ລູກເຮືອປະມົງໄທຈະໄດ້ ກັບບ້ານ

ມະນີຈັນ
2015.06.12
f-image ລູກເຮືອປະມົງໄທຈະໄດ້ ກັບບ້ານ ຈາກ ອິນໂດເນເຊັຽ
RFA

ຣັຖບານ ໄທ ແລະ ສະຫະພັນ ອຸດສາຫະກັມ ຂອງໄທ, ກໍາລັງ ດໍາເນີນ ການ ນໍາເອົາ ລູກເຮືອ ປະມົງ ໄທ ທີ່ ຖືກ ກັກຂັງ ຢູ່ ເມືອງ Pontianak ປະເທດ ອິນໂດເນເຊັຽ ນັ້ນ, ກັບມາ ໄທ. ຕາມ ຄໍາເວົ້າ ຂອງ ຮອງ ໂຄສົກ ຣັຖບານ ສານເສີນ ແກ້ວກໍາເນີດ ເມື່ອ ວັນພຸດ ຜ່ານມາ.

ທ່ານ ສານເສີນ ກ່າວວ່າ, ເຈົ້າໜ້າທີ່ ໄທ ໄດ້ ຢືນຢັນ ເຖິງ ຈໍານວນ ຄົນໄທ ຢູ່ ທີ່ນັ້ນ ແນ່ນອນ ແລ້ວ, ແລະ ຫລັງຈາກ ການ ພິສູດ ສັນຊາດ ກໍ ຈະມີ ການ ອອກ ໜັງສື ເດີນທາງ ໃຫ້ ກ່ອນ ທີ່ ພວກກ່ຽວ ຈະ ເດີນທາງ ອອກຈາກ ປະເທດ ອິນໂດເນເຊັຽ.

ນາຍພົລ ສານເສີນ ເວົ້າວ່າ ຊາວໄທ ກຸ່ມນີ້ ຖືກຈັບ ແລະ ຖືກ ດໍາເນີນ ຄະດີ ທີ່ Pontianak, ເມືອງ ເອກ ຂອງ ແຂວງ West Kalimantan, ໃນຂໍ້ຫາ ລັກລອບ ຫາປາ ໃນ ນ່ານນໍ້າ ຂອງ ອິນໂດເນເຊັຽ. ພ້ອມດຽວ ກັນ ນັ້ນ ຮອງ ໂຄສົກ ຣັຖບານ ໄທ, ທ່ານ ສານເສີນ ແກ້ວກໍາເນີດ ກໍ ຮຽກຮ້ອງ ໃຫ້ ຄົນ ຂັບເຮືອ ປະມົງ ໄທ ຢູ່ ໃນ ຂອບ ຂອງ ກົດໝາຍ. ການ ຈັບກຸມ ພວກ ເຂົາເຈົ້າ ເທື່ອນີ້ ສ້າງ ບັນຫາ ສໍາລັບ ທຸກຝ່າຍ ທີ່ ກ່ຽວຂ້ອງ ແລະ ສົ່ງ ຜົລ ກະທົບ ຕໍ່ ພາບພົດ ອຸດສາຫະກັມ ການ ປະມົງ ຂອງ ໄທ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.