ທະຫານລາວ ຍິງປະທະ ກຸ່ມຕໍ່ຕ້ານ ຕາຍນຶ່ງ

ອຸ່ນແກ້ວ ສຸກສະຫວັນ
2021.03.17
ທະຫານລາວ ຍິງປະທະ ກຸ່ມຕໍ່ຕ້ານ ຕາຍນຶ່ງ ສ່ວນນຶ່ງຂອງໜ່ວຍຕໍ່ຕ້ານ ຣັຖບານ ສປປ ລາວ ທີ່ ກໍາລັງຖືກຕິດຕາມ ການເຄື່ອນໄຫວ
ນັກຂ່າວພົລເມືອງ

ເກີດເຫດຍິງປະທະກັນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ກໍາລັງທະຫານ ຂອງກອງທັບລາວ ກັບກຸ່ມຕໍ່ຕ້ານຣັຖບານ ໃນວັນທີ 9 ມີນາ ທີ່ຜ່ານມາ, ເປັນເຫດເຮັດໃຫ້ກຸ່ມຕໍ່ ຕ້ານຣັຖບານ ເສັຽຊີວິດນຶ່ງຄົນ, ອີງຕາມແຫຼ່ງຂ່າວຈາກ 3 ຄົນ ທີ່ໃກ້ຊິດກັບ ເຈົ້າໜ້າທີ່ທະຫານ.

ບຸກຄົນທີ່ໃກ້ຊິດທະຫານ ຜູ້ທີ່ປະຕິບັດໜ້າທີ່ຢູ່ ແຂວງໄຊສົມບູນ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມິນາ ວ່າ:

ໃນໄລຍະນີ້ ເຈົ້າໜ້າທີ່ບໍ່ອະນຸຍາດໃຫ້ ປະຊາຊົນເຂົ້າໄປໃນເຂດ ທີ່ມີການຍິງກັນ.

ທ່ານກ່າວຕື່ມວ່າ ກຸ່ມຕໍ່ຕ້ານຣັຖບານ ຈຳນວນນຶ່ງຫຼົບໜີ ແລະ ທາງການມີການສົ່ງໜ່ວຍກຳລັງທະຫານ ໄປປະຈຳຢູ່ເຂດທີ່ມີການ ປະທະກັນ ຊຶ່ງເປັນພື້ນທີ່ພູສູງ. ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ທະຫານ ລະດັບສູງອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມິນາ ວ່າ:

ຫຼັງຈາກມີການປະທະກັນ ທາງການ ແຂວງໄຊສົມບູນ ໄດ້ສົ່ງເຈົ້າໜ້າທີ່ທະຫານໄປສົມທົບ ກັບ ທະຫານເມືອງທ່າໂທມ ເພື່ອປິດລ້ອມ ຝ່າຍຕໍ່ຕ້ານ.

ນອກຈາກນີ້ ອະດີດເຈົ້າໜ້າທີ່ທະຫານ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີວ່າ:

ເກີດມີການຍິງປະທະກັນ ຢູ່ໃນເຂດດັ່ງກ່າວແທ້ ແລະ ມີຝ່າຍຕໍ່ຕ້ານເສັຽຊີວິດຄົນນຶ່ງ.

ກ່ຽວກັບເລື່ອງນີ້ ປະຊາຊົນຢູ່ ໃກ້ຈຸດເກີດເຫດ ຢູ່ເມືອງທ່າໂທມ ໄດ້ກ່າວວ່າ:

ເຂົາຍາມຕາມທາງຫຼາຍ ມີແຕ່ທໍ່ລະທະຫານກະມາຫຼາຍ ເຂົາກະສະກັດກັ້ນມັນ ຍັງມີລູກນ້ອງ ມັນຊິເອົາກຳລັງມັນມາເອົາຄົນນີ້ໄປ ເຂົາບໍ່ຖິ້ມກັນເດ້ ແຕ່ວ່າ ທະຫານເຮົານີ້ ຢຶດແລ້ວ ທະຫານເຮົາມາແຕ່ ໄຊສົມບູນ ຫຼາຍແທ້ຫຼາຍວ່າ ຢູ່ຫົວບ້ານນີ້ນ່າ.

ຫ້ອງວ່າການເມືອງທ່າໂທມ ແຂວງໄຊສົມບູນ ໄດ້ອອກແຈ້ງການ ໃນວັນທີ 15 ມິນາ ທີ່ຜ່ານມາ ເພື່ອຫ້າມບໍ່ໃຫ້ ປະຊາຊົນເຂົ້າໄປ ຫາກິນ ແລະ ທຳການຜລິດຢູ່ຈຸດຫວ່າງຄານ, ຫຼັງຜາຕຸງ ຈົນເຖິງບໍຣິເວນ ທົ່ງຫ້ວຍຫົກ, ທົ່ງລ່າງ ທົ່ງຂີ້ມົດ ຈົນຮອດ ເຂດສົບແຈ.

