ລຶບລ້າງຄວາມທຸກຍາກ ໃນລາວ ຍາກຈະບັນລຸ
2021.09.30
ນັບເປັນເວລາ 5 ປີແລ້ວ ທີ່ອົງການສະຫະປະຊາຊາຕ ຫຼື ສປຊ ໄດ້ປະກາດໃຫ້ປະເທດສະມາຊິກໃນທົ່ວໂລກ ຮ່ວມກັນຈັດຕັ້ງປະຕິບັດເປົ້າໝາຍການພັທນາທີ່ຍືນຍົງ ຫຼື SDGs ທັງ 17 ເປົ້າໝາຍ, ໂດຍມີຄວາມມຸ່ງມາດປຣາຖນາວ່າ ຢາກເຮັດໃຫ້ສັງຄົມໂລກ ເປັນສັງຄົມທີ່ໜ້າຢູ່ຂຶ້ນກວ່າເກົ່າ ແລະ ຮັກສາໄດ້ເຊິ່ງຄວາມຍືນຍົງ ຂອງຊັພຍາກອນທັມຊາດ ທີ່ມີຈຳກັດນັ້ນ, ຕາມການຮັບຮອງເອົາແຜນງານວາຣະສາກົລ ທີ່ນະຄອນຫຼວງອາດິສອາບາບາ ໃນປະເທດເອທິໂອ່ເປັ່ຽ ໃນປີ 2015.
ແນ່ນອນ, ສຳລັບປະເທດລາວເອງ ໃນຖານະເປັນປະເທດສະມາຊິກອົງການ ສປຊ ກໍຖືເປັນ 1 ໃນບັນດາປະເທດ ທີ່ໄດ້ປະກາດຮ່ວມ ແລະ ໄດ້ຮັບເອົາເປົ້າໝາຍການພັທນາທີ່ຍືນຍົງ ທັງ 17 ເປົ້າໝາຍ ເຊື່ອມເຂົ້າກັບແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕ 5 ປີ ເປັນທີ່ຮຽບຮ້ອຍແລ້ວ.
ເມື່ອເວົ້າເຖິງເປົ້າໝາຍການພັທນາທີ່ຍືນຍົງ ຈາກ 17 ເປົ້າໝາຍນັ້ນ, ກໍສາມາດເຫັນໄດ້ວ່າ ເປົ້າໝາຍທີ 1 ຫຼືເປົ້າໝາຍໃນການລຶບລ້າງຄວາມທຸກຍາກໃຫ້ໝົດໄປ ຖືເປັນເປົ້າໝາຍທີ່ຢູ່ໃກ້ໂຕປວງຊົນລາວທີ່ສຸດ ເພາະມັນພົວພັນໂດຍຕຣົງ ໃນການດຳເນີນຊີວິຕການເປັນຢູ່ ຂອງປະຊາຊົນລາວ ແລະ ຣັຖບານລາວ ກໍມີພັນທະຮັບຜິດຊອບ ເຮັດໃຫ້ເປົ້າໝາຍດັ່ງກ່າວບັນລຸຜົລ.
ກ່ຽວກັບເຣື່ອງດັ່ງກ່າວນີ້, ນັກສັງເກດການດ້ານເສຖກິຈ ແລະ ສັງຄົມ ລວມເຖິງອົງການຈັດຕັ້ງສາກົລຕ່າງໆ ໃນປະເທດລາວ ກໍໄດ້ອອກບົດຣາຍງານ ແລະ ໃຫ້ຄວາມເຫັນວ່າ ອີງໃສ່ສະພາບປັດຈຸບັນ ຂອງປະເທດລາວ ຖືເປັນສິ່ງທີ່ເຊື່ອໄດ້ຍາກວ່່າ ການຈັດຕັ້ງປະຕິບັດເປົ້າໝາຍການພັທນາທີ່ຍືນຍົງ ໃນການລຶບລ້າງຄວາມທຸກຍາກ ໃນປະເທດລາວນັ້ນ ຈະສາມາດເຮັດໃຫ້ບັນລຸຜົລໄດ້ ຕາມແຜນການ ໃນປີ 2030.
