ບັນຫານັກຮຽນໄດ້ອອກ ໂຮງຮຽນ ກ່ອນຈົບ

ມະນີຈັນ
2020.12.08
ບັນຫານັກຮຽນໄດ້ອອກ ໂຮງຮຽນ ກ່ອນຈົບ ນັກຮຽນຊັ້ນປະຖົມ ໃນເຂດຊົນນະບົດ ແຂວງຫຼວງພຣະບາງ
ນັກຂ່າວພົລເມືອງ

ເດັກນ້ອຍນັກຮຽນລາວ ໂດຍສະເພາະ ໃນເຂດຊົນນະບົດ ທົ່ວທັງປະເທດ ຮວມທັງຊັ້ນມັທຍົມຕົ້ນ ແລະປາຍ ຍັງໄດ້ອອກໂຮງຮຽນ ກ່ອນຮຽນຈົບຫລາຍຢູ່ ຮອດເທົ່າທຸກມື້ນີ້, ຈົນກາຍເປັນບັນຫາ ທີ່ຖືກນໍາສເນີຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ 8 ທີ່ຫາກໍ່ຜ່ານມານີ້ ພິຈາຣະນາແກ້ໄຂ.

ທ່ານ ພຸດ ສິມມາລາວົງ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດຊຸດທີ 8 ໃນວັນທີ 28 ຕຸລາ ຜ່ານມາ ຊຶ່ງມີເນື້ອໃນບາງຕອນວ່າ ການປັບປຸງ ແລະ ປະຕິບັດວຽກງານການສຶກສາ ທີ່ ບໍ່ບັນລຸຄາດໝາຍ ຕິດພັນກັບ ຄຸນນະພາບ ການສຶກສາ ທີ່ບໍ່ໄດ້ມາຕຖານ. ໃນນັ້ນ ມີ 2 ຄາດໝາຍ ທີ່ມີແນວໂນ້ມ ຖົດຖອຍຄື:

ອັດຕຣາການປະລະການຮຽນ ຂອງນັກຮຽນຊັ້ນມັທຍົມ ຕອນຕົ້ນ ແລະ ມັທຍົມຕອນປາຍ ຍ້ອນການບໍຣິຫານການສຶກສາ ຕັ້ງແຕ່ ສູນກາງ ລົງຮອດທ້ອງຖິ່ນ ຍັງບໍ່ຮັດກຸມ, ຄວາມສາມາດ ໃນການຈັດການຮຽນ-ການສອນ ຂອງ ຄຣູ-ອາຈານ ບໍ່ໄດ້ມາຕຖານ, ການດຶງດູດໃຫ້ນັກຮຽນມາຮຽນໜັງສື ຈຳນວນນຶ່ງກໍບໍ່ທັນໄດ້ດີ ເຮັດໃຫ້ຄຸນນະພາບການສຶກສາ ຕໍ່າ. ບັນຫານີ້ເປັນບັນຫາຊ້ຳເຮື້ອ ທີ່ຈໍາເປັນຕ້ອງມີການແກ້ໄຂ. ເຖິງແມ່ນວ່າ ຂແນງການສຶກສາ ໄດ້ມີຄວາມພຍາຍາມ ໃນການຝຶກອົບຮົມ, ຍົກຣະດັບ ຄວາມຮູ້ ຄວາມສາມາດ ຂອງ ຄຣູ ອາຈານ ແຕ່ກໍຍັງບໍ່ທົ່ວເຖິງ.

