ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບຣາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.
ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບຣາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ. (ຮູບພາບ: ເວັບໄຊຕ໌ ສົມບັດ ສົມພອນ)

0:00 / 0:00

ທ່ານ ສົມ​ບັດ ສົມ​ພອນ ເປັນ​ຜູ້​ທີ່​ດຳ​ເນີນ​ການ ​ພັ​ທ​ນາ ແບບ​ເນັ້ນ​ເຖິງ​ຄວາມ​ສຸຂ ແບບ​ຍືນ​ຍົງ ກ່ອນ​ທີ່ ທ່າ​ນ​ຈະ​ຖືກ​ລັກ​ພາ​ໂຕ​.

ຄວາມ​ທຸ​ກ​ປະ​ກອບ​ມີ ທຸກ​ກາຍ, ທຸກ​ໃຈ ແລະ ທຸກ​ບັນ​ຍາ. ທ່ານ ສົມ​ບັດ ສົມ​ພອນ ເຄີຍ​ກ່າວ​ໄວ້​ວ່າ: "ຄວາ​ມ​ທຸກ​ອັນ​ນີ້ ທີ່​ວ່າ ສາ​ກົ​ນ ເຂົາ​ເນັ້ນ​ລາຍ​ຮັບ​ທີ່ບໍ່​ສູງ​ພໍ ຖ້າບໍ່​ເຖິງ 2 ໂດ​ລ້າ​ຣ໌ ຕໍ່​ມື້ ກະ​ຖື​ວ່າ​ທຸກ ດັ່ງສຳ​ລັບ​ຄວາ​ມ​ທຸກ ສຳ​ລັບ​ຂ້າ​ພະ​ເຈົ້າ​ນີ້ ຖື​ວ່າທຸກ​ກາຍF ທຸກ​ໃຈ ແລະ ກະ​ທຸກ​ບັນ​ຍາ ສາມ​ດ້ານນີ້."

ການ​ເຮັດ​ໃຫ້ຫຼຸດ​ພົ້ນ​ ອອກ​ຈາກ​ຄວາ​ມ​ທຸກ​ຍາກ ຈະ​ຕ້ອງ​ແກ້​ໄຂ​ສິ່ງ​ດັ່ງ​ກ່າວ ແລະ ເສີມ​ຄວາມ​ຮູ້ ນັ້ນ​ຈະ​ເຮັດ​ໃຫ້ເກີດ​ຄວາມ​ສຸຂ ​ທີ່​ຖາ​ວອນ.

ທ່ານ ສົມ​ບັດ ກ່າວ​ຕື່ມ​ອີກວ່າ:

" ຖ້າ ​ວ່າ ການ​ພັ​ທ​ນາ ແລະ ການ​ສຶກ​ສາ​ຂອງ​ໄທ​ເຮົາ​ນີ້ ສົ່ງ​ເສີມ​ໃຫ້​ຄົນ​ເຮົາ​ ຫວິດ​ຈາກ​ທຸກ​ກາຍ ຫວິດ​ຈາກ​ທຸກ​ໃຈ ແລະ ກະ​ເສີມ​ພ​ລັງ​ປັນ​ຍາ ເຂົ້າ​ໄປ​ນຳ​ກັນ​ນີ້ ຖ້າ​ໄດ້​ສາມ​ຢ່າງນີ້ ພ້ອມ​ກັນ​ແບບ​ສົມ​ດຸນນີ້ ເຮົ​າ​ຈະ​ເຖິງ​ຄວາມ​ສຸຂ ​ແບບ​ຖາ​ວອນ ຫຼື​ວ່າ ວັ​ທ​ນາ​ຖາ​ວອນ ອັນ​ນັ້ນ ແມ່ນຄວາມ​ຍືນ​ຍົງ​ ຂອງ​ການ​ພັ​ທ​ນາ."

