ຄົນເບິ່ງເຟສບຸກຫຼາຍກວ່າ ຟັງຂ່າວ ສາຍຫຼັກ

ອຸ່ນແກ້ວ ສຸກສະຫວັນ
2018.08.16
F-Social-media ຮູບພາບ ເຫດການຕ່າງໆ ທີ່ອົງກອນຂ່າວ, ສະມາຄົມສົງເຄາະ, ຮ່ວມທັງສ່ວນຕົວບຸກຄົນ ນໍາມາອອກເຜີຍແຜ່ ແຊກັນ ໃຫ້ປະຊາຊົນ ໄດ້ຮັບຮູ້ນໍາກັນວ່າ ໃນແຕ່ລະມື້ ມີຫຍັງເກີດຂຶ້ນ ຊຶ່ງສ່ວນໃຫຍ່ ຈະອອກໄວກ່ອນ ສື່ ຈາກສາຍຫຼັກ
RFA/FB/Citizen journalist

ຮູບພາບຂອງປະຊາຊົນພາກັນໜີນ້ຳ ໄປຢືນຢູ່ເທິງຫລັງຄາ ໃນຂນະທີ່ລະດັບນ້ຳສູງບໍ່ຕ່ຳກວ່າ 5 ແມັດ ແລະ ບາງບ່ອນກໍເລິກເຖິງ 10 ແມັດ ກໍມີ ໃນຕອນເຊົ້າຂອງວັນທີ 24 ກໍຣະກະດາ ທີ່ຜູ້ໃຊ້ເຟສບຸກ ໄດ້ເອົາມາເຜີຍແຜ່ນັ້ນ ຄືເຫດການເຂື່ອນເຊປຽນ ແຕກ ເຮັດໃຫ້ປະຊາຊົນ ເສັຍຊີວິດຫລາຍກວ່າ 30 ຄົນ, ແລະຫາຍສາບສູນ ເກືອບ 100 ຄົນ, ບ້ານເຮືອນ ໄຮ່ນາ-ຕາກ້າ ຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍ 100 ເປີເຊັນ, ປະຊາຊົນຢູ່ເມືອງສະໜາມໄຊ ແຂວງອັດຕະປີ 7,000 ບໍ່ມີບ້ານຢູ່.

ໃນຍຸກແຫ່ງຂໍ້ມູນຂ່າວສານ ຄົນທຸກທີ່ມີໂທລະສັບມືຖື ກໍສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ ແລະ ເປັນການຍາກທີ່ມີໃຜຈະມາປິດຫູບັງຕາ ກັນຄືແຕ່ກ່ອນ ໂດຍສະເພາະ ໃນຍາມເກີດເຫດການພັຍພິບັດທຳມະຊາດ ທີ່ກ່ຽວຂ້ອງກັບຄວາມເປັນຄວາມຕາຍ ຂອງປະຊາຊົນ.

ປະຊາຊົນຜູ້ໃຊ້ເຟສບຸກ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 14 ສິງຫາ ວ່າ:

"ຂ່າວນີ້ ສ່ວນໃຫຍ່ ລະແມ່ນເບິ່ງຢູ່ເຟສແຫລະ ໂທລະທັດ ເຂົາບໍ່ສູ້ອອກເດ້ ຕິດຕາມແຕ່ຢູ່ໃນທາງເຟສ ທາງລາຍ ນີ້ແຫລະ ກະໝາຍ ຄວາມວ່າ ເຂົາໄປຖ່າຍກັນມາ ລະເຂົາກໍຄ່ອຍໆ ແຊຣມາ ເບິ່ງຂ່າວນີ້ ມັນບໍ່ສູ້ມີ ຢູ່ໃນໂທລະທັດ ເວົ້າງ່າຍໆ ເລື້ອງການ ຕິດຕາມຂໍ້ມູນ ຂ່າວສານ ຄັນແມ່ນບໍ່ມີເຟສ ແມ່ນບໍ່ຮູ້ເລື້ອງຫຍັງເລີຍລະ ບໍ່ຮູ້ເລື້ອງຊ້ຳ."