ບາງບ່ອນກໍເກີດສະພາບ ຄຣູເຫລືອບໍ່ພໍ ແລະ ມີຫ້ອງຄວບ. ປັດໃຈ ທີ່ຈະສົ່ງເສີມ ນັກຮຽນ ໃຫ້ໄດ້ຮຽນ ຂອງພໍ່ແມ່ຜູ້ປົກຄອງນັກຮຽນ ຢູ່ບາງເຂດ ກໍບໍ່ມີຄວາມພ້ອມ ຍ້ອນຄວາມທຸກ ຍາກຂາດເຂີນ ໃນຂນະທີ່ປັດໃຈ ອັນບໍ່ດີທາງສັງຄົມ ກໍກະທົບໃສ່ຕື່ມ ເປັນຕົ້ນຄ່ານິຍົມ ເຮີ່ມນໍາວັດຖຸ, ກິນເຫລົ້າເມົາຢາ, ບັນຫາຢາເສບຕິດ ແລະ ອື່ນໆ ກໍເຮັດໃຫ້ນັກຮຽນ ປະລະ ການຮຽນ.

ທ່ານກ່າວຕໍ່ໄປ ເຖິງປັດໃຈ ທາງເສຖກິດ ທີ່ ຄອບຄອບທຸກຍາກ ບໍ່ມີເງິນພໍທີ່ຈະຊ່ອຍ ທັງຄ່າເຄື່ອງນຸ່ງຫົ່ມ, ຄ່າອຸປກອນການຮຽນ ຄ່າປື້ມ ຄ່າສໍ ໃຫ້ລູກໄປຮຽນຕລອດ ລອດຝັ່ງໄດ້ ກໍເຮັດໃຫ້ເດັກນ້ອຍ ປະລະການຮຽນ ໃນຂນະທີ່ ນັບແຕ່ ປີ 2015 ມານີ້ ໂຄງການຊ່ອຍເຫລືອ ດ້ານການສຶກສາຈາກຕ່າງປະເທດ ກໍຫລຸດລົງ ແລະ ຣັຖບານລາວເອງ ກໍຊ່ອຍເຫລືອ ບໍ່ໄດ້ ຢ່າງເຕັມເມັດ ເຕັມໜ່ວຍ ຊຶ່ງບັນຫາດັ່ງກ່າວນີ້ ກໍເປັນປັດໃຈໜຶ່ງ ທີ່ເປັນຜົນກະທົບ ອັນບໍ່ດີຕໍ່ການຈັດຕັ້ງປະຕິບັດແຜນພັທນາການສຶກສາ ຢູ່ລາວ.

ສິ່ງດັ່ງກ່າວປາກົດວ່າສອດຄ່ອງ ກັບຄໍາເວົ້າຂອງຜູ້ອໍານວຍການ ໂຮງຮຽນມັທຍົມແຫ່ງນຶ່ງ ໃນແຂວງຈໍາປາສັກ ທີ່ຂໍສງວນຊື່ ຕໍ່ RFA ທີ່ວ່ານັກຮຽນອອກໂຮງຮຽນກາງຄັນ, ຕົ້ນຕໍ ກໍຍ້ອນສະພາບຄອບຄົວທຸກຍາກ, ໄປຫາວຽກເຮັດງານທໍາ ເປັນຕົ້ນກໍແມ່ນໄປ ປະເທດໄທຍ:

“ສໍາລັບຊາວໜຸ່ມສ່ວນນຶ່ງ ກະປະລະຫັ້ນລະ ຂະເຈົ້າ ອີງໃສ່ເສຖກິດວິຖີຊີວິດ ການເປັນຢູ່ຂອງຄອບຄົວຂະເຈົ້າ ໄປອອກແຮງງານ ກະສ່ວນນຶ່ງປະລະ, ກະສ່ວນຫລາຍກະຢູ່ຊັ້ນ ມັທຍົມຕົ້ນ ມັທຍົມປາຍ. ພໍເຮັດວຽກໄດ້ ຂະເຈົ້າກະໃຫ້ລູກໄປອອກແຮງງານ ເວົ້າງ່າຍໆກະໄປໄທຍ.”