ນັກສັງເກດການ ດ້ານການພັທນາສັງຄົມ ໃນລາວ ນາງນຶ່ງ ໄດ້ແບ່ງປັນທັສນະຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 28 ກັນຍາ ນີ້ວ່າ ຄົງເປັນເຣື່ອງທີ່ທ້າທາຍຫຼາຍ ທີ່ຣັຖບານລາວ ຈະສາມາດເຮັດໃຫ້ເປົ້າໝາຍດັ່ງກ່າວ ສາມາດບັນລຸໄດ້ ຕາມກຳນົດເວລາ ໃນປີ 2030 ເນື່ອງຈາກການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ໃນຂັ້ນທ້ອງຖິ່ນ, ໂດຍສະເພາະໃນບັນດາເມືອງເປົ້າໝາຍ ແລະ ເຂດບ້ານຈຸດສຸມ ທີ່ມີປະຊາຊົນທຸກຍາກ ຈຳນວນຫຼາຍນັ້ນ ພວກເຂົາຍັງຂາດຄວາມເຂົ້າໃຈ ແລະ ບໍ່ໄດ້ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ເທົ່າທີ່ຄວນ. ໃນທາງກົງກັນຂ້າມ ເຂົາເຈົ້າພໍໃຈ ທີ່ຈະຢູ່ແບບທຸກຍາກ ຕາມຄວາມລຶ້ງເຄີຍ.
“ຂະເຈົ້າບໍ່ຢາກປ່ຽນແປງຊີວິຕຂະເຈົ້າ, ຫັ້ນນ່າ ຊົນເຜົ່າຊົນກຸ່ມນ້ອຍ, ຫັ້ນນ່າ. ລາວເທິງ ແຖວເຂດຊົນນະບົດມັນຊິຫຼາຍ ຫຼາຍກ່ອນລາວລຸ່ມ. ເຂົາກະອາສັຍແຕ່ວ່າ ຮີດເກົ່າຄອງເດີມເຂົາວ່າ ເຮັດອີ່ຫຍັງ ອັນຄວາມຊິນເຄີຍຂອງເຂົາ, ເຄີຍຖາງໄຮ່ ກະຢາກຖາງແຕ່ໄຮ່, ຫັ້ນນ່າ ແບບນີ້ຫັ້ນນ່າ. ບໍ່ຢາກພັທນາ ບໍ່ມີຄວາມຄິດສ້າງ ສ້າງຢາກໃຫ້ໂຕເອງ ໃຫ້ຄືບ້ານອື່ນເມືອງອື່ນ ວ່າຊັ້ນສາ. ເປັນນຳຄົນນີ້ແລ້ວ ເປັນນຳຄົນຊົນເຜົ່າເນາະອັນດັບນຶ່ງ ບໍ່ຢາກພັທນາ ຢາກຢູ່ແບບເກົ່າ ຢາກຢູ່ແບບດັ້ງເດີມ ຢາກຢູ່ແບບ ຄືແນະນຳໃຫ້ເຮັດວິດຖ່າຍ ກະບໍ່ເຮັດ, ຂ້ອຍໄປຖ່າຍຢູ່ປ່າ ຢູ່ຫ້ວຍຢູ່ນ້ຳ ກະແລ້ວ, ຫັ້ນນ່າ ແບບນີ້ຫັ້ນນ່າ.”
ຍານາງກ່າວຕື່ມວ່າ ຄຽງຄູ່ກັບຄວາມບໍ່ເຂົ້າໃຈ ແລະ ຂາດການຮ່ວມມື ຂອງປະຊາຊົນຊົນລາວ ໃນຂັ້ນທ້ອງຖິ່ນນັ້ນ, ເຈົ້າໜ້າທີ່ຣັຖ ໃນບັນດາແຂວງ, ເມືອງ ແລະ ບ້ານ ກໍຖືເປັນປັດຈັຍອັນສຳຄັນ ທີ່ຈະເຮັດໃຫ້ເປົ້າໝາຍດັ່ງກ່າວຖືກບັນລຸຕາມຄາດໝາຍ. ແຕ່ໃນຄວາມເປັນຈິງ ງົບປະມານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງຖືວ່າບໍ່ພຽງພໍ ໃນບາງເມືອງ ແລະ ບ້ານເປົ້າໝາຍ ຫຼືບາງຄັ້ງ ງົບປະມານມີໃຫ້ແລ້ວ, ແຕ່ການຄຸ້ມຄອງ ແລະ ຕິດຕາມການນຳໃຊ້ບ້ວງເງິນດັ່ງກ່າວ ພັດຂາດກົລໄກໃນການຕິດຕາມ ແລະ ປະເມີນຢ່າງຄັກແນ່ວ່າ ມີການນຳໃຊ້ງົບປະມານ ໄດ້ປະສິດທິຜົລເທົ່າໃດ ແລະ ສາມາດແກ້ໄຂບັນຫາໄດ້ຖືກຈຸດບໍ່.
