ກົດໝາຍເທັກໂນໂລຈີ ສື່ສານ
2016.11.18
ປະຊາຊົນລາວ ສ່ວນນຶ່ງເຫັນພ້ອມ ແລະ ອີກສ່ວນນຶ່ງ ບໍ່ເຫັນພ້ອມ ນຳກົດໝາຍ ວ່າດ້ວຍ ເທັກໂນໂລຈີ ສື່ສານ ແລະ ຂໍ້ມູນ ຂ່າວສານ ຂອງ ສປປລາວ ທີ່ຈະຄຸ້ມຄອງ ການໃຊ້ ສື່ສັງຄົມ ອອນລາຍ ຊຶ່ງ ສະພາແຫ່ງຊາດ ຫາກໍ່ ຮັບຮອງເອົາ ເມື່ອມໍ່ໆມານີ້.
ຈຳນວນ ທີ່ບໍ່ເຫັນພ້ອມ ເວົ້າວ່າ ກົດໝາຍ ສະບັບນີ້ ຈະເຮັດໃຫ້ ປະຊາຊົນລາວ ບໍ່ມີ ເສຣີພາບ ໃນການ ສະແດງ ຄວາມຄິດເຫັນ ຕໍ່ ເຣຶ່ອງລາວ ຕ່າງໆ ທີ່ເກີດຂຶ້ນ ຜ່ານສື່ສັງຄົມ ອອນລາຍ ຊຶ່ງເປັນ ການລະເມີດ ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ:
"ຈະຕ້ອງໃຫ້ ປະຊາຊົນ ມີສິດທິ ໃນການເວົ້າຈາ ປາສັຍ ຂັ້ນພື້ນຖານ ຂໍຢ່າງໜ້ອຍ ເຮົາຂໍ ເຂົາບໍ່ໃຫ້ ຕໍ່ຕ້ານເຂົານໍ ຂໍໃຫ້ໄດ້ ເວົ້າໄດ້ຈາໄດ້ ຕຳນິ ໃຫ້ມີສ່ວນຮ່ວມ ກັບໂຮງການ ຕ່າງໆ ຈະຕ້ອງຟັງ ປະຊາຊົນນໍ ຫາງສຽງ ຂອງ ປະຊາຊົນ ປະຕິບັດ ບໍ່ປະຕິບັດ ອີກເຣຶ່ອງນຶ່ງ"
ໃນຂນະດຽວກັນ ນັ້ນ ປະຊາຊົນລາວ ຈຳນວນນຶ່ງ ທີ່ເຫັນດີ ນຳກົດໝາຍ ນັ້ນ ເຫັນວ່າມັນ ຈະຄຸ້ມຄອງ ການໃຊ້ ສື່ສັງຄົມ ອອນລາຍ ໃຫ້ມີ ຣະບຽບຂຶ້ນ ເພາະທຸກມື້ນີ້ ມີບາງຄົນ ໃຊ້ ສື່ອອນລາຍ ໂຈມຕີ ພັກ-ຣັຖ ເກີນຂອບເຂດ ແລະ ຫລາຍເກີນໄປ. ດັ່ງ ຜູ້ທີ່ເຫັນດີນຳ ກົດໝາຍ ນັ້ນເວົ້າວ່າ ມີຜົລດີ:
"ກະມີຜົລດີຫັ້ນແຫລະ ເພາະວ່າມີ ບາງຄົນ ມັນເກີນຂອບເຂດ ຢາກເວົ້າແນວໃດ ກະເວົ້າ ຢາກວ່າ ແນວໃດ ກະວ່າ ລົງແນວບໍ່ດີ ມັນກະ ບໍ່ຄ່ອງບໍ່ງາມ ມັນກະມີ ກົດໝາຍ ຫ້າມແລ້ວ".
ໃນກອງປະຊຸມ ສະພາແຫ່ງຊາດ ທ່ານ ຄຳແດງ ສີລາວົງ ສະມາຊິກ ສະພາແຫ່ງຊາດ ແຂວງໄຊສົມບູນ ໄດ້ກ່າວ ກ່ຽວກັບ ກົດໝາຍ ວ່າ ດ້ວຍເທັກໂນໂລຈີ ສື່ສານ ແລະ ຂໍ້ມູນ ຂ່າວສານ ວ່າ ເປັນກົດໝາຍ ທີ່ ຮັບປະກັນ ໃຫ້ພົລເມືອງ ປະຕິບັດ ສິດແລະພັນທະ ຂອງຕົນ:
"ຮັບປະກັນ ໃຫ້ພົລເມືອງລາວ ປະຕິບັດ ສິດເສຣີພາບ ແລະ ພັນທະ ຂອງຕົນ ດ້ານເທັກໂນໂລຈີ ການສື່ສານ ຂໍ້ມູນ ຂ່າວສານ ໃນການ ປະກອບ ຄຳເຫັນ ສະແດງ ທັສນະ ຕຳນິຕິຊົມ ທີ່ບໍ່ຂັດ ກັບ ກົດໝາຍ ບໍ່ຂັດກັບ ຜົລປະໂຫຍດ ຂອງຊາດ ແລະຂອງ ປະຊາຊົນ ຜ່ານ ເທັກໂນໂລຈີ ການສື່ສານ ແລະ ຂໍ້ມູນ ຂ່າວສານ".
ໃນຣະຍະຜ່ານມາ ປະຊາຊົນລາວ ທີ່ໃຊ້ສື່ສັງຄົມ ອອນລາຍ ຫຼາຍຄົນ ຖືກທາງການ ສປປລາວ ປາບປາມ ເປັນຕົ້ນ ຄົນງານລາວ 3 ຄົນ ທີ່ກັບຈາກ ປະເທດໄທ ເມື່ອຕົ້ນປີ 2016 ນີ້ ຊຶ່ງ ປັດຈຸບັນ ຍັງຖືກ ຂັງຄຸກຢູ່, ບໍ່ທັນໄດ້ ຖືກນຳຂຶ້ນສານ ຕັດສິນ ຄະດີ ຕາມຂໍ້ກ່າວຫາ ຂອງ ທາງການລາວ ຊຶ່ງ ຫາງສຽງ ທົ່ວໄປ ເວົ້າວ່າ ເປັນຂໍ້ກ່າວຫາ ທີ່ຂັດກັບ ກົດໝາຍ ຂອງ ສປປລາວ ເອງ. ແລະອີກ ກໍຣະນີ ນຶ່ງ ຄືປະຊາຊົນ ຢູ່ເມືອງພຽງ ແຂວງ ໄຊຍະບູລີ ທີ່ຖືກ ທາງການລາວ ຈັບ ຍ້ອນນຳ ຮູບພາບ ເຈົ້າໜ້າທີ່ ຕຳຣວດ ຮັບສິນບົນ ໄປເຜີຍແຜ່ ທາງ ເຟສບຸກ.