ມ.ຕະໂອ້ຍ ຊາວຄຣິສຕຽນ 7 ຄົນ ໄດ້ກັບມາ ບ້ານເດີມແລ້ວ

ສິດນີ
2020.12.03
ມ.ຕະໂອ້ຍ ຊາວຄຣິສຕຽນ 7 ຄົນ ໄດ້ກັບມາ ບ້ານເດີມແລ້ວ ຊາວຄຣິສຕຽນລາວ 3 ຄອບຄົວ ຢູ່ ເມືອງລອງ ແຂວງ ຫລວງນໍ້າທາ ຖືກທາງການບ້ານ ໄລ່ອອກຈາກ ໝູ່ບ້ານ ຍ້ອນປະລະ ການເຊື່ອຖືຜີ. Citizen Journalist
File photo 2020: Citizen Journalist

ຊາວຄຣິສຕຽນລາວ 2 ຄອບຄົວ ມີສະມາຊິກ ທັງຫມົດ 7 ຄົນ ຢູ່ບ້ານປະສິງ ບ້ານກາງ ເມືອງຕະໂອ້ຍ ແຂວງສາຣະວັນ ໄດ້ພາກັນກັບມາຢູ່ບ້ານເດີມໄດ້ແລ້ວ ແຕ່ຕົ້ນເດືອນ ພຶສຈິກາ ຜ່ານມາຫຼັງຈາກທີ່ຖືກອຳນາດປົກຄອງບ້ານ ມາມ້າງເຮືອນ ແລະ ໄລ່ອອກຈາກ ບ້ານ ໃນວັນທີ 10 ຕຸລາ ປີ 2020 ຍ້ອນບໍ່ຍອມປະລະ ການນັບຖືສາສນາຄຣິສຕຽນ.

ແຕ່ການກັບຄືນມາຢູ່ບ້ານເກົ່າເທື່ອນີ້ ຖືກອຳນາດການປົກຄອງ ບ້ານສັ່ງຫ້າມບໍ່ໃຫ້ຂະເຈົ້າ ປຸກເຮືອນໃຫມ່ ໃຫ້ຢູ່່ຕູບຊົ່ວຄາວເທົ່ານັ້ນ ດັ່ງຊາວຄຣິສຕຽນ ຄົນນຶ່ງໃນຈຳນວນ 7 ຄົນ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 2 ທັນວາ ນີ້ວ່າ:

“ດຽວນີ້ຫັ້ນກະເຂົ້າບ້ານແລ້ວ ເຂົ້າບ້ານກະບໍ່ມີເຮືອນຢູ່ ເຮັດຕູບຢູ່ທາງຫລັງເຮືອນເຂົາມ້າງ ຫັ້ນຢູ່ ບໍ່ມີບ່ອນຢູ່ຫັ້ນແຫລະ ບໍ່ມີເຮືອນ ຍັງບໍ່ທັນໄດ້ເຮືອນ ບ້ານພວກຂ້ອຍເອງ ຫັ້ນຫລະ ເຂົາບໍ່ໄດ້ຫ່ວງພວກຂ້ອຍ ຢູ່ກັນແນວໃດກະຢ່າເຂົາເວົ້າວ່າ ພໍ່ບ້ານຫັ້ນໄປມ້າງເຮືອນຊານ ບ້ານຂ້ອຍ.”

ນາງເວົ້າຕື່ມວ່າຫຼັງຈາກທີ່ຕົນແລະ ສະມາຊິກຄອບຄົວອີກ 6 ຄົນ ຖືກອຳນາດການປົກ ຄອງບ້ານມາມ້າງເຮືອນຖີ້ມ ແລະ ໄລ່ອອກຈາກບ້ານນັ້ນ ກໍໄດ້ພາກັນໄປອາສັຍຢູ່ ນອກບ້ານ ແລະ ໄດ້ປຸກຕູບຊົ່ວຄາວຢູ່ ຊຶ່ງແຕ່ລະມື້ກໍຢູ່ແບບທຸກຍາກ ໂດຍຂາດທັງເຂົ້າ ອາຫານການກິນ ແລະ ນ້ຳດື່ມ ແຕ່ໂຊກດີທີມີພີ່ນ້ອງ ຊາວຄຮິສຕຽນ ຈາກບ່ອນອື່ນ ເຂົ້າມາ ສົ່ງເຂົ້າສົ່ງນ້ຳ ແລະ ອາຫານການກິນເລື້ອຍໆ ຈົນມາຮອດຕົ້ນເດືອນພຶສຈິກາ ຜ່ານມາ ພວກຕົນຈຶ່ງໄດ້ຕັດສີນໃຈ ກັບມາຢູ່ບ້ານຫລັງເກົ່າ ທີ່ຖືກມ້າງຖິ້ມ ແຕ່ພໍກັບມາ ກໍຖືກນາຍບ້ານສັ່ງບໍ່ໃຫ້ ປຸກເຮືອນໃຫມ່ ໃຫ້ເຮັດພຽງແຕ່ຕູບນ້ອຍໆ ເປັນບ່ອນອາສັຍ ເທົ່ານັ່້ນ ຊຶ່ງຖ້າຫາກມີການປຸກເຮືອນໃຫມ່ ຈະຖືກມ້າງຖິ້ມອີກ.