ກ່ອນທີ່ເຂື່ອນຈະແຕກ, ບໍຣິສັດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍຣະກະດາ ທີ່ຜ່ານມາ ກໍໄດ້ມີການແຈ້ງເຕືອນ ໃຫ້ມີການ ອົພຍົບປະຊາຊົນ ໂດຍຜ່ານມາເຟສບຸກ ກ່ອນ ສື່ ຈາກກະແສຫລັກ ໃນຂນະທີ່ສື່ກະແສຫລັກ ຍັງບໍ່ມີການລາຍງານ ກ່ຽວກັບເລື້ອງນີ້.

ພາບສັນເຂື່ອນເຊປຽນແຕກ-ແຫງ ໄດ້ຖືກເຜີຍແຜ່ໃຫ້ປະຊາຊົນ ໄດ້ຮັບຮູ້ຜ່ານທາງເຟສບຸກ ໃນຕອນກາງເວັນຂອງວັນທີ 23 ກໍຣະກະດາ. ໃນຕອນກາງຄືນຂອງວັນທີ 23 ກໍຣະກະດາ ໃນເວວາທີ່ເຂື່ອນແຕກ ກໍມີ ຄນະຮັບຜິດຊອບ ຊ່ວຍເຫລືອປະຊາຊົນ ທີ່ປະສົບພັຍນ້ຳຖ້ວມ ເຂດເມືອງສະໜາມໄຊ ກໍໄດ້ເຮັດເຜີຍແຜ່ ຂໍ້ຄວາມທີ່ລະບຸວ່າ: “ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ແຊຣດ່ວນ”

ໃນຕອນເຊົ້າຂອງວັນທີ 24 ພຶສຈິກາ ພາບນ້ຳຖ້ວມ ເຮືອນຂອງປະຊາຊົນເຫັນແຕ່ຫລັງຄາ ໃນຂນະທີ່ປະຊາຊົນ ຈຳນວນຫຼາຍ ກໍພາກັນ ໜີນ້ຳຂຶ້ນໄປຢູ່ເທິງຫລັງຄາ ເພື່ອລໍຖ້າເຈົ້າໜ້າທີ່ມາຊ່ວຍເຫລືອ.

ເຫດການດັ່ງກ່າວນີ້ ແມ່ນຖືກເຜີຍແຜ່ໂດຍຜູ້ໃຊ້ເຟສບຸກກ່ອນອື່ນໝົດ ໃນຂນະທີ່ສື່ກະແສຫລັກ ກໍຍັງບໍ່ທັນມີການລາຍງານ ເຫດການນັ້ນເລີຍ ຈົນເປັນເຫດເຮັດໃຫ້ປະຊາຊົນ ອອກມາວິພາກວິຈານ ການເຮັດໜ້າທີ່ ຂອງ ສື່ ກະແສຫລັກ.

ນອກຈາກນີ້ ປະຊາຊົນກໍຮັບຮູ້ຂ່າວເລື້ອງເຂື່ອນເຊປຽນແຕກ ຈາກສື່ມວນຊົນປະເທດເພື່ອນບ້ານ, ປະຊາຊົນຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງກໍກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 14 ສິງຫາ ວ່າ:

"ຕາມບ້ານເຮົານີ້ແທ້ ມັນກະບໍ່ຢາກທັນການປານໃດແຫລະ ແຕ່ສ່ວນຫລາຍກະແມ່ນໄດ້ມາຈາກຕ່າງປະເທດ ຄືໄທ ບໍ ຈັ່ງຊີ້ ເພາະວ່າ ຂອງຣັຖບານ ມັນກະບໍ່ຢາກທັນການປານໃດ ມັນເປັນແລ້ວ ດົນແລ້ວ ຈັ່ງຄ່ອຍຮູ້ຈັກ ຊັ້ນນ່າ ຊູ່ມື້ນີ້ ຢູ່ໃສກະຄືກັນນະ ບໍ່ຢາກທັນການ ປານໃດນະ."

