ຊາວຄຣິສຕຽນອະເມຣິກັນ ສາມຄົນ ມີຄໍາຖແລງ

ສຸພັດຕາ
2019.05.02
F-christian ບ້ານກາງໃໝ່ ບ່ອນທີ່ ທັງ 3 ຄົນ ຖືກເຈົ້າໜ້າທີ່ຕໍາຣວດຈັບ ຖ່າຍໂດຍ RFA ວັນທີ 16 ເມສາ 2019
RFA/VD

ທ້າວ Wayne, ທ້າວ Joseph ແລະນາງ Authum ຊາວຄຣິສຕຽນ ອະເມຣິກັນ ສາມຄົນ ທີ່ຫາກໍຖືກ ເນຣະເທດອອກຈາກປະເທດລາວ ອອກຖແລງການ ແຈ້ງວ່າ ພວກເຂົາຖືກຈັບ ໃນເວລາແຈກຢາຍ ເອກກະສານ ສາສນາຄຣິສຕຽນ ໃຫ້ຊາວບ້ານ ທີ່ແຂວງຫລວງນ້ຳທາ ເມື່ອວັນທີ່ 8 ເມສາ ທີ່ຜ່ານມາ, ຖືກນຳໄປສອບສວນ ແລະກັກຕົວຢູ່ເຮືອນພັກ ແລ້ວກໍຖືກສົ່ງອອກ ຈາກປະເທດລາວ ໃນມື້ວັນທີ 18 ເມສາ.

ແລະວ່າ, ໃນເວລາຢູ່ປະເທດລາວນັ້ນ ພວກເຂົາກໍຖືກປະຕິບັດຕໍ່ ເປັນຢ່າງດີ; ເຈົ້າຫນ້າທີ່ລາວ ບໍ່ໄດ້ນາບຂູ່ແຕ່ຢ່າງໃດ ພຽງແຕ່ຖາມວ່າ ເປັນຫຍັງຈຶ່ງໄປ ຢ້ຽມຢາມບ້ານຕ່າງໆ ແລະແຈກຢາຍຫຍັງໃຫ້ຊາວບ້ານ ແລະສິ່ງທີ່ແຈກຢາຍນັ້ນແມ່ນຫຍັງ ກ່ອນຈະຍຶດໜັງສືຜ່ານແດນ ຂອງພວກເຂົາ. ຫລັງຈາກນັ້ນ ກໍພາຕົວໄປພັກຢູ່ບ້ານພັກ ເພື່ອສອບຖາມຕື່ມໃນມື້ຕໍ່ມາ ແລະຮັບຟັງຄຳສັ່ງຈາກທາງສູນກາງ.

ທ່ານ Eric Blievernicht ຜູ້ຕາງໜ້າອົງການຄຣິສຕຽນ Vision Beyond Borders ທີ່ຊາວອະເມຣິກັນ ທັງສາມຄົນເຮັດວຽກນຳໄດ້ໃຫ້ ສຳພາດຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບເຣື່ອງນີ້ຕື່ມວ່າ:

“ພວກຂະເຈົ້າຖືກເບີ່ງແຍງເປັນຢ່າງດີ ຝ່າຍໂບດກໍສະແດງຄວາມຍີນດີນຳ ປັດຈຸບັນ ພວກຂະເຈົ້າກໍພັກຢູ່ບ້ານ ຢ່າງປອດພັຍ ແລະກໍຈະ ສືບຕໍ່ເຮັດວຽກທາງສາສນາ ຕໍ່ໄປໃນອານາຄົດ.”

ທ່ານກ່າວຕື່ມວ່າ ກໍຣະນີ ຊາວຄຣິສຕຽນອະເມຣິກັນສາມຄົນນີ້ ອາດເປັນກໍຣະນີພິເສດ ແຕ່ໂດຍທົ່ວໄປແລ້ວ ຢູ່ລາວຍັງມີການນາບຂູ່ກົດຂີ່ ຂົ່ມເຫັງ ຜູ້ນັບຖືສາສນາ ຄຣິສຕຽນຫຼາຍຢູ່ ໂດຍສະເພາະໃນເຂດຊົນນະບົດ ດັ່ງທ່ານ Blievernicht ເວົ້າຕື່ມວ່າ:

“ໂດຍທົ່ວໄປ ທາງການລາວຍັງກົດດັນ ຊາວຄຣິສຕຽນ ຢູ່ໃນລາວ ເປັນຕົ້ນການຊຸມນຸ່ມ ທາງສາສນາ ແລະອື່ນໆ ໂດຍສເພາະໃນເຂດ ຊົນນະບົດ."

ຊາວອະເມຣິກັນ ທັງສາມ ຖແລງການ ໃນຕອນທ້າຍວ່າ ກ່ອນອອກຈາກ ສປປລາວ ພວກເຂົາໄດ້ພົບປະກັບ ເຈົ້າໜ້າທີ່ທາງການລາວ ຫຼາຍຄົນ ຊຶ່ງບອກວ່າ ຊາວອະເມຣິກັນ ທັງສາມ ລະເມີດຣະບຽບ ກົດໝາຍຂອງລາວ ຕາມທັມມະດາ ຈະຕ້ອງໄດ້ຮັບໂທດຈຳຄຸກ ເປັນເວລາ 3 ເດືອນ ຫລືຖືກປັບໃໝ ຜູ້ລະ 5 ລ້ານກີບ ແຕ່ໂຊກດີ ຊາວອະເມຣິກັນທັງສາມຄົນ ບໍໄດ້ຮັບໂທດແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.