ເຍົາວະຊົນໄທຕຣຽມງານ ຄົບຮອບ 4 ປີ ຂອງ ທ.ສົມບັດ
2016.12.08
ກຸ່ມເຍົາວະຊົນ ອາສາສະໝັກ ໃນໄທ ຮ່ວມຕົວກັນ ຈັດງານຄົບຮອບ 4 ປີ ຂອງການ ລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ. ງານດັ່ງກ່າວ ຈະຂຶ້ນຢູ່ ມະຫາວິທຍາໄລ ຂອນແກ່ນ ປະເທດໄທ ໃນວັນທີ 10 ທັນວາ ພາຍໃຕ້ຫົວຂໍ້ ການ ລັກພາໂຕ ໂດຍ ກຸ່ມ ແມ່ນ້ຳຂອງ ສຶກສາ ຊຶ່ງ ຈະຍົກເອົາ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ຂື້ນມາເວົ້າ.
ແລະອີກກຸ່ມນຶ່ງ ຈະຈັດກິຈກັມ ຢູ່ແຂວງອຸດອນທານີ ໃນວັນທີ 14 ທັນວາ ພາຍໃຕ້ຫົວຂໍ້ “4 ປີ ພວກເຮົາຍັງ ຈື່ຊື່ ສົມບັດ ສົມພອນ” ຊຶ່ງຈະມີ ການຮວບຮວມ ເອົາປະຫວັດ ຜົນງານຂອງ ທ່ານ ສົມບັດ ສົມພອນ ແລະ ຈະມີການ ໃຫ້ຂໍ້ມູນ ທາງດ້ານ ກົດໝາຍ ກ່ຽວກັບ ການລັກພາໂຕ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ມູລນິທິ ອາສາສະໝັກ ເພື່ອສັງຄົມ ຕໍ່ເອເຊັຽເສຣີ ໃນວັນທີ 7 ທັນວາ ວ່າ:
"4 ປີ ຜ່ານມາເຮົາກໍຍັງ ຈຳຊື່ເຂົາໄດ້ ແລະ ຣະລຶກເຖິງເຂົາ ຈິງໆແລ້ວ ເຂົາບໍ່ໄດ້ ຫາຍໄປໃສ ຍັງຢູ່ກັບເຮົາ ເຮົາຈຳເຂົາ ໄດ້ວ່າ ເຂົາທຳ ອະໄຣມາບ້າງ ຄືມັນມີງານ ທີ່ເຂົາຈະຈັດ ອຸ້ມຫາຍ ທີ່ເປັນຣະດັບ ອາຊຽນ ທີ່ພວກເຮົາ ຈະຮ່ວມດ້ວຍ".
ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ໃນວັນທີ 15 ທັນວາ 2015 ເວລາປະມານ 6 ໂມງແລງ ຢູ່ຕໍ່ໜ້າ ປ້ອມຢາມ ຕຳຣວດ ໃກ້ກັບ ໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ຖນົນທ່າເດື່ອ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ອີງຕາມຫຼັກຖານ ຈາກ ກ້ອງວົງຈອນປິດ.
ຄົນສ່ວນຫຼາຍ ເຊື່ອວ່າ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັ້ນມີ ເຈົ້າໜ້າທີ່ ຂອງຣັຖ ບາງຄົນ ມີສ່ວນຮູ້ເຫັນ ໃນເຣື້ອງນີ້, ແຕ່ ເຈົ້າໜ້າທີ່ ທາງການລາວ ກໍອອກມາ ປະຕິເສດ ໃນເຣື້ອງນີ້.