ອຶງຊຸຍເມັງບໍ່ລົດລະນໍາຫາ ສາມີ
2014.12.12
ຍານາງ ອຶງຊຸຍເມັງ ພັລຍາ ຂອງ ທ່ານ ສົມບົດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ກ່າວ ໃນວັນ ຖແລງຂ່າວ ຕໍ່ ສື່ມວນຊົນ ຢູ່ ບາງກອກ ປະເທດໄທ ວັນທີ 11 ທັນວາ ວ່າ ຍານາງ ຈະເຮັດ ທຸກວິທີ ທາງ ເພື່ອ ສືບທາວຫາ ສາມີ ທີ່ ຖືກລັກພາ ຕົວໄປ ເກືອບ 2 ປີ ແລ້ວ. ຍານາງ ກ່າວວ່າ:
"ຂ້ອຍມີ ຄໍາໝັ້ນ ສັນຍາ ຕໍ່ໂຕເອງ ແລະ ຕໍ່ຄອບຄົວ ຂອງ ສົມບັດ ຂ້ອຍ ຊິຊອກ ຈົນຮອດມື້ ຕາຍ ຖ້າວ່າບໍ່ໄດ້ ຄໍາຕອບ ຂ້ອຍກໍຍັງ ຊອກຢູ່ ຈົນຮອດ ບໍ່ມີຊີວິດ ເລີຍ, ຂ້ອຍກໍຍັງ ບໍ່ຮູ້ ຕ້ອງຖ້າດົນ ປານໃດ ແຕ່ວ່າຂ້ອຍ ກ່າບໍ່ໄດ້ ສິ້ນສຸດ ການຖາມ ແລະ ການຮ້ອງຂໍ ຣັຖບາລ ລາວ".
ກ່ອນວັນ ຄົບຮອບ 2 ປີ ວັນທີ 15 ທັນວາ ທີ່ ທ່ານ ສົມບັດ ສົມພອນ ຖືກລັກ ພາໂຕໄປ ນັ້ນ ຍານາງ ອຶງ ຊຸຍເມັງ ກໍໄດ້ໄປ ຮ່ວມການ ສົນທະນາ ກັບ ອົງກອນ ສິດທິ ມະນຸດ ສາກົນ ທີ່ ສໍານັກງານ ສະມາຄົມ ນັກຂ່າວ ຕ່າງ ປະເທດ ບາງກອກ ປະເທດໄທ. ຍານາງ ກ່າວຂອບໃຈ ບັນດາ ອົງກອນ ສາກົນ ແລະ ປະຊາຊົນ ທີ່ເຫັນໃຈ, ຜູ້ທີ່ໃຫ້ ກໍາລັງໃຈ ແກ່ ຄອບຄົວ ທ່ານ ສົມບັດ ມາຕລອດ ໃນການ ຮ້ອງຮຽນ ໃຫ້ ທາງການ ລາວ ສືບສວນ ຊອກຫາ ທ່ານ ສົມບັດ. ຍານາງ ອຶງ ຊຸຍເມັງ ວ່າຍັງມີ ຄວາມຫວັງ ທີ່ ທ່ານ ສົມບັດ ຍັງມີ ຊີວິດ ຢູ່ບ່ອນໃດ ບ່ອນນຶ່ງ ແລະ ມື້ໃດ ມື້ນຶ່ງ ທ່ານ ຕ້ອງກັບຄືນ ບ້ານເຮືອນ ດ້ວຍຄວາມ ປອດພັຍ.
ຕາມ ຮູບພາບ ວີດີໂອ ນັ້ນ ທ່ານ ສົມບັດ ສົມພອນ ຖືກ ນໍາໂຕໄປ ຢູ່ຕໍ່ໜ້າ ປ້ອມ ຕໍາຣວດ ຫລັກ 3 ຖນົນ ທ່າເດື່ອ ນະຄອນ ຫລວງ ວຽງຈັນ. ທາງການ ລາວ ກໍວ່າໄດ້ ສືບສວນ ແລ້ວ ແຕ່ ທາງຄອບຄົວ ແລະ ອົງການ ສາກົນ ຕ່າງໆ ເຫັນວ່າ ບໍ່ເປັນທີ່ ແຈ້ງຂາວ ພໍ, ແລະ ຄວນເປັນ ຄວາມ ຮັບຜິດຊອບ ຂອງ ເຈົ້າໜ້າທີ່ ລາວ, ແຕ່ ທາງການລາວ ກໍກັບ ປະຕິເສດ ຕລອດມາ ວ່າ ບໍ່ໄດ້ມີ ສ່ວນພົວພັນ ນໍາການ ຫາຍສາບສູນ ນັ້ນ ແຕ່ຢ່າງໃດ.