ຫວນ​ຄືນ​ຕອ​ນ​ທີ່ ທ່ານ​ ສົມ​ບັດ ເຮັດ​ວຽກ​ກັບອົງ​ການການ Quaker ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ຕ່າງ​ປະ​ເທດ ເພາະ​ວ່າ ໃນ​ຊຸມ​ປີ 1980 ຣັ​ຖ​ບານ ບໍ່​ອະ​ນຸ​ຍາດໃຫ້ຄົນ​ລາວ ຕັ້ງ​ອົງ​ການ​ຈັດ​ຕັ້ງ ​ພາ​ປະ​ຊາ​ສັງ​ຄົມ.

ທ່ານ ບ​ຣູສ ຊູ​ເມັກ​ເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ​ກັບ​ ທ່ານ ສົມ​ບັດ ສົມ​ພອນ ໄດ້​ກ່າວ​ວ່າ:

" ທ່ານ ສົມ ​ບັດ ຢາກ​ເຮັດ​ໂຄງ​ການ​ກະ​ສິ​ກັມ ຂອງ​ຕົນ​ເອງ ແຕ່ ​ວ່າ ປະ​ເທດ​ລາວ ບໍ່​ອະ​ນຸ​ຍາດໃຫ້ຕັ້ງ NGO ຫຼື ອົງ​ການ​ຈັດ​ຕັ້ງ​ ພາ​ກ​ປະ​ຊາ​ສັງ​ຄົມ ສະ​ນັ້ນ ລາວ​ຈຶ່ງ​ເຮັດ​ເຮັດ​ພາຍ​ໃຕ້ ອົງ​ການ Quaker ນັ້ນ​​ຊ່ວຍໃຫ້ ​ສົມ​ບັດ ໄດ້​ເຮັດໂຄງ​ການ​ກະ​ສິ​ກັມ."

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ກ່າວ​ວ່າ:

“ທ່ານ ສົມ​ບັດ ໃຊ້​ເທັກ​ນິກ​ກະ​ສິ​ກ​ກັມ ​ຄັ້ງ​ແລກໃນ​ລາວເປັນ​ ເທັກ​ນິກ ​ທີ່​ບໍ່​ເຄີຍມີຢູ່​ລາວ ​ມາ​ກ່ອນ ລາວ​ເອີ້ນ​ວ່າ ການ​ເຮັດນາ​ແບບ​ປະ​ສົມ​ ປະ​ສານເປັນ​ການ​ເຮັດ​ນາ ແລະ ປູກ​ຜັກ​ ນຳ​ກັນໃຫ້​ຍື​ຍົງ ແຕ່​ວ່າ ​ຄົນ​ໃນ​ຣັຖບານ​ລາວ ບໍ່​ຮູ້ຈັກໃຊ້​ວຽກລາວ ໃນ​ໃນ​ທາງ​ນຶ່ງ ຣັຖ​ບານ ກໍຮັບ​ເອົາ​ໂຄງ​ການ​ ຊ່ວຍ​ເຫລືອ ແຕ່ ຣັຖບານ ພັດ​ລະ​ແວງ​ສົງ​ໄສ ຢ້ານ​ວ່າ​ມີ​ຫຍັງ​ແອບ​ແຝງ.”

ທ່ານ ສົມ​ບັດ ເປັນ​ຄົນ​ທີ່ບໍ່​ມັກ ​ມີ​ເຣື່ອງມີ​ຣາວ ກັບ​ໃຜ ນັບ​ແຕ່ສ​ມັຍ​ເປັນ​ນັກ​ຮຽນ​ ແລະ ທ່ານ​ກັບມາ​ປະ​ເທດ​ລາວ ກໍ​ເພື່ອ​ມາ​ຊ່ວຍປະ​ກອບ​ສ່ວນ ​ເຮັດ​ວຽກ​ເທົ່າ​ນັ້ນ.

ຍາ​ນາງ ຊຸມ​ເມັງ ພັ​ນຣະ​ຍາ ຂອງ​ ທ່ານ ສົມ​ບັດ ໄດ້​ກ່າວ​ວ່າ:

" ທ່ ​ານ ສົມ ​ບັດ ເປັນ​ຄົນບໍ່​ມັກ​ມີ​ເລື້ອງ​ກັບ​ໃຜ. ລາວບໍ່​ໄດ້​ມາແຂ່ງ​ຂັນ​ທາງ​ຄວາມ​ຄິດ ກັບ​ຣັຖບານ ລາວ​ພຽງ​ຕ້ອງ​ການປະ​ກອບ​ສ່ວນ ເທົ່າ​ນັ້ນ."

