ທ.ສົມພອນຍັງໄຮ້ຮ່ອງຮອຍ
2016.08.31

ໃນໂອກາດ ວັນຄົບຮອບ ຄົນຫາຍສາບສູນ ສາກົນ ວັນທີ 30 ສິງຫາ ປີນີ້ ທ່ານ Phil Robertson ຮອງ ຜູ້ອຳນວຍການ ອົງການ ສິ້ງຊອມ ດ້ານສີດທິ ມະນຸດ ຫລື Human Rights Watch ປະຈຳ ຂົງເຂດ ກ່າວຕໍ່ ເອເຊັຽ ເສຣີ ກ່ຽວກັບ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ວ່າ ການສືບສວນ ຫາ ທ່ານ ສົມບັດ ສົມພອນ ຂອງ ທາງການລາວ ມາຮອດ ທຸກມື້ນີ້ ເປັນເວລາ ເກືອບ ຮອດ ສີ່ ປີແລ້ວ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ. ດັ່ງທ່ານກ່າວ ໃນວັນທີ 30 ສິງຫາ ນີ້ວ່າ:
"ບໍ່ມີຫຍັງຄືບຫນ້າເລີຍ ຈິງໆແລ້ວ ໃນສາມປີ ຜ່ານມາ ທາງ ຣັຖບານລາວ ບໍ່ໄດ້ແຈ້ງ ຄອບຄົວ ຂອງ ທ່ານ ສົມບັດ ໃຫ້ຮູ້ເຣື້ອງ ການສືບສວນ ມັນລັກສນະ ການສອບສວນ ບໍ່ຈິງ ລັກສນະ ແບບເວົ້າຊື່ໆ ບໍ່ໄດ້ ລົງມືເຮັດ".
ທ່ານກ່າວຕື່ມວ່າ ຫຼາຍປະເທດ ຮູ້ວ່າ ທ່ານ ສົມບັດ ສົມພອນ ຖືກຄົນກຸ່ມນຶ່ງ ລັກພາຕົວໄປ ຢູ່ຕໍ່ຫນ້າ ປ້ອມຍາມ ຕຳຣວດ ຊຶ່ງ ສະແດງ ໃຫ້ເຫັນວ່າ ເຈົ້າຫນ້າທີ່ ຕຳຣວດ ໃນປ້ອມຍາມ ແຫ່ງນັ້ນ ຮູ້ເຫັນ ສິ່ງທີ່ເກີດຂຶ້ນ ແຕ່ ທາງການລາວ ກັບບອກຕໍ່ ຊາວໂລກວ່າ ບໍ່ຮູ້ ບໍ່ເຫັນ ກ່ຽວກັບ ເຣື້ອງນີ້ ແລະ ອ້າງວ່າ ຕົນກຳລັງ ສືບສວນ ເຣື້ອງນີ້ ຢູ່.
ອົງການ ນິຣະໂທດກັມ ສາກົນ ຫລື Amnesty international ກໍໄດ້ອອກ ຖແລງການ ໃຫ້ຊອກຫາ ທ່ານ ສົມພັດ ສົມພອນ ພ້ອມທັງ ຮຽກຮ້ອງ ໃຫ້ ຣັຖບານລາວ ຕັ້ງຄນະ ກັມມະການ ສືບສວນ ໃນບັນຫາ ດັ່ງກ່າວ ແຕ່ ບໍ່ປະສົບ ຜົລສຳເຣັດ ແລະ ອົງການ ດັ່ງກ່າວ ຍັງໄດ້ ຮຽກຮ້ອງໃຫ້ ທ່ານ ບາລັກ ໂອບາມາ ປະທານາທິບໍດີ ສະຫະຣັດ ຍົກເຣື້ອງນີ້ ຂຶ້ນມາເວົ້າ ກັບທາງການ ລາວ ໃນເວລາ ທີ່ ທ່ານໄປ ເຂົ້າຮ່ວມ ກອງປະຊຸມ ຢູ່ລາວ ໃນຕົ້ນເດືອນ ກັນຍາ ນີ້.
ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ບໍ່ແມ່ນ ກໍຣະນີ ທຳອິດ ໃນ ສປປລາວ ໃນຕົ້ນປີ 2008 ເອື້ອຍ ຂອງ ພັລຍາ ຂອງ ທ່ານ ປຣະສິດ ໄຊຍະສິດ ຫົວຫນ້າ ກົມການທູດ ກະຊວງ ຕ່າງປະເທດລາວ ກໍ ຫາຍຫາຍສູນ, ໃນປີ 2010 ເຈົ້າຫນ້າທີ່ ຕຳຣວດ ເມືອງ ປາກກະດິງ ຊື່ ທ້າວສາຄອນ ກໍ ຫາຍສາບສູນ ແລະ ໃນປີ 2012 ເຈົ້າຫນ້າທີ່ ຕຳຣວດ ກອງບັນຊາການ ແຂວງ ຫລວງນ້ຳທາ ຊື່ ທ້າວ ບຸນລັດ ກໍ ຫາຍສາບສູນ ແບບບໍ່ມີ ຮ່ອງຮອຍ.