ເສຖກິຈສັງຄົມລາວ ຄືບັນຫາ ພົ້ນເດັ່ນ: ສະພາແຫ່ງຊາດ

ໄຊຍາ
2018.06.05
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາຕລາວ ກ່າວເປີດກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 8 ໃນຕອນເຊົ້າຂອງ ວັນທີ 05 ມິຖຸນາ 2018
Screen captured : TV Lao HD

ໃນຕອນເຊົ້າຂອງວັນທີ 05 ມິຖຸນາ 2018 ທີ່ສູນການປະຊຸມແຫ່ງຊາຕ ຫຼັກ 6 ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດ ກອງປະຊຸມສະພາ ແຫ່ງຊາຕລາວ ສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 8 ຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາຕລາວ, ເພື່ອເປີດໂອກາດໃຫ້ສະມາຊິກ ສະພາແຫ່ງຊາຕ ແລະຄນະຣັຖບານ ໄດ້ຣາຍງານ, ຊີ້ແຈງ ແລະ ຊັກຖາມເຖິງຜົລຂອງການຈັດຕັ້ງ ປະຕິບັດແຜນພັທນາເສຖກິຈ-ສັງຄົມແຫ່ງຊາຕ ໃນໄລຍະ 6 ເດືອນ ຕົ້ນປີ ຂອງສົກປີງົບປະມານ ປະຈຳປີ 2018 ນີ້. ດັ່ງ ຍານາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາຕລາວ ໄດ້ກ່າວເປີດກອງປະຊຸມ ຕອນນຶ່ງວ່າ:

“ໃນນາມປະທານກອງປະຊຸມ, ຂ້າພະເຈົ້າປະກາດໄຂກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 8 ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ. ຂໍຂອບໃຈ.”

ໃນພາກເຊົ້າ ກອງປະຊຸມໄດ້ເປີດໂອກາດໃຫ້ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຖແລງຜົລ ຂອງການຈັດຕັ້ງ ປະຕິບັດແຜນ ພັທນາເສຖກິຈ-ສັງຄົມ ແຫ່ງຊາຕ ປະຈຳ 6 ເດືອນ ຕົ້ນປີ, ຂໍ້ຄົງຄ້າງ ແລະແຜນການໃນຕໍ່ໜ້າ, ທັງໄດ້ຮັບຟັງເຖິງບາງ ບັນຫາທີ່ພົ້ນເດັ່ນ ໃນຮອບ 6 ເດືອນ ທີ່ຜ່ານມາ. ເປັນຕົ້ນແມ່ນບັນຫາຕ່າງໆ ທີ່ພົວພັນເຖິງພັຍສັງຄົມ ປຸ້ນຈີ້ ງັດແງະ ຢາເສບຕິດ, ວຽກງານປ້ອງກັນຊາຕ ປ້ອງກັນຄວາມສງົບ ຕາມຊາຍແດນ ລາວ-ກຳພູຊາ, ບັນຫາເສຖກິຈ ມະຫາພາກ ການປັບປຸງຖນົນຫົນທາງ ຄ່າຄອງຊີພ ການຕໍ່ສູ້ກັບພັຍ ເງິນເຟີ້ ການປັບປຸງ ຣັຖວິສາຫະກິຈ ທີ່ມີແຕ່ຂາດທຶນ ແລະບັນຫາອື່ນໆ, ເຊິ່ງເປັນບັນຫາຮີບດ່ວນ ທີ່ຣັຖບານໃຫ້ຄຳໝັ້ນວ່າ ຈະສືບຕໍ່ແກ້ໄຂ ບັນຫາ ດັ່ງກ່າວໃຫ້ກັບສັງຄົມ:

“ພ້ອມກັນນັ້ນ ຣັຖບານຈະໄດ້ເອົາໃຈໃສ່ປັບປຸງ ບັນດາຣັຖວິສາຫະກິຈ ໃຫ້ສາມາດດຳເນີນການໄດ້, ຖ້າດຳເນີນການໄປບໍ່ໄດ້ແທ້ໆ, ກໍຈະໄດ້ ຈຳເປັນຕ້ອງໄດ້ປະຕິບັດກົດໝາຍລົ້ມລະລາຍ, ອະນັ້ນແຫຼະ.”

ນອກຈາກນີ້, ໃນມື້ຕໍ່ໆໄປ ກອງປະຊຸມສະພາແຫ່ງຊາຕລາວ ຍັງຈະໄດ້ຮັບຟັງບົດຣາຍງານ ແລະ ແຜນການຕ່າງໆໃນຕໍ່ໜ້າ ຈາກບັນດາ ອົງການຣັຖ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນອົງການອັຍການປະຊາຊົນ, ສານປະຊາຊົນ, ສູນກາງແນວລາວສ້າງຊາຕ, ແລະ ອົງການກວດສອບ ແຫ່ງຣັຖ. ພ້ອມກັນນັ້ນ, ຕລອດໄລຍະເວລາຂອງກອງປະຊຸມ ທີ່ເຣີ້ມແຕ່ມື້ນີ້ ຈົນເຖິງມື້ສິ້ນສຸດໃນວັນທີ 28 ມິຖຸນາ ນັ້ນ, ເວລາຫຼາຍກວ່າເຄິ່ງ 1 ຂອງສມັຍກອງປະຊຸມ ແມ່ນຈະໄດ້ໃຫ້ສະມາຊິກສະພາແຫ່ງຊາຕ ສຸມໃສ່ ປະກອບຄວາມຄຶດ ຄວາມເຫັນ ແລະ ພິຈາຣະນາຮັບຮອງຮ່າງ ກົດໝາຍຕ່າງໆ 13 ສະບັບ ອັນປະກອບມີ ສະບັບປັບປຸງ 8 ສະບັບ ແລະສະບັບສ້າງໃໝ່ 5 ສະບັບທີ່ຣັຖບານ ແລະອົງການກ່ຽວຂ້ອງໄດ້ ສເນີເຂົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.