ແຕ່ໄລຍະນີ້ ເຣື່ອງໄປຫາວຽກເຮັດຢູ່ໄທຍ ແມ່ນຫລຸດລົງຫລາຍ ຍ້ອນການຣະບາດຂອງໂຄວິດ-19 ທີ່ມີການປິດດ່ານຊາຍແດນ ມີການກວດກາ ເຂັ້ມງວດ ຂນະທີ່ຫລາຍຄົນ ທີ່ ລັກຂ້າມຊາຍແດນໄປ ກໍຖືກທາງການໄທຍ ຈັບ ແລະ ສົ່ງກັບຄືນປະເທດ.

ແລະ ສ່ວນນຶ່ງ ຂະເຈົ້າກະໄປຫາເຮັດວຽກ ຢູ່ໃນເມືອງພາຍໃນປະເທດ, ທ່ານກ່າວ. ພ້ອມດຽວກັນນັ້ນ ທ່ານຍັງກ່າວເຖິງບັນຫາ ຢາເສບຕິດ ການຫລິ້ນກິນ ຂອງ ຄົນວັຍໜຸ່ມ ຊຶ່ງ ເປັນສະພາບທົ່ວໄປ ຂອງສັງຄົມລາວ ໃນປັດຈຸບັນ ທັງຢູ່ໃນເມືອງ ແລະ ຊົນນະບົດ.

ເວົ້າເຣື່ອງນັກຮຽນອອກໂຮງຮຽນ ກ່ອນຮຽນຈົບຊັ້ນ ຫລື ກ່ອນວັຍອັນຄວນ, ເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ກໍກ່າວ ຄືກັນວ່າມີຫລາຍສາເຫດ ແຕ່ຕົ້ນຕໍແລ້ວ ກໍແມ່ນເຣື່ອງ ຄວາມທຸກຍາກ, ແຕ່ງດອງໄວ.

“ບັນຫາກະມີມາກມາຍຫັ້ນລະ ຜູ້ໃດທຸກກະບໍ່ໄດ້ຮຽນ ສະພາບຄອບຄົວ ບາງຄົນກະການສຶກສາ ຂະເຈົ້າໜ້ອຍ ລະບາດນີ້ແຕ່ງງານ ໄວຈັ່ງຊີ້.”

ກ່ຽວກັບບັນຫາທີ່ວ່ານັ້ນ ອາດີດນັກຮຽນ ຊື່ ກັອດ ກໍເວົ້າວ່າ ສາເຫດ ທີ່ເຮັດໃຫ້ຕົນ ຈໍາຕ້ອງໄດ້ອອກໂຮງຮຽນ ຕອນກໍາລັງທີ່ຈະຈົບ ມ.ຕົ້ນ ນັ້ນ ແມ່ນເປັນຍ້ອນສະພາບຄອບຄົວ ຫລາຍກວ່າ ຄືຄອບຄົວທຸກຍາກ ແລະ ພໍ່ແມ່ກໍມີລູກຫລາຍ ເປັນ 7-8 ຄົນ:

"ສໍາລັບນ້ອງນີ້ ສະພາບຄອບຄົວຫຼາຍກວ່າ ຄັນວ່າລະກະນັບຕັ້ງແຕ່ເສື້ອສົ້ງ ເຂົ້າໂຮງຮຽນ ກະມີແຕ່ວ່າຊື້ໃຫ້ອ້າຍ ລະກະສູ່ເຮົາ ໃຫຍ່ຂຶ້ນໄປ ລະກະຊຸດນັ້ນ ຈະບໍ່ໄດ້ຖິ້ມ ຕໍ່ໆກັນໄປ ເລີຍສິນະ ຈາກອ້າຍສູ່ນ້ອງ ຖານະຄອບຄົວຕອນນັ້ນ ທຸກຍາກອະຫລີ ເຮືອນກໍຍັງເປັນຝາໄມ້ເຮັ້ຽ ຝາກະແຕະທີ່ວ່າສານເອົາຫັ້ນນະ."

