ໜ່ວຍກູ້ພັຍອອກສືບຕໍ່ ຄົ້ນຫາ
2018.08.22
ມາເຖິງຕອນເຊົ້າຂອງມື້ວັນທີ 22 ສິງຫາ ນີ້ ໜ່ວຍຊອກຄົ້ນຫາຄົນຫາຍສາບສູນ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍ້ອນເຂື່ອນເຊປຽນ -ເຊນໍ້ານ້ອຍແຕກ ເຮັດໃຫ້ນໍ້າຖ້ວມໜັກນັ້ນ ສືບຕໍ່ວຽກງານໄດ້ຕາມປົກກະຕິ ພາຍຫລັງນໍ້າບົກລົງຫລາຍ ພາຍຫລັງທີ່ໄດ້ ມີການປະກາດ ໂຈະຊົ່ວຄາວ ເພາະຝົນຕົກໜັກຫລາຍ. ແຕ່ການຊອກຄົ້ນຫານັ້ນ ກໍຍັງຫຍຸ້ງຍາກ ຍ້ອນມີຂີ້ຕົມຫຼາຍ, ສູງຮອດ 1 ແມັດ ກໍມີແລະຕ້ອງໄດ້ ຣະວັງເສດເຫລັກ ແລະຕະປູນໍາດ້ວຍ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຊອກຄົ້ນຫາຜູ້ຫາຍສາບສູນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 22 ສິງຫາ:
"ດຽວນີ້ຄົ້ນຫາອີກ ເພາະວ່າດຽວນີ້ນໍ້າລົງແລ້ວ ຝົນຕົກຢູ່ໃດ໋ ແຕ່ມັນບໍ່ແຮງຄືເກົ່າ ຂີ້ຕົມພຽງແອວແລ້ວແຫຼະ ຂີ້ຕົມນໍ ແລ້ວກະເຫລັກເສດ ຕະປູນີ້ແລ້ວແຫລະ ກະຫຍຸ້ງຍາກໃດ໋."
ທ່ານກ່າວວ່າ ມາເຖິງປັດຈຸບັນ ຄນະຊອກຫາຜູ້ຫາຍສາບສູນ ສາມາດພົບສົບຜູ້ເສັຍຊີວິດເພີ້ມອີກ 1 ຄົນ; ລວມຈໍານວນຜູ້ເສັຍຊີວິດ ຍ້ອນ ເຂື່ອນແຕກໄດ້ແລ້ວ 40 ຄົນ ຊຶ່ງໃນນັ້ນເສັຍຊີວິດຢູ່ໂຮງໝໍ 5 ຄົນ.ໄດ້ມີການສັລສູດສົບ ແລະໄດ້ມອບເງິນໃຫ້ຄອບຄົວ ຂອງຜູ້ເສັຽຊີວິດ ໃນເບື້ອງຕົ້ນ 1.5 ລ້ານກີບ ຫລືປະມານ 180 ໂດລາ ສະຫະຣັຖ ຕໍ່ຄົນ.
ທ່ານກ່າວຕື່ມວ່າ ເວົ້າເຣຶ່ອງການປິ່ນປົວຜູ້ປະສົບພັຍ ທີ່ເຈັບປ່ວຍຕາມສູນຊ່ອຍເຫລືອແຕ່ລະແຫ່ງ ຢູ່ເມືອງສນາມໄຊ ກໍມີຄວາມຫຍຸ້ງຍາກ, ເຈົ້າໜ້າທີ່ສາທາຣະນະສຸຂ ໄດ້ເພີ້ມການປ້ອງກັນ ການຣະບາດຂອງພຍາດ ເປັນຕົ້ນພຍາດຖອກທ້ອງ ຣະບົບຫາຍໃຈອັກເສບ, ໄຂ້ຍຸງລາຍ ຊຶ່ງແຕ່ລະສູນ ມີແພດປະຈໍາຢູ່ 4 ຄົນ.
ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ສປປລາວ ໄດ້ໄປໂຮງໝໍ ເມືອງສນາມໄຊ ແລະສັ່ງໃຫ້ກະຊວງ ສາທາຣະນະສຸຂ ເລັ່ງສົ່ງແພດແລະໝໍ ຈາກສູນກາງ ພ້ອມທັງອຸປກອນປິ່ນປົວ ຄົນເຈັບປ່ວຍ ໃຫ້ທາງເມືອງນີ້ເພີ້ມຕື່ມ ເພື່ອໃຫ້ຄົນເຈັບ ໄດ້ຮັບການປິ່ນປົວຢ່າງທົ່ວເຖິງ.