ສະມາຊິກ ສະພາ ສເນີໃຫ້ຣັຖບານ ຂຶ້ນເງິນເດືອນ ຣັຖກອນ

0:00 / 0:00

ເງິນເດືອນ ທີ່ພະນັກງານ-ຣັຖກອນໄດ້ຮັບໃນປັດຈຸບັນ ບໍ່ພຽງພໍກັບຄ່າຄອງຊີພ ທີ່ຖີບຕົວສູງຂຶ້ນ. ຍານາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫລວງວຽງຈັນ ໄດ້ສເນີຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະ ພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 6 ທັນວານີ້ ໃຫ້ຣັຖບານເພີ່ມເງິນເດືອນໃຫ້ພະນັກງານ-ຣັຖກອນຕື່ມ ຍ້ອນວ່າ ຊີວິຕການເປັນຢູ່ ຂອງພວກເຂົາເຈົ້າຫຍຸ້ງ ຍາກຫລາຍຂຶ້ນ ເພາະເງິນເດືອນບໍ່ກຸ້ມກິນ, ລາຄາສິນຄ້າທຸກຢ່າງແພງຂຶ້ນ.

ຕໍ່ຄໍາສເນີຂອງຍານາງ ເກດມະນີ ນີ້ ພະນັກງານ-ຣັຖກອນ ຊັ້ນຜູ້ນ້ອຍຫລາຍຄົນ ແມ່ນເຫັນດີນໍາ ທີ່ຢາກໃຫ້ຣັຖບານ ພິຈາຣະນາປັບຂຶ້ນເງິນເດືອນໃຫ້ ເພາະໄລຍະນີ້ ຄ່າຄອງຊີພສູງຂຶ້ນກວ່າເກົ່າຫລາຍ ແຕ່ເງິນເດືອນຍັງໄດ້ໜ້ອຍຢູ່ຄືເກົ່າ ເຊັ່ນ ຄຣູ ທີ່ໄດ້ເງິນເດືອນຂັ້ນພື້ນຖານ ປະມານ 1,500,000 ກີບ,ກ່ອນໜ້ານີ້ ພໍກຸ້ມຢູ່ກຸ້ມກິນ ແຕ່ປັດຈຸບັນບໍ່ພໍແລ້ວ.

ດັ່ງນາຍຄຣູທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ທັນວານີ້ວ່າ:

" ໃນຖານະຄຣູ ກໍຢາກປັບຫັ້ນແຫລະ ເພາະວ່າເງິນເຮົາກະບໍ່ຫລາຍຫັ້ນນ່າ ເຣີ່ມຕົ້ນກໍປະມານ 1,500,000 ຂຶ້ນໄປ ຣັຖກອນ. ມັນກໍບໍ່ພຽງພໍຫັ້ນແຫລະ ເພາະວ່າຄ່າຄອງຊີພກໍຂຶ້ນຢູ່ແລ້ວດຽວ ນີ້ ຢາກໃຫ້ປັບເງິນເດືອນເນາະປະມານ 1,800,000 ຂຶ້ນໄປຫັ້ນນ່າ ຄຣູແຕ່ລະຄົນ ມັນກໍຈະໂອເຄແດ່ ແບບວ່າກໍຍັງໄຄກວ່າປັດຈຸບັນນີ້ ແດ່ຫັ້ນນ່າ ພໍໄດ້ບັນເທົາລາຍຈ່າຍ. "

ທ່ານກ່າວຕື່ມວ່າ ຫລາຍຄົນຕ້ອງໄດ້ດີ້ນຮົນ ເອົາຕົວລອດໄປ ໃນແຕ່ລະເດືອນ, ເງິນເດືອນບໍ່ກຸ້ມກິນ, ຕ້ອງໄດ້ເຮັດອາຊີພເສີມ, ບາງຄົນກໍຂາຍເຄື່ອງ ທາງອອນລາຍນ໌, ບາງຄົນກໍປູກຜັກ, ລ້ຽງສັດຂາຍ ພໍໄດ້ເງິນເພີ່ມ ມາໃຊ້ຈ່າຍໃນຄອບຄົວ, ໃຊ້ຄ່ານໍ້າ, ຄ່າໄຟ ແລະອື່ນໆ.

ເຈົ້າໜ້າທີ່ ຕໍາຣວດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນັ້ນວ່າ ຢາກໃຫ້ຣັຖບານເພີ່ມເງິນເດືອນ ໃຫ້ພະນັກງານ-ຣັຖກອນ ຍ້ອນປັດຈຸບັນ ຄ່າຄອງຊີພສູງຫລາຍ ໃນຂະນະທີ່ເງິນເດືອນຂັ້ນພື້ນຖານ ຂອງຕໍາຣວດ ກໍປະມານ 1,700,000-1,800,000 ກີບ, ເບິ່ງຄືວ່າຫລາຍ ແຕ່ໃນຄວາມເປັນຈິງ ເມື່ອເອົາໄປໃຊ້ຈ່າຍ ທັມມະດາຢູ່ໃນຄອບຄົວແລ້ວ ກໍຍັງບໍ່ພຽງພໍ, ບໍ່ເວົ້າເຣື່ອງທີ່ວ່າ ຈະມີເຫລືອເກັບໄວ້ເລັກໆນ້ອຍໆ ພໍເອົາໄວ້ໃຊ້ໃນຍາມຈໍາເປັນແທ້ໆ.

