ສປປລາວຍັງຕ້ອງການຄຣູເພີ້ມ
2014.08.29
ຣັຖບານ ລາວ ອະນຸມັດ ໂຄຕ້າ ໃຫ້ ກະຊວງ ສຶກສາທິການ ແລະ ກິລາ ບັນຈຸ ຮັບເອົາ ຄຣູໃໝ່ ປະມານ 3 ພັນຄົນ ເພື່ອ ແກ້ໄຂ ບັນຫາ ຂາດ ຄຣູ ໃນ ທົ່ວ ປະເທດ ແຕ່ ຈໍານວນ ດັ່ງກ່າວ ນັ້ນ ຍັງບໍ່ພຽງພໍ ຕໍ່ ຄວາມຕ້ອງການ ຢ່າງຫຼວງຫຼາຍ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະ ກິລາ ວັນທີ 28 ສິງຫາ 2014:
"ໃນເບື້ອງ ນະໂຍບາຍ ນີ້ ເປັນບ້ານນ້ອຍ ຫ່າງໄກ ສອກຫລີກ ສົມມຸດວ່າ ບ້ານມີ 40-50 ຄົວເຮືອນ ນີ່ມັນ ນັກຮຽນ ມັນກໍ 34 ຄົນ ຕໍ່ຄຣູຜູ້ໜຶ່ງ ມັນເຫລືອ ຖ້າທຽບ ແນວນັ້ນນະ ແຕ່ວ່າເຮົາ ຊິສະເລັ່ຽ ແບບນັ້ນ ມັນບໍ່ໄດ້ ເນາະ ອີງຕໍ່ ຄວາມຮຽກຮ້ອງ ຕ້ອງການ ຂອງ ປະຊາຊົນ ເນາະ ຄັນເຮັດ ແນວນັ້ນ ຫລາຍບ້ານ ບໍ່ໄດ້ຮຽນ ພື້ນຖານນີ່ ຄຣູຍັງ ບໍ່ທັນພໍ ເວົ້າ ຈັ່ງຊັ້ນຊະ".
ທ່ານ ເວົ້າວ່າ ປັຈຈຸບັນ ທົ່ວ ປະເທດ ລາວ ມີຄຣູ ແລະ ພະນັກງານ ທີ່ ເຮັດວຽກ ດ້ານ ການສຶກສາ ປະມານ 80 ພັນຄົນ ແຕ່ກໍຍັງ ຕ້ອງການຄຣູ ອານຸບານ ຄຣູປະຖົມ ແລະ ຄຣູ ມັທຍົມ ອີກຢ່າງ ຫຼວງຫຼາຍ ສໍາລັບໂຮງຮຽນ ໃນ ເຂດ ຊົນນະບົດ ຫ່າງໄກ.
ບັນຫາ ການໃຫ້ ໂຄຕ້າ ຮັບຄຣູໃໝ່ ທີ່ ບໍ່ພຽງພໍ ນີ້ ຍ້ອນ ບັນຫາຂາດ ງົບປະມານ ຂອງ ຣັຖບານ ລາວ ແລະ ເປັນສາເຫດ ດຽວກັນ ທີ່ເຮັດໃຫ້ ຄຣູ ແລະ ພະນັກງານ ການສຶກສາ ໃນທົ່ວ ປະເທດ ໄດ້ຮັບເງິນ ເດືອນຊ້າ.
ທ່ານ ຈັນສະມຸດ ແກ້ວສຸດທາ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສຶກສາທິການ ແລະກິລາ ກໍ ໄດ້ເປີດເຜີຍ ຕໍ່ ວຽງຈັນທາມ ວ່າ ການຂາດຄຣູ ນີ້ຈະສົ່ງ ຜົລກະທົບ ຕໍ່ ຣະບົບ ການສຶກສາ ຂອງ ປະເທດລາວ ຈະ ບໍ່ສາມາດ ບັນລຸ ເປົ້າໝາຍ ການສຶກສາ ເພື່ອ ທຸກຄົນ ໃນປີ 2015 ນັ້ນ ໄດ້.