ແຈ້ງການໄດ້ຂຽນ: ຫ້ອງການເມືອງທ່າໂທມ ແຂວງໄຊສົມບູນ ຂໍແຈ້ງການມາຍັງ ບັນດາໜ່ວຍງານ, ຫົວໜ້າຫ້ອງການ, ຫົວໜ້າ ໜ່ວຍບໍຣິການ, ຣັຖວິສາຫະກິດ, ອົງການປົກຄອງ ບ້ານ 26 ບ້ານ ເມືອງທ່າໂທມ ຮັບຊາບວ່າ ຫ້າມບຸກຄົນໃດ ຫຼື ປະຊາຊົນເຂົ້າ ໄປຊອກຢູ່ຫາກິນ ຫຼື ເຂົ້າໄປທຳການຜລິດ ຢູ່ໃນເຂດຈຸດຫວ່າງຄານ ຫຼັງຜາຕຸງ ຈົນເຖິງບໍຣິເວນ ທົ່ງຫ້ວຍຫົກ, ທົ່ງລ່າງ, ທົ່ງຂີ້ມົດ ຈົນຮອດ ສົບແຈ ບໍ່ວ່າ ກໍຣະນີໃດກໍຕາມ ນັບແຕ່ມື້ໄດ້ຮັບແຈ້ງການ ຈົນເຖິງວັນທີ 30 ມິນາ 2021.

ແຈ້ງການຍັງຂຽນຕື່ມວ່າ: ເນື່ອງຈາກວ່າ ທາງກອງບັນຊາການທະຫານ ແຂວງໄຊສົມບູນ ແລະ ກອງບັນຊາການທະຫານເມືອງ ທ່າໂທມ ຈະມີແຜນເຄື່ອນໄຫວ ລາດຕະເວນ ແລະ ຊ້ອມຣົບ ຢູ່ໃນເຂດບໍຣິເວນ ດັ່ງກ່າວ ສະນັ້ນ ຈຶ່ງຂໍແຈ້ງໃຫ້ບັນດາ ທ່ານ ຫົວໜ້າຫ້ອງການ, ໜ່ວຍບໍຣິການ, ຣັຖວິສາຫະກິດ ແລະ ອົງການປົກຄອງບ້ານ 26 ບ້ານ ແຈ້ງໃຫ້ ພະນັກງານ ຂອງຕົນ ແລະ ປະຊາຊົນຂອງຕົນ ໃຫ້ຮັບຊາບ ແລະ ຂໍຄວາມຮ່ວມມື ເປັນເຈົ້າການ ໃນການຈັດຕັ້ງປະຕິບັດແທ້ໆ, ຖ້າຫາກກໍຣະນີ ມີຜູ້ຜ່າຜືນ ເຂົ້າໄປໃນເຂດດັ່ງກ່າວ ມີຫຍັງເກີດຂຶ້ນ ທາງການຈັດຕັ້ງເມືອງ ຈະບໍ່ຮັບຜິດຊອບໃດໆທັງສິ້ນ.

ເຖິງວ່າ ຫ້ອງການເມືອງທ່າໂທມ ຈະບໍ່ແຈ້ງການລະອຽດກ່ຽວກັບ ການປະທະການ ກັບ ກຸ່ມຕໍ່ຕ້ານຣັຖບານ, ແຕ່ປະຊາຊົນໃນເຂດ ດັ່ງກ່າວ ກໍຮູ້ດີວ່າ ມີເຫດການຍິງ ປະທະກັນແທ້.

ເອເຊັຽເສຣີ ຕິດຕິດຕໍ່ຫາ ທ່ານ ພຸດທະສາດ ນ້ອຍທະວີ ຫົວໜ້າຫ້ອງການເມືອງທ່າໂທມ ກ່ຽວກັບການຍິງ ປະທະກັນ, ແຕ່ ທ່ານ ກໍຕອບວ່າ:

ບໍ່ສາມາດໃຫ້ລາຍລະອຽດເລື່ອງນີ້ໄດ້ ແລະ ຕອນນີ້ ຄາປະຊຸມຢູ່.

