ໄທ ກວດຂັນດ່ານຊາຍແດນ
2015.08.19
ຢູ່ ດ່ານ ຊາຍແດນ ຂົວ ມິຕພາບ ລາວ-ໄທ ເມືອງ ໜອງຄາຍ ແຂວງ ໜອງຄາຍ ຂອງໄທ, ເຈົ້າໜ້າທີ່ ໄທ ໄດ້ ເພິ່ມການນ ກວດກາ ຄົນ ເຂົ້າ-ອອກ ເຂັ້ມງວດ ຂຶ້ນ ໂດຍ ສະເພາະ ການ ເຂົ້າ-ອອກ ທາງຣົດ ແລະ ຫ້າມ ບໍ່ໃຫ້ ຣົດຈັກ ແລະ ສາມລໍ້ ເຄື່ອງ ເຂົ້າໄປໃນ ເຂດດ່ານ ຊາຍແດນ.
ຫລັງຈາກ ເກີດເຫດ ຣະເບີດ ແຕກ ທີ່ ສີ່ ແຍກ ຣາຊປະສົງ ຢູ່ ບາງກອກ, ຜູ້ ບັນຊາການ ແລະ ເຈົ້າແຂວງ ໜອງຄາຍ ໄດ້ສັ່ງໃຫ້ ເຈົ້າໜ້າທີ່ ທະຫານ ຮ່ວມກັບ ໜ່ວຍງານ ທີ່ ກ່ຽວຂ້ອງ ກວດກາ ການ ເຂົ້າອອກ ທີ່ດ່ານ ຊາຍແດນ ຂົວ ມິຕພາບ ລາວ-ໄທ ທັນທີ.
ພ້ອມກັນ ນັ້ນ ກໍຕັ້ງຈຸດ ກວດກາ ຈຳນວນ 4 ຈຸດ ຄື ຢູ່ທີ່ ໜອງ ສອງຫ້ອງ, ຖນົນ ມິຕພາບ ໜອງຄາຍ ອຸດອນ, ດ່ານເມືອງ ໂພນພິສັຍ ແລະ ຢູ່ ຖນົນ ທ່າບໍ່ ສີຊຽງໃໝ່. ນອກຈາກ ນັ້ນ ເຈົ້າໜ້າທີ່ ຍັງໄດ້ອອກ ກວດ ລາດຕະເວນ, ຕາມ ສະຖານທີ່ ສຳຄັນ ແລະ ສະຖານທີ່ ທ່ອງທ່ຽວ ສຳຄັນ ໃນ ແຂວງ ໜອງຄາຍ, ແລະ ຢູ່ ຈຸດ ຜ່ານແດນ ຕາມ ເມືອງຕ່າງໆ ນຳດ້ວຍ.
ເຈົ້າແຂວງ ໜອງຄາຍ ໄດ້ສັ່ງໃຫ້ ໜ່ວຍງານ ທີ່ ກ່ຽວຂ້ອງ ຮັກສາ ຄວາມ ປອດພັຍ ສະຖານທີ່ ຣາຊການ, ດ່ານ ແລະ ຈຸດ ທ່ອງທ່ຽວ ຢ່າງ ເຂັ້ມງວດ ຕລອດ 24 ຊົ່ວໂມງ, ຜັດປ່ຽນ ຍາມກັນ ໃນ ແຕ່ລະ 8 ຊົ່ວໂມງ ໂດຍ ສະເພາະ ແມ່ນຢູ່ ຫ້ອງການ ແຂວງ.