61 ອົງການໃນໄທສືບຕໍ່ ກົດດັນທາງການລາວ

61 ອົງການ ໃນປະເທດໄທ ທີ່ບໍ່ຂື້ນກັບ ຣັຖບານ ຈະບໍ່ປ່ອຍໃຫ້ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຖືກລືມໄປ.
ສິດນີ
2013.01.28
f-sombat ທ່ານ ສົມບັດ ສົມພອນ ຜູ້ທີ 3 ຈາກຊ້າຍມື ທ່ານເປັນ ບຸກຄົນ ທີ່ທຸກຄົນ ກໍາລັງລໍຖ້າ ການກັບມາ ຢ່າງປອດພັຍ
Screen captured from Sombath Somphone disappearance video

ນາງ ສູນທະລີ  ຫັດຖີ ເຊັງກີ່ງ ເລຂາທິການ ປະສານງານ ອົງການ ພັທນາເອກຊົນ ແລະ ຜູ້ຕາງຫນ້າ ອົງການ ພາກເອກຊົນ 61 ອົງການ ທີ່ປະເທດໄທ ໄດ້ເວົ້າຕໍ່ ເອເຊັຽເສຣີວ່າ ພວກທ່ານ ຈະບໍ່ປ່ອຍໃຫ້ ການສືບສວນ ເຣື້ອງຂອງ ທ່ານ ສົມບັດ ສົມພອນ ຈືດຈາງ ໄປຕາມກາລເວລາ ຢ່າງແນ່ນອນ: ຍານາງເວົ້າວ່າ:

"ມີຄວາມກັງວົນ ຢູ່ຄືກັນ ຕອນນີ້ ໃນສ່ວນຂອງພາກ ເອກກະຊົນ ສິ່ງທີ່ເຮົາປຶກສາ ກັນກໍຄືວ່າ ເຮົາຄວນ ເຮັດຫຍັງໃດອີກ ເພາະເຮົາບໍ່ຢາກໃຫ້ ເຣື້ອງນີ້ ມັນງຽບໄປ ແຕ່ວ່າ ໃນຄວາມຮັບຜິດຊອບ ຂອງ ພາກປະຊາຊົນ ຄິດວ່າ ເຮົາຕ້ອງຕິດຕາມ ເຣື້ອງນີ້ຕໍ່ໄປ ເຮົາຈະບໍ່ຍອມໃຫ້ ເຣື້ອງນີ້ ມິດງຽບ".

ຍານາງ ເວົ້າອີກວ່າ ໄດ້ປຶກສາ ຫາລືກັນ ແລະ ມີແຜນອອກມາ ແບບຍັງບໍ່ເປັນ ທາງການວ່າ ຕ້ອງຂໍຄວາມ ຊ່ອຍເຫລືອ ຈາກ ອົງການ ຕ່າງໆ ໃນຣະດັບ ອາຊຽນ ເພີ້ມອີກ ເພື່ອກົດດັນ ຣັຖບານລາວ ຢູ່ເລື້ອຍໆ ແຕ່ສິ່ງທີ່ໜ້າ ກັງວົນຫລາຍ ທີ່ສຸດ ກໍຄືວ່າ ຖ້າການສືບສວນ ບໍ່ຄືບຫນ້າ ຢ້ານວ່າ ທ່ານ ສົມບັດ ຈະບໍ່ກັບຄືນ ມາສູ່ໂລກ ພາຍນອກໄດ້ອີກ ຕໍ່ໄປ. ດັ່ງນັ້ນ ພວກນາງຈຶ່ງຕ້ອງ ເຮັດແນວໃດ ແນວນຶ່ງ ເພື່ອຊ່ອຍ ອີກແຮງນຶ່ງ.

ຄວາມຄືບຫນ້າ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນເວລານີ້ ກໍແມ່ນວ່າ ເມື່ອວັນທີ 22 ມົກກະຣາ ຜ່ານມາ ອົງການ ນິຣະໂທດກັມ ສາກົນ ທີ່ມີສູນກາງຢູ່ ກຸງລອນດອນ ປະເທດ ອັງກິດ ກໍໄດ້ຮຽກຮ້ອງ ໃຫ້ສະມາຊິກ ຈຳນວນ 3 ລ້ານຄົນ ໃນ ບັນດາ 150 ປະເທດ ສົ່ງຫນັງສື ເຖິງ ຣັຖບານລາວ ກ່ອນວັນທີ 1 ມີນາ ປີ 2013 ເພື່ອກົດດັນ ໃຫ້ຣັຖບານລາວ ຮັບປາກວ່າ ຈະທຳການ ສືບສວນ ທຸກຂັ້ນຕອນ ແບບໂປ່ງສັຍ ແລະ ຮອບດ້ານ ເພື່ອຊ່ອຍໃຫ້ ທ່ານ ສົມບັດ ກັບຄືນມາ ຢ່າງປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.