ນາງເວົ້າອີກວ່າ ໃນປັດຈຸບັນ ເຖິງແມ່ນວ່າ ມີພີ່ນ້ອງຊາວຄຣິສຕຽນ ມາສົ່ງເຂົ້່າສົ່ງນ້ຳ ກໍຕາມ ແຕ່ຍັງຂາດເຂີນເຂົ້າ ແລະ ອາຫານການກິນ ສຳລັບໄວ້ກິນໃນໄລຍະຍາວຢູ່ ແລະຫວັງວ່າ ພວກຕົນຈະສາມາດປຸກເຮືອນຫລັງໃຫມ່ ແລະ ເຮັດໄຮ່ເຮັດນາ ໄດ້ເປັນປົກກະຕິ ໃນອະນາຄົດ.

ຊາວຄຣິສຕຽນລາວ ຢູ່ ແຂວງສາຣະວັນ ທ່ານນຶ່ງເວົ້າວ່າ ກໍຣະນີດັ່ງກ່າວ ທາງເຄື່ອຂ່າຍ ຄຣິສຕະຈັກ ແຂວງສາຣະວັນ ເຄີຍໄດ້ຂຽນໃບສເນີ ຕໍ່ຫ້ອງການແນວລາວ ສ້າງຊາດ ແຂວງສາຣະວັນ ເພື່ອໃຫ້ຄວາມເປັນທັມ ແກ່ຊາວຄຣິສຕຽນລາວ ແຕ່ມາຮອດປັດຈຸບັນ ກໍຍັງມິດງຽບຢູ່.

“ໄປຮອດພາຍໃນແຂວງແລ້ວ ແລະ ແນວໂຮມແຂວງເຂົາວ່າ ສຸດແລ້ວແຕ່ເມືອງຫັ້ນ ແຫລະ ຕັດສິນໃຈ ບໍ່ໄດ້ເພາະວ່າ ເຣື້ອງນີ້ກ່ຽວກັບເມືອງ ເຂົາວ່າແນວນັ້ນ ທາງເມືອງເຂົາບໍ່ໄດ້ ເວົ້າຫຍັງ ກະບໍ່ຈັກຄຳຕອບເລີຍ ບໍ່ມີຄຳຕອບຮອດດຽວນີ້.”

ທ່ານກ່າວຕື່ມວ່າ ກ່ອນຫນ້າທີ່ເກີດເຫດການດັ່ງກ່າວ ທາງການແຂວງສາຣະວັນ ກໍໄດ້ ຈັດກອງປະຊຸມ ເຜີຍແຜ່ ກົດຫມາຍວ່າດ້ວຍການຈັດຕັ້ງ ປະຕິບັດ ແລະ ເຄື່ອນໄຫວ ສາສນາ ຄຣິສຕຽນ ຂອງສູນຮວມຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ເພື່ອຄຸ້ມຄອງການນັບຖື ແລະ ເຄື່ອນໄຫວສາສນາຄຣິສຕຽນ ໃນແຂວງໃຫ້ດີຂືຶ້ນ ແຕ່ກໍມີເຈົ້າຫນ້າທີ່ ຈຳນວນນຶ່ງ ບໍ່ປະຕິບັດຕາມກົດຫມາຍ ດັ່ງກ່າວ ແລະ ຍັງໃຊ້ອຳນາດນາບຂູ່ ຊາວຄຣິສຕຽນລາວຢູ່.

ຊາວຄຣິສຕຽນທ່ານນຶ່ງ ຢູ່ໃນເຄືອຂ່າຍຄຣິສຕະຈັກຂ່າວປະເສີດ ກ່າວວ່າຫຼັງຈາກຮູ້ຂ່າວ ຊາວຄຣິສຕຽນ 7 ຄົນ ດັ່ງກ່າວ ໄດ້ກັບມາຢູ່ບ້ານເດີມແລ້ວ ທາງເຄື່ອຂ່າຍຄຣິສຕະຈັກ ກໍພຍາຍາມເຂົ້າໄປຫາ ພວກຂະເຈົ້າ ເພື່ອມອບເຄື່ອງຊ່ອຍເຫລືອຕ່າງໆໃຫ້ ແຕ່ຖືກເຈົ້າ ຫນ້າທີ່ ຕຳຣວດບ້ານ ບໍ່ໃຫ້ເຂົ້າເຂດບ້ານໂດຍຕົງ.

