3 ພັນຕື້ກີບບໍ່ເຂົ້າຄັງຫຼວງ

ອຸ່ນແກ້ວ ສຸກສະຫວັນ
2016.10.11
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

ອົງການ ກວດສອບ ແຫ່ງຣັດ ໄດ້ ກວດພົບເງິນ ງົບປະມານ ທີ່ໃຊ້ ນອກແຜນ ທີ່ບໍ່ໄດ້ ຣາຍງານ ເຂົ້າຄັງເງິນ ແຫ່ງຊາດ ປະມານ 3 ພັນ ຕື້ກີບ ນັບແຕ່ ປີ 2010-15. ອີງຕາມ ການຣາຍງານ ຂອງ ໜັງສືພິມ ວຽງຈັນທາມສ. ຍານາງ ວຽງທອງ ສີພັນດອນ ປະທານ ອົງການ ກວດສອບ ແຫ່ງຣັດ ໄດ້ກ່າວ ຢູ່ໃນກອງປະຊຸມ ໃນອາທິດ ທີ່ຜ່ານມາ ວ່າ ການຄົ້ນພົບ ມີຂຶ້ນຫຼັງຈາກ ອົງການ ກວດສອບ ແຫ່ງຣັດໄດ້ ເລີ້ມກວດສອບ ທຸກອົງການ ຈັດຕັ້ງ ຂອງຣັດກວ່າ 4 ຮ້ອຍ ອົງການ ທີ່ໄດ້ໃຊ້ ເງິນ ງົບປະມານ ຫຼາຍກວ່າ 8 ພັນຕື້ກີບ ໂດຍ ບໍ່ໄດ້ຜ່ານ ສະພາ ແຫ່ງຊາດ.

ນອກຈາກນີ້ ຍານາງ ວຽງທອງ ຍັງກ່າວ ອີກວ່າ ການກະທຳ ຂອງ ອົງການຈັດຕັ້ງ ເຫຼົ່ານັ້ນ ເປັນ ການຣະເມີດ ແຜນການ ແລະຣະບຽບ ດ້ານການເງິນ. ໃນເວລາ ດຽວກັນ ທີ່ປະຊຸມ ຍັງໄດ້ ຮັບຮອງເອົາ ແຜນການ 5 ປີ ຕໍ່ໜ້າຂອງ ອົງການ ກວດສອບ ແຫ່ງຣັດ ແຕ່ ປີ 2016-20 ເພື່ອ ແກ້ໄຂບັນຫາ ແລະ ຍົກຣະດັບ ການສຶກສາ ແກ່ ພະນັກງານ ກວດສອບ ໃນການ ດຳເນີນງານ ຢ່າງມີ ຈັນຍາບັນ ແລະ ໃນ ເວລາດຽວກັນ ຕ້ອງມີ ການປັບປຸງ ຄວາມສາມາດ ໃນການ ເຮັດວຽກ ຂອງ ພະນັກງານ ກວດສອບ ນຳອີກ.

ນອກຈາກນີ້ ຢູ່ໃນທີ່ປະຊຸມ ທ່ານ ຈັນສີ ໂພສີຄຳ ກັມມະການ ກົມການເມືອງ ສູນກາງພັກ ກໍໄດ້ກ່າວວ່າ ອົງການ ຈັດຕັ້ງ ທີ່ກ່ຽວຂ້ອງ ທີ່ຢູ່ພາຍໃຕ້ ອົງການ ກວດສອບ ແຫ່ງຣັດ ໃຫ້ເຮັດວຽກ ຫຼາຍຂຶ້ນ ໃນການ ເພີ່ມທະວີ ບົດບາດ ຂອງ ອົງການ ກວດສອບ ແຫ່ງຣັດ ເພື່ອ ຮັບປະກັນວ່າ ການນຳໃຊ້ ຊັບສິນ ແລະ ງົບປະມານ ຂອງຣັດນັ້ນ ເປັນໄປຕາມ ແຜນການ ແລະ ຣະບຽບ ດ້ານການເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.