ເຍົາວະຊົນໄທຍັງຈື່ລໍາລຶກ ທ.ສົມບັດ
2016.12.20
ໃນວັນທີ 14 ທັນວາ ຜ່ານມາ ກຸ່ມເຄືອຂ່າຍ ສົມບັດ ສົມພອນ ແລະ BEYOND PROJECT ຊຶ່ງເປັນກຸ່ມ ເຍົາວະຊົນໄທ ໄດ້ຈັດພິທີ ລຳລຶກໃນວັນຄົບຮອບ 4 ປີ ຂອງການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາ ທີ່ມີຊື່ສຽງໃນລາວ ພາຍໃຕ້ຫົວຂໍ້ 4 ປີ ພວກເຮົາ ຍັງຈົດຈຳຊື່ ຂອງທ່ານ ສົມບັດ ສົມພອນ ຢູ່.
ໃນພິທີດັ່ງກ່າວ ກຸ່ມເຍົາວະຊົນໄທໄດ້ອອກ ຖແລງການວ່າ ຈາກມື້ສຸດທ້າຍ ຄືໃນວັນທີ 15 ທັນວາ ປີ 2012 ທີ່ຮູ້ຂ່າວວ່າ ທ່ານສົມບັດ ສົມພອນ ຖືກລັກພາຕົວ ແລະ ມາຮອດ ປັດຈຸບັນນີ້ ກໍເປັນເວລາ ສີ່ປີແລ້ວ ຄອບຄົວ ແລະມີດສະຫາຍ ຂອງທ່ານ ສົມບັດ ສົມພອນ ພ້ອມດ້ວຍ ຜູ້ນຳ ຂອງ ຫຼາຍປະເທດ ແລະອົງກອນ ຕ່າງໆ ໃນທົ່ວໂລກ ໄດ້ຮຽກຮ້ອງ ໃຫ້ມີການ ກວດສອບ ຈາກຣັຖບານລາວ ຢ່າງ ຈິງຈັງ ເພື່ອໃຫ້ຮູ້ວ່າ ທ່ານສົມບັດ ສົມພອນ ຢູ່ໃສແຕ່ກໍບໍ່ໄດ້ ຮັບຄຳຕອບ ຈາກທາງການລາວ ທີ່ຫນ້າພໍໃຈ. ກຸ່ມດັ່ງກ່າວ ຕ້ອງການໃຫ້ ຣັຖບານລາວ ຮ່ວມທັງຣັຖບານ ຈາກ 10 ປະເທດ ອາຊຽນ ຮັບຜິດຊອບ ໃນຄວາມຫລ້າຊ້າ ຕໍ່ກໍຣະນີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ດັ່ງ ຕົວແທນ ຂອງກຸ່ມ ເຍົາວະຊົນໄທ ທ່ານນຶ່ງ ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 14 ທັນວາ ວ່າ:
"ເຣື້ອງຣາວ ໃນຄວາມຄິດຄວາມເຊື່ອ ເຮົາໃສ່ຫົວຂໍ້ວ່າ YOUR NAME, ຄົນບໍ່ຢູ່ ແຕ່ວ່າ ງານຍັງຢູ່ ຊື່ຍັງຢູ່ ພວກເຮົາ ຍັງຈຳໄດ້ ແລະ ເຮົາກໍຍັງຕ້ອງຕາມ ຫາເຂົາຢູ່ ວ່າເຂົາຢູ່ໃສ ແລະ ກໍຍັງຮຽກ ໃຫ້ມີການ ຮັບຜິດຊອບ ຫລື TAKE ACTION ເພື່ອ ໃຫ້ຄຳຕອບວ່າ ທ່ານສົມບັດ ຫາຍໄປໃສ 4 ປີ ນີ້".
ໃນທີ່ສຸດ ກຸ່ມເຍົາວະຊົນໄທ ເວົ້າວ່າ ການບີບບັງຄັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຂອງຣັຖບານລາວ ຖືເປັນການ ຣະເມີດ ສິດທິມະນຸດ ຂັ້ນພື້ນຖານ ຢ່າງຮ້າຍແຮງ. ກຸ່ມດັ່ງກ່າວ ຕ້ອງການຄວາມເປັນທັມ ແລະຢາກໃຫ້ ຣັຖບານລາວ ດຳເນີນການ ສືບສວນ ຢ່າງຈິງຈັງ.