ຊາຍໜຸ່ມຜູ້ນີ້ ເວົ້າຕື່ມວ່າ ເງິນຊື້ເຄື່ອງໄປໂຮງຮຽນ ແຕ່ລະປີ ຜູ້ເປັນແມ່ ຕ້ອງໄດ້ໄປຊື້ຕິດໜີ້ໄວ້. ຫລັງຈາກນັ້ນ ພວກລູກໆທຸກຄົນ ທີ່ພໍເຮັດວຽກໄດ້ ກໍພາກັນໄປຫາເຮັດວຽກຮັບຈ້າງ ພໍໄດ້ເງິນໄປຊ່ອຍພໍ່ແມ່ໃຊ້ໜີ້.

ກັອດ ເວົ້າວ່າເວລາຜ່ານມາເກືອບ 10 ປີແລ້ວ ແຕ່ກໍຍັງເສັຽດາຍ ບໍ່ເລີກບໍ່ແລ້ວ ທີ່ບໍ່ໄດ້ຮຽນໃຫ້ຈົບຊັ້ນ ມ. 7. ແຕ່ຄິດໄປຄິດມາ ກໍບໍ່ເສັຽດາຍ ເມື່ອເບິ່ງໝູ່ຄູ່ຜູ້ໄດ້ຮຽນຕໍ່ ກວ່າສິ ຮຽນຈົບກໍເສັຽເງິນຕັ້ງຫລາຍ ຮຽນຈົບແລ້ວພັດບໍ່ໄດ້ ຖືກບັນຈຸ ເຂົ້າເຮັດລ້າເຮັດການ:

"ນຶ່ງມາ ຄອບຄົວທຸກຍາກ ລະການສຶກສາມັນກະຂຶ້ນກັບ ນັກຮຽນເອງແດ່ ໝູ່ນ້ອງກວ່າສິຈົບ ລະໄດ້ໄປຮຽນກະເສັຽເງິນ ເປັນແສນບາດ ແສນກວ່າບາດ ບໍ່ໄດ້ຖືກໆເລີຍ ຂນາດເຂົ້າໄປ ຮຽນວິທຍາລັຍ ບາດສິຈົບ ອີກບາດນີ້ ປ້ອງກັນບໍ່ອິສັງບໍ່ ໂອ໋ ຂາຍງົວໃສ່ ຕະພຶດຕະພືລະ ຈົບມາກະຄືເຂົາວ່າ ປຣິນຍາເຕະຝຸ່ນ ປຣິນຍາໝົດ ໝູ່ຂ້ອຍ."

ອາດີດນັກຮຽນ ທີ່ຈໍາຕ້ອງໄດ້ອອກໂຮງຮຽນກາງຄັນ ຜູ້ນີ້ເວົ້າຕໍ່ໄປ ເຖິງໝູ່ຄູ່ລຸ້ນລາວຄາວດຽວກັນ ຕອນນັ້ນ ກໍມີເຄິ່ງດຽວ ທີ່ໄດ້ຮຽນຕໍ່ ຈົບຊັ້ນມັທຍົມປາຍ ແລະຜູ້ໄດ້ຮຽນຕໍ່ຈົບຂັ້ນ ປຣິນຍາຕຣີ ກໍມີໜ້ອຍດຽວ.

ຫາກເວົ້າເຖິງສາເຫດ ທີ່ເຮັດໃຫ້ນັກຮຽນ ອອກໂຮງຮຽນກາງຄັນ ຢູ່ເຂດບ້ານຂອງອາດີດນັກຮຽນ ຜູ້ນີ້ແລ້ວແມ່ນວ່າ ສ່ວນຫລາຍ ກໍຄືກັນ ກັບເຂົາ, ຄືຄອບຄົວທຸກຍາກຕ້ອງໄດ້ອອກ ໂຮງຮຽນ ແບບເຂົານັ້ນລະ. ພວກເຂົາເວົ້າວ່າ ຈະຮຽນໄປເຮັດຫຍັງ ຮຽນຈົບມາແລ້ວ ກະມາລ້ຽງງົວ ລ້ຽງຄວາຍຢູ່ຄືເກົ່າ ອອກໄປຫາເຮັດວຽກເອົາເງິນດີກວ່າ:

