ມາຟັງນໍາກັນ 10/20/19

0:00 / 0:00

“ມາຟັງນຳກັນ” ສັປດານີ້ ຈະເອົາເຣື່ອງການແກ້ໄຂ ຂໍ້ຂັດແຍ້ງ ດ້ານທີ່ດິນ ກໍຣະນີ ລຸງ ທິດໄພ ຍັງຄ້ານສາຍຕາ ປະຊາຊົນ ພາຍ​ຫລັງ ທີ່​ທ່ານ ຖືກ​ກັກ​ຂັງ ມາ​ເປັນ​ເດືອນ​ປາຍ​ແລ້ວ ຍ້ອນບໍ່​ຍອມ​ເຊັນ ມອບ​ດິນ​ໃຫ້ ບໍ​ຣິ​ສັດ ວຽດ​ນາມ ປຸກ​ໂຮງ​ໝໍ ເນື່ອງ​ຈາກວ່າ ທ່ານ ຕ້ອງ​ການ​ຄ່າ​ຊົດ​ເຊີຍ. ລຸງ​ທິດ​ໄພ ຂໍ​ຮ້ອງ​ຄ່າ​ຊົດ​ເຊີຍ ກໍ​ຍ້ອນ​ວ່າ ດິນ​ຕອນ​ນັ້ນ ເປັນ​ດິນ ທີ່​ພໍ່​ແມ່ ສືບ​ທອດ​ໄວ້​ໃຫ້ ແລະ ທ່ານ ກໍ​ບໍ່​ມີ​ທີ່​ດິນ​ທຳ​ມາ​ຫາ​ກິນ. ເຖິງ​ຢ່າງ​ໃດ ກໍ​ຕາມ, ທາງ​ເຈົ້າ​ໜ້າ​ທີ່ ຕຳ​ຣວດ ໄດ້​ອອກ​ມາ ຊີ້​ແຈງ ໂດຍ​ເວົ້າ​ວ່າ ດິນ​ຕອນ​ນັ້ນ ເປັນ​ເຂດ​ສງວນ ແລະ ເປັນ​ຂອງ​ຣັດ ແລະ ກໍ​ຈະ​ບໍ່ໃຫ້ ຄ່າ​ຊົດ​ເຊີຍ​ໃດໆ.

ຈັດ​ມາ​ສ​ເນີ​ ທ່ານ ໂດຍ: ໄຊ​ຍາ ແລະ ພູ​ວົງ​ສ໌.