເງິນເດືອນ ອາດຈະ ສູງກວ່າ; ແຕ່ ສ່ວນຫລາຍ ດຽວນີ້ ເຂົາເຈົ້າ ເລືອກຣັດ ແລ້ວ ເອກກະຊົນ ກໍເລີ້ມມີ ຄວາມ ຫຍຸ້ງຍາກ ສຳຣັບຄຣູ ເຂົາເຈົ້າ ຢາກເຮັດນຳ ຣັດ ຫລາຍກວ່າ."

ເມື່ອປີກາຍ ທົ່ວ ປະເທດລາວ ຂາຍຄຣູ ເຖິງ 9,000 ຄົນ ບັນຫາໃຫຽ່ ອີກຢ່າງນຶ່ງ ກ່ຽວກັບ ການສຶກສາ ຢູ່ລາວ ກໍແມ່ນ ການຊື້ຈ້າງ ເຂົ້າຮຽນ. ເມື່ອອາທິດ ກ່ອນ ຂ່າວ ຣາຍງານ ວ່າ ກ່ອນຈະໄດ້ ເຂົ້າໂຮງຮຽນ ຊື່ດັ່ງ ເຊັ່ນ ໂຮງຮຽນ ມັທຍົມ ວຽງຈັນ ຫລື ໂຮງຮຽນ ມິຕພາບ ລາວ-ວຽດນາມ ນັກຮຽນ ຕ້ອງຈ້າງເຂົ້າ ຫລາຍ ໝື່ນບາດ. ນອກຈາກນັ້ນ ໂຮງຮຽນ ໃນເຂດ ຊົນນະບົດ ກໍຍັງຂາດ ຫ້ອງຮຽນ ອຸປກອນ ການຮຽນ ແລະ ຄຣູຜູ້ນຶ່ງ ຕ້ອງສອນ ຫລາຍຊັ້ນ ແລະ ນັກຮຽນ ຫລາຍ ເກີນໄປ.

ຕໍ່ບັນຫາ ທີ່ວ່າ ຊາວລາວ ຜູ້ ເປັນພໍ່ແມ່ ມັກສົ່ງລູກ ຫລານໄປ ໂຮງຮຽນ ເອກກະຊາຊົນ ຫລາຍກວ່າ ໂຮງຮຽນຣັດ ນັ້ນ ພະນັກງານ ຂອງ ໂຮງຮຽນ ເອກກະຊົນ ຊື່ດັ່ງ ແຫ່ງນັ້ນ ເວົ້າວ່າ ບໍ່ແມ່ນ ຂື້ນກັບຄວາມ ສະດວກ; ໂຮງຮຽນ ທຸກແຫ່ງ ຢູ່ລາວ ຈະເປັນ ໂຮງຮຽນ ເອກກະຊົນ ຫລື ໂຮງຮຽນຫລວງ ສອນຫລັກສູດ ດຽວກັນ ແຕ່ຕ່າງຢ່າງ  ນຶ່ງຄື ໂຮງຮຽນ ເອກກະຊົນ ຈະ ຈັດໃຫ້ນັກ ຮຽນກິນ ເຂົ້າທ່ຽງ ຢູ່ ໂຮງຮຽນ ນັກຮຽນ ບໍ່ຈຳເປັນ ຕ້ອງກັບໄປ ກີນເຂົ້າ ທ່ຽງ ຢູ່ເຮືອນ; ສ່ວນ ໂຮງຮຽນຣັດ ນັ້ນ ປ່ອຍໃຫ້ນັກຮຽນ ກັບຄືນ ບ້ານ ຕອນທ່ຽງ ຊຶ່ງ ບາງເທື່ອ ກໍເປັນ ອັນຕະຣາຍ ຕໍ່ນັກຮຽນ.

ແຕ່ ເມື່ອປີກາຍ ໜັງສືພິມ ວຽງຈັນ ທາມສ ຂອງ ທາງການລາວ ຣາຍງານວ່າ ພໍ່ແມ່ ມັກສົ່ງລູກໄປ ໂຮງຮຽນ ເອກກະຊົນ ເພາະ ໂຮງ ຮຽນ ເອກກະຊົນ ສອນດີ ມີຄຸນນະພາບ ກວ່າ ຈົນ ໂຮງຮຽນ ຂອງຣັດ ຫລາຍແຫ່ງໃນນະຄອນຫລວງວຽງຈັນ ຖືກປິດລົງ ເພາະບໍ່ມີ ນັກຮຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.