ດັ່ງທີ່ທ່ານກ່າວວ່າ:

" ພະນັກງານທະນາຄານ ຕໍາຣວດ ຕໍາສຸດກໍລ້ານ 7 ລ້ານ 8 ນີ້ແຫລະ ມາເບິ່ງແລ້ວຄໍາວ່າພໍກໍຍາກ ເງິນເດືອນທຸກມື້ນີ້ ຖ້າທຽບໃສ່ຄ່າຄອງຊີພມັນສູງ ບາດນີ້ເງິນເດືອນເຮົາມັນຕໍ່າ ຕົວຈິງນີ້ ເຂົາຂຶ້ນມັນດີຫັ້ນແລ້ວ ເພາະວ່າທຸກມື້ນີ້ຄ່າຄອງຊີພມັນສູງເນາະ ຢາກໃຫ້ຣັຖບານເພິ່ນຂຶ້ນ ຂຶ້ນມາແລ້ວຕ້ອງຍົກສູງໂຕນັ້ນເພື່ອເຮັດໃຫ້ຊີວິຕ ພະນັກງານມັນດີຂຶ້ນ. "

ທ່ານກ່າວຕື່ມວ່າ ປັດຈຸບັນ ທ່ານປູກຜັກກິນ, ລ້ຽງໄກ່, ລ້ຽງເປັດ ຂາຍພໍໄດ້ກຸ້ມກິນ ໃນຄອບຄົວ, ບໍ່ດັ່ງນັ້ນ ຊີວິຕ ກໍຈະຫຍຸ້ງຍາກຕື່ມ.

ໃນຂະນະດຽວກັນ ທ່ານໝໍຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າວ່າ ພະນັກງານຊັ້ນຜູ້ນ້ອຍໃນຜແນກ ສາທາຣະນະສຸຂ ຜູ້ທີ່ໄດ້ເງິນເດືອນປະມານ 1,200,000-1,500,000 ກີບ ໜ້າເຫັນໃຈຢູ່, ທຽບໃສ່ຄ່າຄອງຊີພປັດຈຸບັນ ບໍ່ກຸ້ມກິນ ໂດຍສະເພາະຜູ້ທີ່ໄດ້ເຊົ່າທີ່ພັກ ກໍລໍາບາກຫລາຍ, ຢາກໃຫ້ຣັຖບານຂຶ້ນເງິນເດືອນ ໃຫ້ພວກເຂົາເຈົ້າ ຢ່າງເໝາະສົມ.

" ອາສັຍເງິນເດືອນ ບໍ່ໄດ້ແລ້ວດຽວນີ້ ຜູ້ເງິນເດືອນ ຕໍ່າກວ່າໝູ່ຫັ້ນນ່າເນາະ ໜ້າເຫັນໃຈຢູ່, ລ້ານ, 2 ລ້ານ 3 ເຮືອນເຊົ່າ ເຂົ້າຊື້ຢູ່ຕົວເມືອງ ຕາຍເລີຍ ມາໄລ່ເບິ່ງແມ່ນບໍ່ພໍ ຄ່ານໍ້າ, ຄ່າໄຟໄປແລ້ວ ຄັນວ່າເພີ່ມກະດີແລ້ວ ເພາະວ່າ ເງິນເຣີ່ມເຟີ້ມາຕັ້ງແຕ່ເດືອນນຶ່ງພຸ້ນນ່າ ຖ້າວ່າເພິ່ນເພີ່ມກໍຄ່ອຍເພີ່ມປະມານ 15%-20% ກໍໄດ້ນ່າ ພໍເອົາໂຕລອດໄປນ່າ ບໍ່ຈໍາເປັນຈະເພີ່ມ 80%-90% ດອກ. "

ທ່ານກ່າວຕື່ມວ່າ ເຫັນພະນັກງານ-ຣັຖກອນ ຫລາຍຄົນເຮັດອາຊີພເສີມ, ສ່ວນໃຫຍ່ປູກຜັກ, ລ້ຽງເປັດ, ລ້ຽງໄກ່ ຂາຍພໍໄດ້ເງິນເພີ່ມ ໃນແຕ່ລະເດືອນ ແລະເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສຶກສາ ທ່ານນຶ່ງ ກໍກ່າວວ່າ ຖ້າເພິ່ນຂຶ້ນເງິນເດືອນໃຫ້ ພະນັກງານ-ຣັຖກອນ ຊັ້ນຜູ້ນ້ອຍ ກໍຈະເປັນການດີຫລາຍ, ໄດ້ເງິນເດືອນ 1,400,000 ກີບ ນີ້ແມ່ນບໍ່ພຽງພໍ ກັບຄ່າຄອງຊີພ, ລາຄາສິນຄ້າ ແພງຂຶ້ນສອງເທົ່າ,ຫຍຸ້ງຍາກຫລາຍ.

