ດ່ານເຂົ້າເມືອງຂອງໄທເຄັ່ງຄັດ

ສິດນີ
2015.02.10
F-LT ທ່າດ່ານ ຂົວມິຕພາບ ລາວ-ໄທ ໜອງຄາຍ-ວຽງຈັນ
RFA

ສື່ມວນຊົນ ໄທ ຣາຍງານ ວ່າ ເຈົ້າຫນ້າທີ່ ກວດຄົນ ເຂົ້າເມືອງ ຂອງໄທ ຈະ ກວດສອບ ເດັກນ້ອຍ ລາວ ທີ່ ຈະເດີນທາງ ເຂົ້າໄປ ໄທ ທີ່ ບໍ່ມີ ຜູ້ ຕິດຕາມ ຢູ່ຕາມ ດ່ານຕ່າງໆ ໂດຍ ສະເພາະ ທີ່ ດ່ານ ໜອງຄາຍ ວຽງຈັນ ເພື່ອ ປ້ອງກັນ ການ ຄ້າມະນຸດ ແລະ ຄ້າ ແຮງງານ ໃນ ໄທ.

ເຈົ້າຫນ້າທີ່ ໄທ ເວົ້າວ່າ ການ ກະທຳ ດັ່ງກ່າວ ກໍ ເພື່ອ ປ້ອງກັນ ເດັກນ້ອຍ ລາວ ຈາກ ການຖືກ ຍົວະ ໄປຂາຍ ບໍຣີການ ທາງ ເພດ ໃນໄທ ແຕ່ ເຈົ້າຫນ້າທີ່ ລາວ ຍັງບໍ່ໄດ້ ຮັບ ແຈ້ງການ ຈາກ ຝ່າຍໄທ ກ່ຽວກັບ ເຣື້ອງນີ້ ເທື່ອ.

ຫນັງສືພີມ ຜູ້ຈັດການ ອອນລາຍ ຂອງໄທ ຣາຍງານ ໃນ ວັນສຸກ ຜ່ານມາ ທີ່ ອ້າງຕາມ ຄຳເວົ້າ ຂອງ ເຈົ້າຫນ້າທີ່ ໄທ ວ່າ ການ ກວດກາ ດັ່ງກ່າວ ສາມາດ ປ້ອງກັນ ເດັກນ້ອຍ ຍິງລາວ ກວ່າ 1 ຮ້ອຍຄົນ ຈາກການ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ.

ການ ກວດກາ ສ່ວນໃຫຍ່ ຈະເນັ້ນໃສ່ ເດັກນ້ອຍ ແມ່ຍິງ ທີ່ ມີ ອາຍຸ ຕ່ຳກວ່າ 18 ປີ ຊື່ງ ກຸ່ມ ດັ່ງກ່າວ ຈະເປັນ ເປົ້າໝາຍ ຂອງ ຂະບວນການ ຄ້າມະນຸດ ໃນໄທ. ອີງຕາມ ການ ຣາຍງານ ເດັກນ້ອຍ ລາວ ອາຍຸ ຕ່ຳກວ່າ 18 ປີ ທີ່ບໍ່ມີ ຜູ້ ປົກຄອງ ຕິດຕາມ ມານຳ ກ່ອນ ຈະເຂົ້າ ໄປໄທ ຕ້ອງ ມີການ ສືບສວນ ເປັນ ກໍຣະນີ ພິເສດ.

ໃນການ ສອບສວນ ເຈົ້າຫນ້າທີ່ ຈະ ຕັກເຕືອນ ເຖິງ ອັນຕລາຍ ຈາກ ການຕົກ ເປັນເຫຍື່ອ ຂອງ ຂະບວນການ ຄ້າມະນຸດ ໃນໄທ ເພື່ອ ໃຫ້ ຂະເຈົ້າ ຮູ້ສຶກ ຕື່ນຕົວ ໃນ ເຫດການ ທີ່ ອາດ ຈະເກີດ ຂຶ້ນກັບ ເຂົາເຈົ້າ ໄດ້ ໃນ ປະເທດ ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.