ທ່ານ ສົມ​ບັດ ເປັນ​ບຸກ​ຄົນ​ຣິ​ເຣີ່ມ​ໃນ​ການ​ໃຊ້​ສື່ ວີ​ດີ​ໂອ ໃຫ້​ຊາວ​ນາ​ໄດ້​ຮຽນ​ຮູ້ ເພື່ອ​ໃຫ້​ເກີດຄວາມ​ຍືນ​ຍົງ.

ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ມັນ​ພົວ​ພັນ​ກັບເທັກ​ໂນ​ໂລ​ຢີ້ ດິ​ຈີ​ຕອລ ທີ່ມີ​ບົດ​ບາດ​ສຳ​ຄັນຫລາຍ ເຮົາ​ໃຊ້​ລະ​ບົບ​ດິ​ຈີນ​ຕອລ ໃຫ້ບົດຮຽນແກ່​​ຜູ້​ອື່ນ.

ທີມ​ງານ​​ຂອງ ທ່ານ ສົມ​ບັດ ​ຜ​ລິດສາ​ຣະ​ຄະດີ ໂຄງ​ການ​ຟື້ນ​ຟູ​ປ່າສົນ ທີ່ ທ່ານ ສົມ​ບັດ​ ເຮັດ​ຢູ່​ພາຍ​ໃຕ້​ ອົງ​ການ Quaker ຢູ່ ​ທົ່ງ​ໄຫ​ຫິນ.

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ກ່າວ​ວ່າ:

" ທ່ານ ສົມ ​ບັດ ເຮັດ​ວຽກັບ​ເດັກ​ນ້ອຍ​ ຢູ​ແຂວງ​ສາ​ລະ​ວັນ ລາວ​​ພາ​ເຂົາ​​ ປູກ​ຕົ້ນສົນ ເພື່ອ​ປ້ອງ​ກັນ​ດິນ​ເຈື່ອນ ພະ ​ນັກ​ງານ​ກະ​ສິ​ກັມ ແລະ ຊາວ​ບ້ານ ກໍແປ​ກ​ໃຈ ແຕ່ ປະ​ກົດ​ວ່າ ມັນ​ໄດ້​ຜົນດີຫລາຍ."

ນອກ​ຈາກນີ້ ທີມ​ງານ​ຂອງ ທ່ານ​ສົມ​ບັດ ຍັງ​ຜ​ລິ​ດ​ສາ​ຣະ​ຄະ​ດີ ວີ​ດີ​ໂອ ການ​ຟື້ນ​ຟູ​ປ່າ​ນາ​ອູ ເຊິ່ງ​ຜູ້​ຮ່ວມ​ງານ​ພາກ​ຣັ​ຖໃຫ້​ຄວາມ​ສົນ​ໃຈ ​ກ່ຽວ​ກັບ​ເຣື່ອງນີ້.

ໃນ​​ຊຸມ​ປີ 90 ທ່ານ ສົມ​ບັດ ​ໄດ້​ຮັບໄຟ​ຂຽວໃຫ້ເປີດ ສູນ​ອົບ​ຮົບ​ ຮ່ວມ​ພັດ​ທະ​ນາ ຫລື ສູນ “ປາ​ແດກ” ເພື່ອ​ເຮັດ​ວຽກ​ກັບ​ຊຸມ​ຊົນ ແລະ ຖື​ວ່າ ເປັນ​ອົງ​ການ​ ພາກ​ປະ​ຊາ​ສັງ​ຄົມ ​ອີກ​ຮູບ​ແບບ​ນຶ່ງ.

