ຄວາມວູ້ນວາຍດ້ານການເມືອງ ຢູ່ໄທ

ວິກິຕການ ດ້ານການເມືອງ ຢູ່ໄທ ຈະສົ່ງ ຜົນກະທົບ ຕໍ່ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ໃນລາວ.

ການປະທ້ວງ ຂອງມະຫາຊົນໄທ ທີ່ບາງກອກ ແລະກໍາລັງແພ່ຂຍາຍ ໄປສູ່ຫລາຍໆເຂດ ໃນຕ່າງແຂວງ RFA

 

ວິກິຕການດ້ານການເມືອງຢູ່ໄທສົ່ງຜົນກະທົບຕໍ່ໂຄງການສ້າງທາງຣົດໄຟຄວາມໄວສູງຢູ່ລາວເພາະທາງການຈີນຢາກລໍຖ້າເຈຣະຈາກັບຣັຖບານ ໃໝ່ຂອງໄທ. ປັດຈຸບັນຣັຖບານລາວກຳລັງເຈຣະຈາຢ່າງຂຸ້ນຂ້ຽວກັບຣັຖບານຈີນ ເພື່ອຢືມເງິນຈຳນວນ 7 ຕື້ດອນລ່າສະຫະຣັຖ ເພື່ອສ້າງທາງ ຣົດໄຟ ຄວາມໄວສູງ ຈາກນະຄອນຫຼວງ ວຽງຈັນ ຂຶ້ນໄປຫາຊາຍແດນຈີນ.

ຈີນເຈຣະຈາກັບລາວກໍເພາະເຂົ້າໃຈວ່າທາງຝ່າຍໄທ ຈະສ້າງທາງຣົດໄຟຄວາມໄວສູງຕໍ່ກັບທາງຣົດໄຟຂອງລາວ ຫລືຈາກໜອງຄາຍລົງໄປຫາ ບາງກອກ. ແຕ່ເນື່ອງຈາກນາຍົກຣັຖມົນຕຣີໄທໄດ້ປະກາດຍຸບສະພາ ແລະປະກາດ ເລືອກຕັ້ງໃໝ່ ໃນເດືອນກຸມພາປີໜ້າ ໂຄງການນັ້ນ ຂອງ ໄທ ກໍອາດຈະບໍ່ແນ່ນອນເພື່ອແນ່ໃຈ ຈີນຈຳເປັນຕ້ອງລໍຖ້າເຈຣະຈາກັບຣັຖບານໃໝ່ຂອງໄທ. ທ່ານ ຊັດຊາດສິດທິພັນ ຮັກສາການຣັຖມົນຕຣີ ວ່າການກະຊວງຄົມມະນາຄົມ ຂອງໄທ ກ່າວກ່ຽວກັບ ເຣື່ອງນີ້ຕື່ມວ່າ:

“ໂຕເມັດເງິນທີ່ຕຣຽມໄວ້ ຈະເປັນເງິນເພື່ອສ້າງທາງຣົດໄຟສາຍ ກຸງເທບ-ໂຄຣາຊ ເພາະວ່າເປັນຈຸດເມືອງໃຫຍ່ ແລະກໍເປັນຈຸດທີ່ເຊື່ອມຕໍ່ ໄປ ຫາໜອງຄາຍ ໃນອະນາຄົດຈີນຈະສ້າງລົງມາຫາລາວ ແລ້ວກໍມາເຊື່ອມກັນທີ່ໜອງຄາຍ ຈາກນັ້ນ ລົງໄປເຖິງບາງກອກ ແຕ່ຕອນນີ້ ຍັງບໍ່ທັນ ສລຸບໄດ້ເທື່ອ ເພາະຈີນກຳລັງເຈຣະຈາ ກັບທາງການລາວ ຢູ່ຢ່າງເຂັ້ມຂົ້ນ.”

ຜູ້ຮັກສາການຣັຖມົນຕຣີກະຊວງຄົມມະນາຄົມຂອງໄທ ເວົ້າໃນທຳນອງວ່າ ສິ່ງທີ່ແນ່ນອນ ທາງການໄທ ໄດ້ຈັດເງິນງົບປະມານໄວ້ແລ້ວ ເພື່ອ ສ້າງທາງຣົດໄຟຄວາມໄວສູງຣະຫວ່າງບາງກອກຫາໂຄຣາຊ ສ່ວນທີ່ຈະສ້າງໄປເຖິງໜອງຄາຍນັ້ນ ຍັງບໍ່ຮູ້ແນ່ນອນເທື່ອ. ທາງຝ່າຍຈີນ ກ່ອນ ຈະຕົກລົງໃຫ້ລາວຢືມເງິນ ກໍຢາກຮູ້ຢ່າງແນ່ນອນວ່າ ໄທຈະສ້າງຕໍ່ຈາກໜອງຄາຍລົງໄປເຖິງບາງກອກແທ້ຫລືບໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org