" ໂອ໋ ຄັນຖ້າວ່າອີງໃສ່ຄ່າຄອງຊີພດຽວນີ້ ກະຖືວ່າກະສົມຄວນແລ້ວ ກໍຢາກຂໍໃຫ້ເພີ່ມຫັ້ນແລ້ວ ພິຈາຣະນາເພີ່ມຕາມຄວາມເໝາະສົມ ຂອງເສຖກິດເຮົາທຸກມື້ນີ້ແຫລະ. ເງິນເດືອນ ລ້ານ 4 ປາຍນີ້ ຈະມາບໍຣິຫານຄອບຄົວນີ້ ກໍໂອ໋ຍ ຫຍູ້ງຍາກຫລາຍເດ໋ ບໍ່ພໍແລ້ວ ປຽບທຽບດ້ານຄ່າຄອງຊີພ ໃນປັດຈຸບັນນີ້ກັບເມື່ອກ່ອນເນາະ ຈະລະດັບຄູນສູງພຸ້ນລະ ເຣື່ອງອາຫານສິນຄ້າ ຕ່າງໆຫັ້ນນ່າ. "

ທ່ານກ່າວຕື່ມວ່າ ການຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ເປັນເຣື່ອງທີ່ດີ, ແຕ່ເມື່ອຂຶ້ນເງິນເດືອນແລ້ວ ແນ່ນອນວ່າ ລາຄາສິນຄ້າ ກໍຈະຂຶ້ນໄປຕາມ ແລະເງິນກີບຈະອ່ອນຄ່າ ລົງໄປຕື່ມອີກ.

“ເບື້ອງລວມນີ້ ຂໍ້ເສັຽມັນຈະເວົ້າເຖິງ ການຄຸ້ມຄອງ ກ່ຽວກັບເງິນຕຣານີ້ແຫລະ ພາກສ່ວນອື່ນເນາະ ປະເທດໃກ້ຄຽງ ເຮົາຮູ້ວ່າ ເພີ່ມເງິນເດືອນ ພະນັກງານຫລາຍ ເຣື່ອງເງິນກີບ ເຮົາກໍຈະອ່ອນຄ່າລົງຕື່ມ.”

ຕໍ່ກອງປະຊຸມ ສະພາແຫ່ງຊາຕ ຍານາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາຕ ໄດ້ກ່າວວ່າ ປັດຈຸບັນ ຄ່າຄອງຊີພສູງຂຶ້ນຫລາຍ, ຣັຖບານຄວນຈະຫາວິທີແກ້ໄຂ ຫລືພິຈາຣະນາຂຶ້ນເງິນເດືອນໃຫ້ພະນັກງານ-ຣັຖກອນ, ຖ້າປ່ອຍໄວ້ແບບນີ້ຕໍ່ໄປ ພະນັກງານ-ຣັຖກອນ ກໍຈະຢູ່ບໍ່ລອດ ເນື່ອງຈາກນະໂຍບາຍນໍ້າມັນ 50,000 ກີບ ຊຶ່ງເມື່ອກ່ອນກຸ້ມຫລາຍມື້ ແຕ່ປັດຈຸບັນບໍ່ກຸ້ມຮອດ 2 ມື້ ຂະນະທີ່ຣົຖໃຫຍ່ ເມື່ອກ່ອນໃສ່ນໍ້າມັນເຕັມຖັງ 400,000-500,000 ກີບ ແຕ່ປັດຈຸບັນ 1,000,000 ກີບຈຶ່ງເຕັມຖັງ.

ທີ່ຜ່ານມາ ຣັຖບານກໍເຄີຍຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ໂດຍຄິດໄລ່ຕາມດັດສະນີ ຄື 150 ກີບຕໍ່ດັດສະນີ ຫຼື ປັບເພີ່ມຂຶ້ນ ຈາກດັດສະນີເກົ່າ 7,200 ກີບ ເປັນ 7,350 ກີບ. ເຊັ່ນຕົວຢ່າງ ພະນັກງານ-ຣັຖກອນຊັ້ນ 1, ມີດັດສະນີເງິນເດືອນ 156, ໄດ້ເງິນເດືອນປະມານ 1,123,000 ກີບ; ຜູ້ໄດ້ຊັ້ນ 5 ມີດັດສະນີເງິນເດືອນ 859 ໄດ້ເງິນເດືອນ ປະມານ 6,184,800 ກີບ ເປັນຕົ້ນ.