ປັດຈຸບັນ ມະຫາວິທຍາໄລ ຊູໂຈ່ ຂອງຈີນ ກຳລັງ ສ້າງຕຶກ ສະຖາບັນ ການສຶກສາ ຢູ່ ນະຄອນຫລວງ ວຽງຈັນ. ເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະກິລາ ຂອງລາວ ທ່ານນຶ່ງເວົ້າວ່າ:
“ມະຫາວິທຍາໄລ ຊູໂຈ່ ນີ່ ແມ່ນສາຂາ ຂອງ ມະຫາວິທຍາໄລ ຕັ້ງຢູ່ ປະເທດລາວ ເຂົາກຳລັງ ເລິ້ມສ້າງຕຶກ ກຳລັງ ກໍ່ສ້າງພື້ນຖານ ສ້າງຕຶກ ສ້າງໂຮງຮຽນ ທາງ ສະຖານສຶກສາ ກຳລັງ ເລິ້ມປີນີ້ ແຕ່ທີ່ນີ້ ການດຳເນີນ ຫລັກສູດ ການຮຽນ ການສອນ ກໍຈະສອນຢູ່ ທີ່ ປະເທດລາວ.”
ຄວາມຈິງ ມະຫາວິທຍາໄລ ຊູໂຈ່ ເປີດສອນຢູ່ ນະຄອນຫລວງ ວຽງຈັນ ມາເປັນເວລາ ຫລາຍປີ ແລ້ວ ແຕ່ຍັງບໍ່ມີ ໂຮງຮຽນ ເປັນຂອງຕົນເອງ ຜ່ານມາ ໄດ້ເຊົ່າ ວິທຍາໄລ Kavin ເປັນບ່ອນຮຽນ ບ່ອນສອນ; ແຕ່ເມື່ອປີກາຍ ມະຫາວິທຍາໄລ ຊູໂຈ່ ໄດ້ເຊັນສັນຍາ ກັບ ທາງການລາວ ເຊົ່າ ທີ່ດິນ ຕອນນຶ່ງ ກວ້າງ ປະມານ 23 ເຮັກຕາຣ໌ ຢູ່ ບໍຣິເວນບ້ານ ຊຽງດາ ເມືອງ ໄຊເສດຖາ ເພື່ອສ້າງ ໂຮງຮຽນ ຂອງຕົນເອງ. ພາຍໃຕ້ ສັນຍາ ນັ້ນ ມະຫາວິທຍາໄລ ຈີນ ຈະເຊົ່າທີ່ດິນ ຕອນນີ້ ເປັນເວລາ 50 ປີ ແລະ ຕໍ່ໄດ້ອີກ 25 ປີ. ປັດຈຸບັນ ທາງ ມະຫາວິທຍາໄລ ກຳລັງລົງທຶນ ປະມານ 25 ລ້ານ ດອນລ່າ ສະຫະຣັຖ ເພື່ອການກໍ່ສ້າງ.
ໜັງສືພິມ ວຽງຈັນໄທມ໌ ຊຶ່ງເປັນ ໜັງສືພິມ ພາສາອັງກິດ ຂອງທາງການລາວ ຣາຍງານວ່າ ມະຫາວິທຍາໄລ ຊູໂຈ່ ຢູ່ລາວ ສອນຫລາຍວິຊາ ເຊັ່ນ ວິຊາ ພາສາ ແລະ ວັນນະຄະດີ ຈີນ ວິຊາ ວິສວະກັມ ເສຖກິດ ແລະການຄ້າ. ໃນເບື້ອງຕົ້ນ ອາຈານຈີນ ເປັນຜູ້ສອນ ແຕ່ໃນ ອະນາຄົດ ຈະພຍາຍາມ ຈ້າງອາຈານ ລາວ ເຂົ້າມາຊ່ວຍ. ເວລາສ້າງ ສຳເຣັດ ມະຫາວິທຍາໄລ ຊູໂຈ່ ຈະສາມາດ ຮັບນັກສຶກສາ ໄດ້ປະມານ 5,000 ຄົນ.
ເຈົ້າໜ້າທີ່ ກະຊວງ ສຶກສາ ແລະ ກິລາ ຂອງລາວ ເປີດເຜີຍວ່າ ຄົນລາວ ທີ່ສຶກສາ ຢູ່ ມະຫາວິທຍາ ໄລຊູໂຈ ນັ້ນ ມີໂອກາດໄປ ສຶກສາ ຕໍ່ຢູ່ ມະຫາວິທຍາໄລ ຊູໂຈ ສູນກາງໃຫຍ່ ທີ່ຈີນ.