ນອກຈາກນີ້, ເຈົ້າໜ້າທີ່ຫ້ອງການຖະແຫຼງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງທ່າໂທມ ໄດ້ກ່າວວ່າ ບໍ່ຮູ້ເລື່ອງນີ້:

ພວກເຮົາຍັງບໍ່ທັນ ໄດ້ຮັບຮູ້ເນາະເຈົ້າ ບາງເທື່ອເຂົາເວົ້າຊື່ເບາະ ບໍ່ໄດ້ຍິນຫຍັງນະເຈົ້າ.

ເຫດການຄວາມບໍ່ສງົບ ຢູ່ແຂວງໄຊສົມບູນ ທີ່ຜ່ານມາ ເກີດຂຶ້ນຫຼາຍຄັ້ງ ຊຶ່ງເປັນການຍິງປະທະກັນ ລະຫວ່າງ ທະຫານທາງການ ລາວ ແລະ ກຸ່ມຕໍ່ຕ້ານຣັຖບານ ໃນທ້າຍປີ 2015-2016, ເປັນເຫດເຮັດໃຫ້ມີເຈົ້າໜ້າທີ່ ທະຫານ ແລະ ປະຊາຊົນເສັຽຊີວິດຫຼາຍຄົນ.

ໃນປີ 2019 ທີ່ຜ່ານມາ, ສຳນັກຂ່າວ Ajazeera ໄດ້ລາຍງານວ່າ ຍັງມີກຸ່ມເຜົ່າມົ້ງ ທີ່ຕໍ່ຕ້ານທາງການລາວ ທີ່ຢູ່ພາກເໜືອຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄຳຈົງ ຈັນລະລາດ ເມືອງອານຸວົງ
Mar 18, 2021 09:19 PM

ທິ່ເມືອງອານຸວົງ, ແຂວງໄຊສົມບູນ: ນາຍພົນຄຳລຽນ ພຸດທະໄກສອນ ຜູ້ບັນຊາການທະຫານແຂວງໄຊສົມບູນ ພ້ອມທັງ ຫ້າແຂວງອ້ອມຂ້າງໄດ້ອອກຄຳສັ່ງດ່ວນຫ້າມບໍ່ໃຫ້ປະຊາຊົນໃນແຂວງອອກໄປທຳມາຫາກິນຈົນເຖິງວັນທີ່ 30/04/21. ເມືອວັນທິ່ 09-03-21 ທີ່ຜ່ານມາໄດ້ມິການປະທະກັນລະຫວ່າງກົ່ມຕໍ່ຕ້ານແລະຝ່າຍທະຫານທີ່ເມືອງທ່າໂທມ ໃນກໍລະນີທີ່ຝ່າຍຕໍ່ຕ້ານຈະຜ່ານເມືອງທ່າໂທມໄປປະສານງານກັບກົ່ມຕໍ່ຕ້ານທີ່ເຂດຢືດຄອງທີ່ພູນາງນອນ ແລະຈະນຳງົປະມານຈຳນວນນື່ງໄປແຈກຢາຍໃຫ້ກອງກຳລັງໄປຊື້ເອົາອຸປະກອນການປ້ອງກັນທີ່ແຂວງຊຽງຂວາງ ພໍດີປະເຊີນໜ້າກັບຝ່າຍທະຫານ ຈືງມີການປະທະກັນເປັນເວລາ 30 ນາທິ ເຮັດໃຫ້ຝ່າຍທະຫານເສຍຊີວິດ 5 ນາຍ ແລະຝ່າຍຕໍ່ຕ້ານ ໄດ້ ສູນເສຍ 1 ນາຍ ຄື ທ້າວ ຈືກຢົວ ວ່າງ ຜູ້ບັນຊາການຂອງຝ່າຍຕໍ່ຕ້ານ. ຕັ້ງແຕ່ນັ້ນມາເຖິງປະຈຸບັນຝ່າຍຕໍ່ຕ້ານໄດ້ປະກາດທັງໂທລະສັບຈະອອກປະຕິບັດໃນທຸກຮູບແບບໄປທົວພາກເໜືອຂອງ ລາວ ເປັນຕົ້ນຄື: ແຂວງ ໄຊສົມບູນ, ຊຽງຂວາງ ຫລວງພະບາງ ແລະຫົວພັນ ເປັນຕັົ້ນ. ປະຈຸບັນ ຢູ່ເຂດ ເມືອງ ອາວ, ເມືອງ ອອມ, ເມືອງຮົ່ມ ເມືອງລ້ອງຊານ ແລະເມືອງລ້ອງແຈ້ງ ຝ່າຍຕໍ່ຕ້ານໄກ້ປະກາດຈະເປັນກອງໂຈນສູ້ລົບກັບຝ່າຍທະຫານເປັນຕົ້ນໄປ. ສະພາບການ ຂອງ ແຂວງໄຊສົມບູນໄດ້ຢູ່ໃນສະພາບທີ່ເຄັ່ງຕືງ ແລະອີກບາງພາກສ່ວນຂ້າລາຊະການພັກ ລັດຂອງຊາວມົ້ງຈະຖືກກັກຕົວກໍ່ເປັນໄດ້:

ເພັດທະວົງ ແຂວງໄຊສົມບູນ
Mar 20, 2021 09:04 PM

ຂ່າວຈາກ ກອງ ບັນຊາການທະຫານ ແຂວງໄຊສົມບູນ. ເຖິງ ພີນ້ອງປະຊາຊົນຊາບທົວເຖິງກັນ ມື້ວັນທີ່ 09-03-2021 ຜ່ານມາ ທະຫານແຂວງປະສົມກັບທະຫານເມືອງໄດ້ປິດລ້ອມສະກັດຍິງໄດ້ຫົວໜ້າຈົນກະບົດຊາດທີ່ແຂງກະດ້າງຕໍ່ນະໂຍບາຍຂອງພັກແລະລັດ, ທີ່ເປັນພວກກະບົດລູກແລ້ງຕິນມືທີ່ເສດເຫລືອທີ່ຮັບໃຊ້ຈັກະພັດອາເມລິກາ CIA ໃນສົງຄາມອາເມລິກາຢູ່ລາວ ທີ່ຕ້ານກັບພັກປະຊາຊົນປະຕິວັດລາວ,ຊິງພັກປະຊາຊົນປະຕິວັດລາວໄດ້ສູນເສຍກຳລັງທະຫານຢ່າງມະຫາສານສົມທົບກັບກອງທະຫານອາສາສະມັກຫວຽດນາມທີ່ ຜາທີ,ນາຄັງ,ທົງໄຫຫິນແລະເມືອງສຸຍເປັນຕົ້ນ: ພວກມົ້ງກະບົດຊາດທີ່ເປັນເຄືອງມືຂອງ ອາເມລິການີ້ ທັງປະຊາຊົນແລະກອງທັບປະຊາຊົນລາວຈະບໍ່ມິການຍົກເວັ້ນເປັນເດັດຂາດ. ການຕາຍຂອງບ່າກະບົດຄົນມົ້ງໃນຄັ້ງນີ້ທີ່ມີຊື້່ທ້າວ ຈື້ຢົວວັງ ຖືກທັງທະຫານໄດ້ຕັດຄໍມັນຖີ້ມອອກເປັນຂ່າວດົງດັງໃຫ້ປະຊາຊົນໄດ້ເຫັນແລະໃຫ້ຊາວໂລກແລະຄົນລາວນອກ ກອງທັບປະຊາຊົນລາວຍັງຈະສືບຕໍ່ດັບສູນພວກກະບົດແລະລູກແລ້ງຕິນມືທີ່ເສດເຫລືອຂອງອາເມລິກາຢູ່ ສປປລາວໃຫ້ສີ້ນສຸດໄປ.

ຫະຫານ ເມືອງນຸວົງ
Mar 27, 2021 05:22 PM

ລັດຖະບານ ກະຊວງປ້ອງກັນປະເທດແລະທີ່ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປະກາດເປັນທັງການ 25/03/2021 ທັງໂທລະພາບວ່າ ຝາຍທະຫານປະສົມກັບຍາດພີ່ນ້ອງທີ່ໃກ້ສິດກັບທ້າວຈືຢົວວັງ ຫົວໜ້າກະບົດຊາດຫລືລູກແລ້ງຕິນມືທີ່ເສດເຫລືອຂອງ ຈັກພັດອ່ເມລີກາທີ່ທະຫານໄດ້ດັບສະກັດຍິງຕາຍແລະທັງຖືກທະຫານຕັດຄໍມັນ ສະແດງໃຫ້ປະຊາຊົນທັງຊາດແລະຕ່າງປະເທດໄດ້ຮູ້ເຫັນນັ້ນເປັນຜົນດີທີ່ສຸດ: The lao government, ministry of defence and the central military base in Xaisomboun are also declared that they were very happy for catching or killing and next cutting of the Hmong resistant laeders Mr Chueyoua Vang on march 25. 2021 in military television that they were also killing the last CIA remainning Hmong people:

Mr. USA
Apr 06, 2021 12:16 AM

The comments could be written by one side to make the other side looks bad. We don't know whose side the writers are on. The writers can pretend to write from the point of view of the other side just to make the their own side looks good. No proof of who is who so don't take the comments too serious. Put yourself on the other people shoes then you will understand why both side do what they do. Peace out!