ຄຣິສຕຽນບາງຄົນອາຈມີອິສຣະ
2015.02.19
ຊາວ ຄຣິສ8ຕຽນ 5 ຄົນ ຢູ່ ເມືອງ ອາດ ສະພັງທອງ ແຂວງ ສວັນນະເຂດ ທີ່ ຖືກຈັບ ເມື່ອ ເດືອນ ມີຖຸນາ ປີ 2014 ໃນ ຂໍ້ຫາ ວ່າ ເປັນ ໝໍ ເຖື່່ອນ ໃນນັ້ນ ບາງຄົນ ຈະ ຖືກປ່ອຍ ຕົວ ໃນ ໄວໆນີ້ ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ທາງການ ຝ່າຍ ສາສນາ ແຂວງ ສວັນະເຂດ:
"ໂຕນີ້ ມັນເວົ້າ ເຣຶ້ອງ ທາງດ້ານ ກົດໝາຍ ເດ ມັນ ກ່າຜິດ ທາງດ້ານ ກົດໝາຍ ມີເຖື່ອນ ນີ້ນະ ສານເພິ່ນ ຕົກລົງ. ເປັນການ ປິ່ນປົວ ເຖື່ອນ ປິ່ນປົວ ອີຫຍັງ ຕ່າງໆ ຫັ້ນນາ ເປັນ ໝໍ ເຖື່ອນ ເປັນແພດ ເຖື່ອນ ແບບວ່າ ເຂົາ ປິ່ນປົວ ແບບ ບໍ່ມີໃຜ ຮັບຮູ້ ເລີຍ ຕັດສິນ ລົງໂທດ ແບບວ່າ ຈໍາຄຸກ ຫັ້ນ ແຫລະ ມັນຮອດ ແຂວງ ແລ້ວເດ ເຂົາ ສີ່ປ່ອຍ ໂຕແລ້ວ ບໍ່ ອັນນັ້ນດອກ ຕາມເບິ່ງ ຫັ້ນ ຮັບໂທດ ສີ່ ປ່ອຍໂຕ".
ຊາວ ຄຣິສຕຽນ 5 ຄົນ ທີ່ ຖືກຈັບ ນັ້ນ ທໍາອິດ ແມ່ນຍ້ອນ ໄປທໍາ ພິທີ ສູດ ວິ້ງວອນ ພາວັນນາ ພະເຈົ້າ ເຢຊູ ເພື່ອໃຫ້ ຄົນເຈັບ ຄົນນຶ່ງ ໃນ ບ້ານ ຫາຍຈາກ ເຈັບໂຊ ແຕ່ ບໍ່ ສາມາດ ຊ່ວຍ ເອົາ ຊີວິດ ໄວ້ໄດ້. ຫລັງຈາກ ຖືກຈັບ ແລ້ວ ອໍານາດ ການ ປົກຄອງ ເມືອງ ໄດ້ ສົ່ງ ຄະດີ ໄປ ແຂວງ ແລະ ຖືກຄຸກ ຢູ່ແຂວງ ນັບວ່າ ໄດ້ 8 ເດືອນ ແລ້ວ.
ເຈົ້າໜ້າທີ່ ແຂວງ ສວັນນະເຂດ ວ່າ ເມື່ອ ວັນທີ 12 ກຸມພາ 2015 ສານ ແຂວງ ສວັນນະເຂດ ໄດ້ ຕັດສິນ ລົງໂທດ ຈໍາຄຸກ ຊາວ ຄຣິສຕຽນ ດັ່ງກ່າວ ນັບແຕ່ 3 ເດືອນ ຮອດ 5 ປີ ໃນ ຖານະ ມີຄວາມ ຜິດ ປິ່ນປົວ ຄົນເຈັບ ແບບ ບໍ່ມີ ໃບ ອານຸຍາດ. ສໍາລັບ ຜູ້ທີ່ໃຊ້ ໂທດ ຄົບເວລາ ແລ້ວ ກໍອາດ ຈະໄດ້ຮັບ ການ ປ່ອຍຕົວ ໃນ ໄວໆນີ້, ແຕ່ ບາງ ຈໍານວນ ຈະຕ້ອງ ຢູ່ໃນຄຸກ ຕໍ່ໄປ ຈົນເຖິງ ກໍານົດ ການ ຕັດສີນ ຂອງ ສານ.
ເຫດການ ຈັບຊາວ ຄຣິສຕຽນ ນີ້ ມີຂື້ນ ໃນ ວັນທີ 23 ມິຖຸນາ 2014 ຫລັງຈາກ ພວກເພິ່ນ ໄດ້ ພາກັນ ໄປ ສວດມົນ ພາວັນນາ ພະເຈົ້າ ເຢຊູ ໃຫ້ມາ ຊ່ວຍ ແມ່ຍິງ ຄົນນຶ່ງ ທີ່ ເຈັບໂຊ ມາໄດ້ ຫລາຍປີ ແລ້ວ. ຫລັງຈາກ ແມ່ຍິງຄົນ ນັ້ນເສັຽ ຊີວິດ ແລ້ວ ຄອບຄົວ ຂອງ ຜູ້ເສັຽ ຊີວິດ ທີ່ ບໍ່ແມ່ນ ຊາວ ຄຣິສຕຽນ ໄດ້ ແຈ້ງຄວາມ ໃຫ້ ເຈົ້າໜ້າທີ່ ມາຈັບ.
ຊາວ ຄຣິສຕຽນ ຈໍານວນ ນີ້ ບໍ່ໄດ້ ມີ ຄວາມຜິດ ໃນ ຖານະ ມາ ສວດມົນ ພາວັນນາ ໃຫ້ຄົນ ເຈັບ ຫາຍ ຈາກ ພຍາດ ໂຣຄາ ແຕ່ຖືກ ສານ ຕັດສີນ ມີ ຄວາມຜິດ ໃນ ຖານະ ບໍ່ມີ ໃບ ອະນຸຍາດ ປິ່ນປົວ ຄົນເຈັບ.