ວຽກ​ງານ ແລະ ກິ​ຈ​ກັມ ສ່ວນ​ໃຫຍ່ ຢູ່​ສູນ​ປາ​ແຕກ ແມ່ນ​ຈະ​ເນັ້ນ ການວາງ​ແຜນ​ ແບບ​ມີ​ສ່ວນ​ຮ່ວມ ເພື່ອ​ໃຫ້ພາກ​ຣັ​ຖ​​ເຫັນ ການ​ມີ​ສ່ວນ​ຮ່ວມ ​ຂອງ​ຊຸມ​ຊົນ ແລະ ໃຫ້​ຊຸມ​ຊົນ ເປັນ​ເຈົ້າ​ຂອງ ​ໂຄງ​ການ.

ນອກ​ຈາກນີ້ ທ່ານ ສົມ​ບັດ ມີ​ແນວ​ຄິດ​ປະ​ຕິ​ວັດ ​ໃນ​​ຄວາມ​ເປັນ​ເຈົ້າການ ​ຈຸດ​ປະ​ກາຍ ແລະ ການ​ສົ່ງ​ເສີມ​ກຸ່ມ​ໄວ​ໜຸ່ມ ໃຫ້ຄິດ​ວິ​ເຄາະ.

ທີມ​ງານ​ຂອງ ທ່ານ ສົມ​ບັດ ຄົນ​ນຶ່ງ ໄດ້​ກ່າວ​ວ່າ:

" ຮູ້ ​ຈັກສົມ​ບັດ ຕອນຂ້ອຍເປັນ​ອາ​ສາ​ສະ​ໝັກ ​ຢູ່​ ສູນປາ​ແດກ ປົກ​ກະ​ຕິ​ ສົມ​ບັດ ຈະ​ເຮັດວຽກໃກ້​ຊິດກັບທີມ​ງານ​ສື່ ຂ້ອຍ​ເຮັດ​ວຽກ​ກັບ​ທີມ​ງານ​ສື່ ແລະ ຮູ້​ຈັກ​ສົມ​ບັດ ເວົ້າ​ແທ້ ລາວ​ເປັນ​ວິ​ຣະ​ບຸ​ຣຸສ ​ຂອ​ງ​ຂ້ອຍຄົນ​ນຶ່ງ ລາວ​ເວົ້າ​ສະ​ເໜີ​ວ່າ ກາ​ນ​ສອນ​ຄົນ​ໃຫ້​ລອຍ​ນ້ຳນັ້ນ​ ຕ້ອງ​ເອົາ​ຄົນ ລົງ​ມາ​ໃນ​ສະ​ລອຍ​ນ້ຳ."

ທ່ານ ສົມ​ບັດ ​ປັບ​ປຸງຕົວ​ແບບ​​ພັດ​ທະ​ນາ ​​ຍືນ​ຍົງສະ​ເພາະ.

ທ່ານ ສົມ​ບັດ ເຄີຍ​ກ່າວ​ເອົາ​ໄວ້​ວ່າ:

" ຄິດ ​ວ່າ ເພື່ອ​ໃຫ້ເກີດ​ຄວາມ​ສາ​ມັກ​ຄີ​ໃນ​ສັງ​ຄົມ ເຮົາ​ຄວນ​ນຳໃຊ້​ຄວາມ​ສຸຂ ເປັນເປົ້າ​ໝາຍ ການ​ພັທນາເພື່ອ​ບັນ​ລຸ​ເປົ້າ​ໝາຍ ຈະ​ຕ້ອງ​ມີ​ຄວາມ​ດຸ່ນດ່ຽງ​ ໃນການພັດ​ທະ​ນາ​ເສຖ​ກິຈ ສັງ​ຄົມ ສິ່ງ​ແວ​ດ​ລ້ອມ ແລະ ທີ່​ສຳ​ຄັນ​ທີ່​ສຸດ​ ກໍ​ຄື ການ​ພັທ​ນາ​ຄົນ​ໜຸ່ມ."

