ຊາວບ້ານຢຶບໄດ້ອອກຄຸກ ອີກ 2 ຄົນ
ຊາວບ້ານຢຶບ ແຂວງເຊກອງ ທີ່ຖືກຈັບ ຍ້ອນຂໍ້ຂັດແຍ່ງ ທີ່ດິນ ຖືກປ່ອຍຕົວ ອີກ 2 ຄົນ.
-
ມະນີຈັນ
2019-10-28 -
-
-
Your browser doesn’t support HTML5 audio
ຊາວບ້ານຢຶບ ທີ່ຖືກເຈົ້າໜ້າທີ່ ແຂວງເຊກອງ ຈັບ ຍ້ອນມີຂໍ້ຂັດແຍ່ງ ທີ່ດິນ ໄດ້ຖືກປ່ອຍຕົວອີກ 2 ຄົນ ຫລັງຈາກຖືກຈັບຂັງຄຸກ ມາເປັນ ເວລາ 2 ປີ, ອີງຕາມຄຳຕັດສິນຂອງສານ. ຊາວບ້ານຢຶບທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
ມີຊາວບ້ານອີກ ສອງຄົນ ຖືກປ່ອຍຕົວອອກມາ ຊື່ ທ້າວ ໃນ ຖືກປ່ອຍຕົວ ໃນມື້ວັນທີ 20 ກັນຍາ ແລະ ທ້າຍ ບຸນແທ່ນ ຖືກປ່ອຍຕົວ ໃນມື້ວັນທີ 30 ກັນຍາ.
ຊາວບ້ານ 2 ຄົນ ທີ່ຖືກປ່ອຍຕົວອອກມາ ໄດ້ຖືກເຈົ້າໜ້າທີ່ແຂວງເຊກອງ ຈັບ ພ້ອມກັບຊາວບ້ານອີກ 13 ຄົນ ເມື່ອກາງປີ 2017, ຍ້ອນ ຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາ ຂອງວຽດນາມ ຫລັງຈາກທີ່ທາງການ ແຂວງເຊກອງ ອະນຸຍາດໃຫ້ບໍຣິສັດ ຢາງພາຣາ ວຽດນາມ ສຳປະທານທີ່ດິນໄປກວມເອົາດິນ ຂອງພວກເຂົາເຈົ້າ. ນັກປົກປ້ອງສິດທິມະນຸດ ໃຫ້ຄຳເຫັນວ່າ ຊາວບ້ານຢຶບ ບໍ່ຄວນຈະຖືກຈັບ ເພາະເຂົາ ເຈົ້າຮຽກຮ້ອງສິດທິ ທາງດ້ານທີ່ດິນ.
ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສູນກາງຢູ່ ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ຕຸລານີ້ ວ່າ:
“ທີ່ຈິງແຕ່ຫົວທີ ຫັ້ນນ່າ ພວກຢູ່ບ້ານຢຶບກໍຣະນີ ຢູ່ບ້ານຢຶບ ບໍ່ມີໃຜແມ້ແຕ່ຄົນດຽວ ຄວນຖືກຈັບ ເພາະວ່າພວກນີ້ ມີແຕ່ເຂົາຢາກຂໍໃຊ້ ເຂົາຢາກໃຊ້ສິດທິ ການເປັນເຈົ້າຂອງທີ່ດິນ ຂອງເຂົາເຈົ້າ ແລະ ມັນເປັນກໍຣະນີທີ່ໜ້າອັບອາຍ ເພາະວ່າບໍ່ມີຄວາມ ຍຸຕິທັມ ຂອງສານ ເດັກນ້ອຍ 14-15 ປີ ກະຖືກຈັບ.”
ນອກຈາກນີ້ ກໍມີຊາວລາວຄົນນຶ່ງ ຊື່ ທ້າວ ສົມສະຫວັນ ເສັຍຊີວິດ ຢູ່ໃນຄຸກ ໃນປີ 2018. ຊາວບ້ານ ຄົນນຶ່ງຜູ້ທີ່ຮູ້ເຫດການ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ: ສາເຫດທີ່ ທ້າວ ສົມສະຫວັນ ເສັຍຊີວິດນັ້ນ ຍ້ອນວ່າ ຖືກເຈົ້າໜ້າທີ່ຕຳຣວດ ທຸບຕີຢູ່ໃນຄຸກ. ກ່ຽວກັບ ເລື້ອງນີ້, ຍານາງ ວະນິດາ ເທພສຸວັນ ໃຫ້ຄຳເຫັນວ່າ ການເສັຍຊີວິດຂອງ ທ້າວ ສົມສະຫວັນ ຢູ່ໃນຄຸກ ມັນຕ້ອງມີຫຍັງຜິດ ປົກກະຕິ.
“ລະຜູ້ຢູູ່ຄຸກກະປ່ອຍໃຫ້ຕາຍ ບໍ່ແມ່ນວ່າ ຫລາຍປີຕໍ່ມາລະຈຶ່ງປ່ອຍ ມາເທື່ອລະຄົນ ສອງຄົນ ບໍ່ແມ່ນ ທຸກໆຄົນຕ້ອງຖືກປ່ອຍ ແລະ ແບບ ຮີບດ່ວນ ຖືກອັນໃດ ອັນນຶ່ງແຫລະ ລາວບໍ່ຢາກຕາຍດອກ ຄົນຢູ່ໃນຄຸກ ເຂົາເຈົ້າຕ້ອງຢາກອອກມາ."
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການແຂວງເຊກອງ ປະຕິເສດທີ່ຈະໃຫ້ຄຳເຫັນກ່ຽວກັບ ສາເຫດການຕາຍຂອງ ທ້າວ ສົມສະຫວັນ. ຊາວບ້ານທີ່ຖືກປ່ອຍຕົວແລ້ວ ມີ ທ້າວ ບຸນແທ່ນ, ທ້າວ ໄນ, ທ້າວ ບຸນໂປກ, ທ້າວ ນາກ, ນາງ ນີ, ທ້າວ ພອນສະໄຫວ, ທ້າວ ໂປະ, ທ້າວ ວິຫານ, ອີກ 6 ຄົນ ທີຍັງຖືກຂັງຄຸກຢູ່ ມີ ທ້າວ ສຸວັນ, ທ້າວ ວິຄຳ, ທ້າວ ບຸນເຕັ້ຽ, ທ້າວ ບຸນແລງ, ທ້າວ ບຸນສົດ, ທ້າວ ສົນ.
ອີງຕາມໜັງສືຄຳຕັດສິນ ຂອງສານປະຊາຊົນ ແຂວງເຊກອງ ໃນວັນທີ 27 ມິຖຸນາ ທີ່ຍາດພີ່ນ້ອງເຂົາເຈົ້າເອງ ບັນທຶກມາ, ຊາວບ້ານຢຶບ ທັງໝົດນັ້ນ ຖືກຕັ້ງຂໍ້ຫາ 6 ຂໍ້ ຄື:
-ແບ່ງແຍກຄວາມສາມັກຄີ.
-ເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ
-ທຳລາຍຊັບສິນພົລເມືອງ
-ທຳລາຍເຄື່ອງປູກຂອງຝັງ
-ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ແລະ
-ຫມິ່ນປະໝາດເຈົ້າໜ້າທີ່.