ຫລັງຈາກເຂື່ອນແຕກ ມື້ຕໍ່ມາບັນກໍມີຫລາຍໜ່ວຍງານທັງພາກຣັຖ ແລະ ເອກກະຊົນໄດ້ມີການລະດົມເອົາ ການຊ່ວຍເຫລືອບັນເທົາທຸກ ເພື່ອສົ່ງໄປໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ເຖິງວ່າ ຜູ້ຄົນໃນສັງຄົມຈະພາກັນວິຈາກວ່າ ສື່ ຂອງກະແສຫລັກ ລາຍງານຂ່າວບໍ່ທັນສະພາບການ, ແຕ່ ເຈົ້າໜ້າທີ່ຈາກໜ່ວຍງານ ທີ່ຄຸ້ມຄອງສື່ມົນຊົນກໍເຫັນວ່າ ມາຮອດປັດຈຸບັນ ສື່ ມວນຊົນລາວ ມີການເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ.

ທ່ານ ປິ່ນ ປາດຖະໜາ ຫົວໜ້າກົມສື່ມົນຊົນ ກະຊວງຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂທຣະພາບລາວ ໃນວັນທີ 13 ສິງຫາ ວ່າ:

"ມາຮອດປັດຈຸບັນນີ້ ສື່ມວນຊົນລາວພວກເຮົາ ໄດ້ຮັບການພັທນາຢ່າງກ້າວກະໂດດ ແລະຢ່າງຮອບດ້ານ ບໍ່ວ່າຈະທາງດ້ານປະຣິມານ ແລະຄຸນນະພາບ ໄດ້ມີການພັທນາທາງດ້ານເນື້ອໃນ ແລະຮູບແບບ ການນຳສະເໜີບົດ, ຂ່າວ ກໍຄືລາຍການ ຜ່ານທາງວິທຍຸ ທາງ ໂທລະພາບ ແລະ ສື່ແບບໃໝ່."

ປັດຈຸບັນ ສື່ສັງຄົມອອນລາຍ ດັ່ງ ເຟສບຸກ ເຂົ້າມາມີບົດບາດສູງ ແລະ ເປັນການແຂ່ງຂັນກັບ ສື່ກະແສຫລັກ ຊຶ່ງສື່ມວນຊົນ ຂອງ ທາງການເອງ ກໍຕ້ອງໄດ້ມີການປັບຕົວ. ດັ່ງ ທ່ານ ປິ່ນ ປາດຖະໜາ ກ່າວຕື່ມອີກວ່າ:

"ບັນດາສື່ທາງການ ຈະຕ້ອງໄດ້ປັບຕົວ ລະກະເອົາສື່ສັງຄົມແບບໃໝ່ ປັບມາໃຊ້ເຜີຍແຜ່ ໃຫ້ແກ່ຕົນເອງ ອັນນັ້ນແມ່ນຈຸດນຶ່ງເນາະ ລະອຸປກອນທາງດ້ານເຕັກນິກ ຂອງພວກເຮົາກະຍັງເປັນອຸປກອນແບບເກົ່າ ຄັນເວົ້າພາສາເຕັກນິກ ກະຍັງເປັນລະບົບ ອະນະລອກ ຢູ່ ຈຳນວນນຶ່ງເນາະ ສະນັ້ນ ພວກເຮົາຈະຕ້ອງຫັນອຸປກອນ ຂອງພວກເຮົາຈຳນວນນຶ່ງ ໃຫ້ເປັນດິຈິຕອນ ຊຶ່ງເພິ່ນກຳລັງ ນິຍົມຢູ່ປັດຈຸບັນນີ້."

ຈຸດດີຂອງສື່ສັງຄົມອອນລາຍ ດັ່ງ ເຟສບຸກ ແມ່ນ: ເປັນສື່ທີ່ສົ່ງໄດ້ໄວ ແລະ ທັນເຫດການ ມີຄວາມເປັນອິສຣະ ເພາະບໍ່ຂຶ້ນກັບໃຜ, ບໍ່ມີຂອບເຂດ, ບຸກຄົນທົ່ວໄປ ແລະພະນັກງານຣັຖກອນ ໃຊ້ກັນຢ່າງແຜ່ຫລາຍ, ທຸກໆກະຊວງທະບວງກົມກໍມີເຟສບຸກ ເປັນຂອງຕົນ ເອງ.