ເປັນ​ເວ​ລາຫລາຍ​ປີ ທ່ານ ສົມ​ບັດ ຜູ້ກໍ່​ຕັ້ງສູນ​ປາ​ແດກ ໄດ້​ຮັບ​ຣາງວັນ​ຫລາຍ​ໃນ​ລະດັບ​ພາກ​ພື້ນ ແລະ ສາ​ກົນ ເຊັ່ນ:

  1. ຣາງວັນການ​ພັ​ທ​ນາ ​ຊັພ​ຍາ​ກອນ​ມະ​ນຸ​ສ ປີ 2001 ຈາກ​ຄະ​ນະ​ກັມມະ​ການ ເສ​ຖ​ກິ​ຈ​ສັງ​ຄົມຂອງ​ສະ​ຫະ​ປະ​ຊາ​ຊາຕ ປະ​ຈຳ​ເຂດ​ເອ​ເຊັຽ ​ປາ​ຊິ​ຟິກ.
  2. ຣ​າ​ງວັນຣາ​ມອນ ເມັກ​ໄຊ​ໄຊ ອາ​ວອຣ໌ດ ປີ 2005 ສາ​ຂາ​ການ​ພັ​ທ​ນາ​ຊຸມ​ຊົນ ເຊິ່ງ​ເປັນ​ຣ​າງວັນ​ລະ​ດັບ​ສາ​ກົນ.

ທ່ານ ສົມ​ບັດ ກ່າວ​ວ່າ:

"ຣາງວັນ ​ ບໍ່​ແມ່ນ​ເພື່ອ​ຂ້ອຍ ຫລື ທີມ​ງານ​ສູນ​ປາ​ແດກ ແຕ່​ສຳ​ລັບ ອາ​ສາ​ສະ​ໝັກ​ໄວ​ໜຸ່ມ​ ແລະ ຜູ້​ນຳ​ໄວ​ໜຸ່ມ ເຂົາ​ເຈົ້າ​ເຮັດ​ ໃຫ້ເຮົາ​​ເຫັນ​ ​ຄວາມ​ສາ​ມາດ​ເຂົາເພື່ອ​​ກັມ​ນົດ​ ແນວ​ທາງ​ການ​ພັທນາຊຸມ​ຊົນ​ຂອງ​ເຂົາ."

ແຕ່​ສິ່ງ​ທີ່​ທ້າ​ທາຍ ຢ່າງ​ນຶ່ງ ກໍ​ຄື ຣັ​ຖ​ບານປ່ຽນ​ດິນ​ເປັນ​ທຶນ ໂດຍອະ​ນຸ​ຍາດ​ໃຫ້​ຕ່າງ​ປະ​ເທດ​ ເຂົ້າ​ມາ​ສັມປະ​ທານ​ທີ່​ດິນ ຢູ່​ປະ​ເທດ​ລາວ ແຕ່ຍົກ​ຍາຍ​ປະ​ຊາ​ຊົນ ​ອອກ​ຈາກເນື້ອ​ທີ່​ດິນ​ ຂອງ​ຕົນ​ເອງ.

ຍາ ນາງ ຊຸຍ​ເມັງ ພັ​ນຣະຍາ​ຂອງ ທ່ານ ສົມ​ບັດ ກ່າວ​ວ່າ:

" ຣັ ​ຖ​ບານ​ ຈະນຳ​ພາປະ​ເທດ​ ອອກ​​ຈາກ​ຄວາ​ທທຸກ​ຍາກ ດ້ວຍ​ການ​ຫັນ​ທີ່​ດິນ ແລະ ຊັບ​ສິນເປັນ​ທຶນ ເນື້ອ​ທີ່​ດິນ​ກ້​ວາງ​ໃຫຍ່ ກາຍ​ເປັນ​ຂອງ​​ເອ​ກ​ຊົນ ມີ​ການຍົກ​ຍ້າຍ​ປະ​ຊາ​ຊົນ​ ແລະ ທຳ​ລາຍ​ສິ່ງ​ແວດ​ລ້ອມ ສົມ​ບັດ ​ຈຳຕ້ອງເວົ້າ​ ເພື່ອສະ​ທ້ອນ​ເຖິງນະ​ໂຍ​ບາຍ."

ນອກ​ຈາກນີ້ ນີ້ ຣັ​ຖ​ບານ​ເອງ​ ກໍ​ມີ​ການ​ຈຳ​ກັດ ແລະ ຄວບ​ຄຸມ​ສື່ສານມວນ​ຊົນ.