"ບໍ່ແມ່ນວ່າລໍ້ໃຈໃດ໋ ສ່ວນຫລາຍຢູ່ເຂດບ້ານນ້ອງ ສິ່ງລໍ່ໃຈ ບ່າວແພວ ຫລີ້ນກິນຟູມເຟືອຍ ບໍ່ມີ. ຮຽນໄປມີແຕ່ຂະເຈົ້າວ່າ ສິຮຽນໄປຫຍັງ ສິຮຽນໄປເພື່ອຫຍັງ ເຂົາເວົ້າໂຕນີ້ຂຶ້ນມາ ກະຂາຍງົວຂາຍຄວາຍພໍ່ແມ່ ຮຽນຈົບມາແລ້ວ ກະມາລ້ຽງງົວລ້ຽງຄວາຍ ຢູ່ຄືເກົ່າ. ຂະເຈົ້າກະຄິດແບບຊີ້ ກະອອກໄປຫາເຮັດງານທົ່ວໄປ ບາງຄົນກະຢູ່ນໍາພໍ່ແມ່."

ອີງຕາມຄໍາເວົ້າຂອງ ທ່ານ ພຸດ ສິມມາລາວົງ ຮອງຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ ຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອລ່າສຸດ ໃນມື້ວັນທີ 28 ຕຸລາ ຜ່ານມານີ້, ທາງກະຊວງສຶກສາທິການ ແລະ ກິລາ ກໍາລັງເລັ່ງປັບປຸງແກ້ໄຂ ແລະ ໄດ້ກະກຽມ ບາງມາຕການຄື:

ຈຳເປັນຕ້ອງໄດ້ເຮັດວຽກງານແນວຄິດ ຕໍ່ຜູ້ບໍຣິຫານການສຶກສາ ກໍຄືຄຣູ ແລະ ອາຈານ ໃຫ້ທົ່ວເຖິງ, ຖືເອົາການສ້າງຕັ້ງ ແລະ ພັທນາໂຮງຮຽນ ໃຫ້ເປັນສູນກາງ ໃນການພັທນາ ວິຊາການຂອງຄຣູ, ເປັນສູນກາງ ໃນການນຳໃຊ້ຄຣູ; ຖືເອົາການຕິດຕາມ ແລະ ການປະເມີນຄຣູ ແລະ ອຳນວຍການໂຮງຮຽນ ເປັນກົນໄກ ໃນການປະຕິບັດໜ້າທີ່ ຂອງຄຣູ, ສ້າງໃຫ້ໄດ້ຄຣູເກັ່ງ. ຣະດົມສັງຄົມ ໃຫ້ບອກລູກຫລານເຂົ້າຮຽນ, ປັບປຸງປະສິດທິພາບ ໃນການຄຸ້ມຄອງບຸຄລາກອນ ຂອງ ການສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ແລະອີງຕາມຣາຍງານຂ່າວ ວຽງຈັນທາມ ວັນທີ 27 ມົກຣາ 2020, ໃນປີ 2020 ນີ້ ນັກຮຽນຊັ້ນປະຖົມ ໄດ້ອອກໂຮງຮຽນເພິ່ມຂຶ້ນຢູ່ 70 ປາຍເມືອງ ຊື່ງສ່ວນຫລາຍແມ່ນ ຢູ່ເຂດ ຊົນນະບົດ. ນັກຮຽນຊັ້ນ ປະຖົມ ອອກໂຮງຮຽນໃນປີ 2018 4% ແລະ 2019 ຫລຸດລົງມາເປັນ 3.8%. ແຕ່ໄດ້ເພິ່ມຂຶ້ນ ຢູ່ບາງເມືອງ. ສໍາລັບນັກຮຽນຫ້ອງ ປ.1 ປີ 2018 ອອກໂຮງ ຮຽນ 8% ແລະປີ 2019 ເພີ່ມຂຶ້ນເປັນ 8.4%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.