ຈຸດເສຍຂອງສື່ສັງຄົມອອນລາຍແມ່ນ: ການລົງຂໍ້ຄວາມບໍ່ໄດ້ຜ່ານການກັ່ນຕອງ ແລະ ບໍ່ໄດ້ຜ່ານການກວດແກ້ ຈາກບັນນາທິການ ຂໍ້ມູນອາຈຈະຜິດພ້ຽນ ເປັນເຫດເຮັດໃຫ້ ຄົນເຂົ້າໃຈຜິດ, ແລະ ມີການບິດເບືອນຂໍ້ມູນ. ຣັຖບານໄດ້ອອກດຳລັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ເລກທີ 327 ອອກໃນເດືອນ ກັນຍາ ປີ 2014 ທີ່ຜ່ານມາ.

ມາດຕາ 2 ຂອງດຳລັດດັ່ງກ່າວຂຽນວ່າ: ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ແມ່ນການຕິດຕາມ, ກວດກາການເຄື່ອນໄຫວ, ຕ້ານແລະສະກັດກັ້ນການນ້ຳໃຊ້ ຂໍ້ມູນຂ່າວສານຜ່ານອິນເຕີເນັດ ທີ່ໄປພັຍແກ່ສັງຄົມ ແລະຄວາມມັ້ນຄົງ ຂອງຊາດ.

ແຕ່ໃນທາງກົງກັນຂ້າມ, ສື່ສັງຄົມອອນລາຍເປັນໂຕສະທ້ອນໃຫ້ຣັຖບານ ໄດ້ຮັບຮູ້ວ່າປະຊາຊົນຄິດແນວໃດ ກັບການບໍຣິຫານງານ ຂອງ ຕົນເອງ, ດັ່ງນັກວິຊການລາວ ທ່ານນຶ່ງທີ່ເຄີຍກ່າວຕໍ່ ເອເຊັຍເສຣີ ທີ່ຜ່ານມາວ່າ:

“ກົງກັນຂ້າມ ຄວນຈະຕິດຕາມເບິ່ງຜູ້ທີ່ວິພາກວິຈານ ປະຕິກິຣິຍາ ຂອງຜູ້ທີ່ໃຊ້ສື່ສັງຄົມອອນລາຍ ທີ່ເຂົາສະທ້ອນ ພຶດຕິກັມຂອງພະນັກງານ ຢູ່ໃນລະບົບຂອງຣັຖບານ ເຈົ້າຈະໄດ້ຮູ້ວ່າຄົນຄິດແນວໃດ ກັບເຈົ້າຫລືເຈົ້າບໍຢາກຮູ້ຊັ້ນບໍ ແລ້ວເຈົ້າບໍ່ຢາກຮູ້ ຊັ້ນເບາະ ວ່າ ຄົນຄິດແນວ ໃດກັບເຈົ້າ ໃນຖານະທີ່ເຈົ້າເປັນຜູ້ນໍາປະເທດ."

ສຸດທ້າຍກໍຄື ເຮົາຈະໃຊ້ເຟສບຸກ ສື່ສັງຄົມອອນລາຍ ອື່ນໆ ເພື່ອສະທ້ອນບັນຫາ ທີ່ເກີດຂຶ້ນ ແລ້ວນຳໄປສູ່ການແກ້ໄຂ ຫລື ຈະເຫັນວ່າ ຜູ້ໃຊ້ເຟສບຸກວິພາກວິຈານ ເປັນໄພຂຸ່ມຂູ່ສຳລັບຕົວເອງ, ແຕ່ຄວາມຈິງ ກໍຄື ປະຊາຊົນຮູ້ແລ້ວວ່າ ຂ່າວໃດຄວນເຊື່ອ ແລະ ຂ່າວໃດ ບໍ່ຄວນເຊື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.