ທ່ານ ສະ​ຈວດ-ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າ​ວ່າ:

" ຂ້ອຍຄິດ ​ວ່າ ຜູ້​ນຳ​ລາວ ສະ​ຫລາດໃນ​ກະ​ຕຸ້ນ​​ເສດ​ຖະກິ​ຈ, ແຕ່​ປະ​ຕິ​ເສດແນວ​ທາງ​ ປະ​ຕິ​ຮູບ​ການ​ເມືອງ, ພັກຄວບ​ຄຸມ​ສື່​, ການ​ສຶກ​ສາ ແລະການ​ດຳ​ລົງ​ຊີ​ວິຕ ບໍ່​ມີ​ອົງ​ການ​ຈັດ​ຕັ້ງ​ ທາງ​ສັງ​ຄົມ​ ທີ່​ອິດ​ສະ​ຫລະ."

ບັນ​ຫາ​ຫຼາຍ​ຢ່າງເກີດ​ຂຶ້ນ ແລະ ກົດ​ດັນ ​ທ່ານ ​ສົມ​ບັດ ຍ້ອນ​ວ່າ ພະ​ນັກ​ງານ​​ຣັ​ຖ​ບາງຄົນ ກໍ​ຄິດ​ວ່າ ທ່ານ ສົມ​ບັດ ຂັດ​ຕໍ່​ແນວ​ທາງ​ຂອງ​ພັກ-ຣັ​ຖ.

ບາງ​ຄັ້ງ ທ່ານ ສົມ​ບັດ ກໍ​ກັງ​ວົນກັບ ເຣື່ອງ​ບັນ​ຫາ ​ການ​ສໍ້​ຣາ​ສບັງ​ຫຼວງ​ໃນ​ລາວ ທີ່​ເປັນ​ບັນ​ຫາ ບໍ່​ສາ​ມາດ​ແກ້​ໄຂ​ໄດ້.

ທ່ານ ບ​ຣູ​ສ ຊູ​ເມັກ​ເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ ກັບ​ ທ່ານ ສົມ​ບັດ ໄດ້​ກ່າວ​ວ່າ:

" ຂ້ອຍຈື່ໄດ້ ​ ສົມ​ບັດ ຮູ້​ສຶກທໍ້​ຖອຍ​ແທ້ ກັບການ​ພັທ​ນາ ແລະ ການ​ສໍ້​ຣາສບັງ​ຫລວງ ບາງ​ຄັ້ງ ລາວກັງ​ວົນ​ ແລະສິ້ນ​ຫວັງກັບ​ມັນ ແຕ່​ ລາວ ກັບ​ມາ​ສູ້ເອົາ​ຊະ​ນະ​ມັນ ຂ້ອຍ ບໍ່​ເຄີຍ​ເຫັນ​ລາວຍອມ​ຈຳ​ນົນ."

ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ ໃນ​ວັນ​ທີ 15 ເດືອນ ທັນ​ວາ ປີ 2012 ເຮັດ​ໃຫ້​ຣັ​ຖ​ບານ​ຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ຈັດ​ຕັ້ງ ​ພາ​ກ​ປະ​ຊາ​ສັງ​ຄົມ ແລະ ອົງ​ການ​ສິດ​ທິ​ມະ​ນຸ​ສ, ແລະ ນັກ​ການ​ທູຕ ​ອອກ​ມາ​ສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່​ຣັ​ຖ​ບານ​ລາວ.

ນັກ​ການ​ທູຕ​ບາງ​ຄົນໃຫ້​ຄຳ​ເຫັນ​ວ່າ ທ່ານ ສົມ​ບັດ ບໍ່​ໄດ້​ຫາຍ​ສາບ​ສູນ ແຕ່ຖືກ​ເຈົ້າ​ໜ້າ​ທີ່​ ຕຳ​ຣວດ​ລັກ​ພາ​ໂຕ​ໄປ.