“ແບບວ່າເຮົາໄປ ກະໄປເພິ່ງພີ່ນ້ອງຫັ້ນແຫລະ ໄປຊ່ອຍໄດ້ຢູ່ ແຕ່ວ່າບໍ່ແມ່ນເຮົາເຂົ້າ ໄປຊ່ອຍ ໃນບ້ານຂະເຈົ້າເລີຍ ຢູ່ຫັ້ນມັນຕຳຣວດ ຢູ່ບ້ານຫັ້ນນະ ຖ້າເຮົາເຂົ້າໄປຊ່ອຍ ເຂົ້າໄປໃຫ້ ລະບໍ່ໄດ້ ເຂົາເບິ່ງແບບຄົນຕ່າງດ້າວ ເຂົາເບິ່ງຄົນອັນນັ້ນແຫລະເຂົາ ບໍ່ຢາກໃຫ້ມາ.”

ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ແນວລາວສ້າງຊາດ ແຂວງສາຣະວັນ ເພື່ອຖາມ ຣາຍລະອຽດເພີ້ມຕື່ມ ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ສຳພາດ ພ້ອມດຽວກັນ ກໍໄດ້ຕິດຕໍ່ຫາຫ້ອງການ ປົກຄອງເມືອງຕະໂອ້ຍ ແລະ ອຳນາດການປົກຄອງ ບ້ານປະສິງ ແລະ ບ້ານກາງ ແຕ່ບໍ່ມີຜູ້ໃດ ໃຫ້ສຳພາດເຊັ່ນກັນ.

ກ່ອນຫນ້ານີ້ ເມື່ອເດືອນຕຸລາ ຜ່ານມາເຈົ້າຫນ້າທີ່ ຫ້ອງການແນວລາວສ້າງຊາດ ແຂວງສາຣະວັນ ກ່າວວ່າ ທາງຫ້ອງການ ຍັງບໍ່ທັນໄດ້ຮັບແຈ້ງຂ່າວ ກ່ຽວກັບການໄລ່ ແລະ ມ້າງເຮືອນ ຊາວຄຣິສຕຽນ ກຸ່ມດັ່ງກ່າວເທື່ອ ແຕ່ຈະມີການກວດຄືນ ແລະ ຍັງບໍ່ສາມາດ ອອກຄຳເຫັນໃດໆໄດ້ເທື່ອ.

“ບໍ່ນະແນວເຮົາກະປົກກະຕິ ບໍ່ເຫັນວ່າແນວໃດບໍ່ເຫັນເທື່ອ ເພາະວ່າຜ່ານມາກະບໍ່ເຫັນ ແນວນັ້ນ ຫົວຫນ້າ ສາສນາຫຍັງເຂົ້າມາພົວພັນ ພວກໄທເຮົານະ ຂແນງສາສນາ ເພິ່ນຮັບຜິດ ຊອບໂດຍຕົງ.”

ຊາວຄຣິສຕຽນລາວ ທັງ 7 ຄົນ ດັ່ງກ່າວ ປະກອບດ້ວຍ ທ້າວ ທອງວັນ, ນາງເນັດ, ນາງລາ, ນາງເອີ້ນ, ແມ່ລຽບ, ແມ່ອ້ອງ ແລະ ຫຍ່າເຊັນ ປັດຈຸບັນ ແຕ່່ລະຄົນ ປະສົບຄວາມຫຍຸ້ງຍາກ ໃນການຫາຢູ່ຫາກິນຫລາຍ ຍ້ອນເປັນຄອບຄົວທຸກຍາກ.

ກ່ອນຫນ້ານີ້ ກໍເຄີຍເກີດເຫດການ ຊາວຄຣິສຕຽນລາວ ກຸ່ມອື່ນຖືກໄລ່ອອກຈາກ ບ້ານ ທີ່ແຂວງຫລວງນ້ຳທາ ໃນວັນທີ 12 ກຸມພາ ປີ 2020 ຊຶ່ງເປັນຄົນເຜົ່າອາຄາ ມີ 3 ຄອບຄົວ ຮວມສະມາຊິກ ທັງຫມົດ 14 ຄົນ ຢູ່ບ້ານຕິນດອຍ ເມືອງລອງ ແຂວງຫລວງນ້ຳທາ ຖືກນາຍບ້ານ ແລະ ຊາວບ້່ານຈຳນວນນຶ່ງ ມ້າງເຮືອນ ແລະ ໄລ່ຫນີຈາກບ້ານ ໃຫ້ໄປຢູຸ່ແຄມທາງ ຍ້ອນ ກຸ່ມດັ່ງກ່າວ ໄດ້ປະລະການຖືຝີຫັນໄປ ນັບຖືສາສນາຄຣິສຕຽນ ແລະ ບໍ່ຍອມປະກອບ ສ່ວນພິທີເຊື່ອຖືຜີ ຂອງບ້ານ ເຮັດໃຫ້ນາຍບ້ານ ແລະ ຊາວບ້ານບໍ່ພໍໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.