ຊາວເກົາຫລີເໜືອ 6 ຄົນຖືກຈັບ ຢູ່ລາວ

ມະນີຈັນ
2014.10.20
f-default ຊາວເກົາຫລີເໜືອ 6 ຄົນຖືກຈັບ ຢູ່ລາວ
RFA

 

ຊາວເກົາຫລີ ເໜືອ 6 ຄົນ ທີ່ ລັກລອບ ອອກຈາກ ປະເທດ ຖືກ ເຈົ້າໜ້າທີ່ ຕຳຣວດ ໃນແຂວງ ພາກເໜືອ ຂອງລາວ ຈັບໄດ້. ຕາມ ຣາຍງານ ຂ່າວ KST ທີ່ ອ້າງອີງ ໃສ່ຄຳເວົ້າ ຂອງ ອົງການ ທີ່ ສນັບສນູນ ຊາວ ເກົາຫລີ ເໜືອ ທີ່ ໂຕນໜີ ອອກ ປະເທດ ຊຶ່ງ ຕັ້ງຢູ່ ໃນລາວ.

ຂ່າວເວົ້າວ່າ ຊາວ ເກົາຫລີເໜືອ 6 ຄົນ ນີ້ ຖືກຈັບ ຢູ່ດ່ານ ກວດກາ ແຂວງ ຫລວງ ນ້ຳທາ ຂນະທີ່ ພວກເຂົາ ພຍາຍາມ ເດີນທາງໄປ ຍັງ ນະຄອນ ຫລວງ ວຽງຈັນ. ໃນນັ້ນ 5 ຄົນ ເປັນແມ່ຍິງ ອາຍຸ ຣະຫວ່າງ 20 ຫາ 40 ປີ ຜູ້ຊາຍ ຢູ່ໃນວັຍ ກາງຄົນ. ອົງການ ຈັດຕັ້ງ ຂອງ ນັກເຂື່ອນໄຫວ ດັ່ງກ່າວ ເຊື່ອວ່າ ທັງ 6 ຄົນ ນັ້ນ ເອົາຕົວ ຫລົບໜີ ອອກຈາກ ເກົາຫລີ ເໜືອ.

ຊາວເກົາຫລີ ໃຕ້ ທີ່ໄດ້ໃຫ້ ການ ຊ່ວຍເຫລືອ ຊາວ ເກົາຫລີ ເໜືອ ທີ່ ໂຕນໜີ ອອກມາ ນັ້ນ ຮຽກຮ້ອງ ໃຫ້ ສະຖານທູດ ເກົາຫລີໃຕ້ ປະຈຳລາວ ຊ່ວຍ ຮັບປະກັນ ໃຫ້ ພວກເຂົາ ຖືກປ່ອຍ ຕົວ.

ເຈົ້າໜ້າທີ່ ສະຖານທູດ ເກົາຫລີໃຕ້ ເວົ້າວ່າ ພວກເພິ່ນ ບໍ່ສາມາດ ໃຫ້ ຣາຍຣະອຽດ ໄດ້ ເພາະ ເປັນຫ່ວງນຳ ຄວາມ ປອດພັຍ ຂອງ ຊາວ ເກົາຫລີເໜືອ ເຫລົ່ານັ້ນ.

ເມື່ອເດືອນ ພຶສພາ ຜ່ານມາ ມີ ກຸ່ມເຍົາວະຊົນ ເກົາຫລີ ເໜືອ 9 ຄົນ ຖືກຈັບ ຢູ່ລາວ ແລ້ວ ກໍຖືກສົ່ງ ກັບໄປ ເກົາຫລີ ເໜືອ ໃນເວລາ ຕໍ່ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.