ທ່ານ ມີ​ເຊວ ກອ​ຟ​ຟິນ ອະດີຕອຸ​ປະ​ທູຕ ສະ​ຫະ​ພາບ​ຢູ​ໂຣບ ປະ​ຈຳ​ລາວ ໄດ້​ຂຽນ​ ຢູ່​ໃນເຟ​ສ​ບຸກຄ໌​ສ່ວນ​ໂຕ​ຂອງ​ທ່ານ​ວ່າ:

“ຂ້າ​ພະ​ເຈ້າ ​ມາ​ຢູ່​ປະ​ເທດ​ລາວ ໃນ​ຖາ​ນະ​ຫົວ​ໜ້າ​ ຄະ​ນະ​ຜູ້​ແທນ​ສ​ະ​ຫະ​ພາບ​ຢູ​ໂຣບ ໃນ​ເວ​ລາ​ທີ່ ທ່ານ ສົມ​ບັດ ສົມ​ພອນ ຫາຍສາບ​ສູນ ໃນ​ຕອນ​ແລງຂອງວັນ​ເສົາ ທີ 15 ທັນ​ວາ 2012. ທ່ານ ສົມ​ບັດ ບໍ່​ໄດ້​ຫາຍສາບ​ສູນ ແຕ່ທ່ານ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ລັກ​ພາ​ໂຕ​ໄປ ແລະ ເຫດ​ການ​ນັ້ນ ໄດ້​ຖືກ​ບັນ​ທຶກ​ເອົາ​ໄວ້ຢູ່​ໃນ​ວີ​ດີ​ໂອ.”

ທ່ານ​ກ່າວ​ຕື່ມ​ວ່າ: “ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ ຢູ່​ໃນ​ລາວ ກໍ​ມີ​ການ​ປ່ຽນ​ແປງ​ທັນ​ທີ​ ທັນ​ໃດ ມາ​ເປັນການ​ເຮັດ​ສົງ​ຄາມ​ຢືດ​ເຍື້ອ ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ເກີດ​ຂຶ້ນ. ການ​ບີບ​ບັງ​ຄັບ ​ບຸກ​ຄົນ​ໃຫ້​ຫາຍ​ສາຍ​ສູນ ເປັນ​ສິ່ງ​ທີ່ບໍ່​ດີ​ຫຼາຍ ຄື ເປັນ​ທຳ​ນອງວ່າ ເຮົາ​ຍັງ​ມີ​ຄວາມ​ຫວັງ​ຢູ່.”

ທ່ານ ມິ​ເຊວ ກ່າວ​ຕື່ມ​ອີກວ່າ: “ປະ​ເທດ​ລາວ ເປັນ​ປະ​ເທດ​ທີ່​ດີ​ທີ່​ສຸດ ທີ່​ຂ້າ​ພະ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິຕ​ຢູ່ ແຕ່ວ່າ ການ​ງຽບ ກໍ​ເຫັນ​ສິ່ງ​ທີ່​ເຈັບ​ປວດ ໝູ່​ຄົນ​ລາວທຸກ​ຄົນ ກໍ​ຮູ້​ວ່າ ພວກ​ເຮົາ​ກຳ​ລັງ​ເວົ້າ​ກ່ຽວ​ກັບ​ຫຍັງ​ຢູ່.”

ການ​ງຽບ​ໃນ​ທີ່ນີ້ ຄົນ​ລາວ​ທຸກ​ຄົນ ແລະ ສາ​ກົນ ກໍ​ເຂົ້າ​ໃຈ​ວ່າ ຣັ​ຖ​ບານ ບໍ່​ໄດ້​ມີ​ຄຳ​ຕອບ​ຫຍັງ ​ທີ່​ເປັນ​ຮູບ​ປະ​ທັມ ກ່ຽວ​ກັບ​ການ​ລັກ​ພາ​ໂຕ ​ທ່ານ ​ສົມ​ບັດ ສົມ​ພອນ ເຖິງວ່າ ຈະ​ມີ​ພາບ​ວີ​ດີ​ໂອ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຕຳ​ຣວດ ໄດ້​ຢຸດ​ຣົ​ຖ​ຂອງ​ທ່ານ ແລ້ວ ນຳ​ໂຕ ​ທ່ານ ຂຶ້​ນ​ຣົ​ຖ​ອີກ​ຄັນ​ນຶ່ງ​ໄປ.