“ຢ່າງທີສອງກະ ກະຄືພະນັກງານເຮົານີ້ແຫຼະ ໄປບໍ່ເຖິງເຂົາ ບໍ່ມີງົບປະມານ ທີ່ຈະໄປພັທນາເຂົາ, ຫັ້ນນ່າ. ຄືເສັ້ນທາງໄປບໍ່ໄດ້ ກະທາງເພຫັ້ນນ່າ ຣັຖເຮົາກະເຮັດບໍ່ໄດ້ ທີ່ວ່າຈະໄປຮອດໄປເຖິງເຂົາໄດ້, ຫັ້ນນ່າ. ລະກະບໍ່ມີບຸກຄະລາກອນ, ບໍ່ມີງົບ ລະມັນກະບໍ່ມີບຸກຄະລາກອນແຫຼະເນາະ ຫຼັກໆມັນກະແນວນີ້ແລ້ວ. ເຖິງວ່າຈະມີງົບປະມານມາຢູ່, ພັດເຈົ້າກະບໍ່ໄດ້ຕິດຕາມ ບໍ່ໄດ້ແຕ່ງຕັ້ງ ບໍ່ໄດ້ວ່າ ເອົາມາໃຫ້ ກະມາໃຫ້ໂຄງການສືບຕໍ່ລົງໄປ. ບາດນີ້, ພັດບໍ່ໄດ້ຕິດຕາມຫັ້ນນ່າວ່າ ເຂົາໄດ້ໝາກໄດ້ຜົລບໍ່?”
ຂະນະທີ່ນັກສັງເກດການ ດ້ານເສຖກິຈ ໃນແຂວງພາກເໜືອ ຂອງລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັທນາທີ່ຍືນຍົງ ຂອງຣັຖບານ ໃນເປົ້າໝາຍການລຶບລ້າງຄວາມທຸກຍາກ ໃນມື້ດຽວກັນນັ້ນວ່າ ຍັງຖືເປັນສິ່ງທ້າທາຍຫຼາຍ ທີ່ຣັຖບານລາວ ຈະບັນລຸເປົ້າໝາຍດັ່ງກ່າວ ຕາມຂອບເຂດເວລາ ທີ່ໄດ້ກຳນົດໄວ້ ເນື່ອງຈາກມີທັງປັດຈັຍພາຍໃນປະເທດ ແລະ ນອກປະເທດ ມາກະທົບໃສ່ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວໂດຍຕຣົງ ເປັນຕົ້ນວ່າ ຖ້າຫາກປະຊາຊົນ ຍັງບໍ່ມີຄວາມໝັ້ນຄົງທາງສະບຽງອາຫານ ເຂົາເຈົ້າກໍຄົງບໍ່ສາມາດຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້ ແລະ ການຣະບາດ ຂອງໂຄວິດ-19 ກໍເປັນອີກປັດຈັຍນຶ່ງ ຈາກພາຍນອກ ທີ່ເຮັດໃຫ້ຣະບົບເສຖກິຈ ຢຸດສະງັກ.
“ຈັງຫວະ ຂອງປະເທດເຮົານີ້ ພາຍໃນກັບພາຍນອກ. ປັດຈັຍພາຍໃນກ່ອນເນາະ ປັດຈັຍພາຍໃນ ກະເວົ້າເຣື່ອງ ຍົກໂຕຢ່າງ ສົມມຸດເຣື່ອງ ການເສຖກິຈພາຍໃນເອງກະມີເນາະ ບຸກຄົນພາຍໃນປະເທດເອງ ຫຼືວ່າ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ອີ່ຫຍັງຕ່າງໆ ວ່າຊັ້ນສາ, ກະຖືວ່າທ້າຍທາຍ ທ້າທາຍເຕີບ. ອີກປັດຈັຍພາຍນອກອີກ ຍົກໂຕຢ່າງ ຄືສົມມຸດວ່າ ໂຣຄຣະບາດເຂົ້າມາເນາະ ກໍຣະນີໂຣຄຣະບາດຊີ້ເນາະ ມັນກະຍາກເດ. ຊິນຳເຄື່ອງເຂົ້າມາຂາຍຕໍ່ ກະບໍ່ໄດ້ ຫຼືວ່າຊິເອົານັກທ່ອງທ່ຽວເຂົ້າມາ ເພື່ອໃຫ້ເງິນຕຣາສະພັດເຂົ້າມາ ມັນກະຍາກ ຖືວ່າທ້າທາຍຫຼາຍ ວ່າຊັ້ນສາ ບໍ່ແມ່ນເຮົາສາ, ທົ່ວໂລກເນາະ. ເພາະວ່າຕອນເພິ່ນຕັ້ງເປົ້າໝາຍນີ້ ຕອນນັ້ນເພິ່ນຍັງບໍ່ມີໂຄວິດ-19 ເດ.”
ເຖິງຢ່າງໃດກໍຕາມ, ນັກສັງເກດການດ້ານເສຖກິຈ ຜູ້ດຽວກັນນີ້ ກໍມີຄວາມເຊື່ອວ່າ ການຈັດຕັ້ງປະຕິບັດເປົ້າໝາຍດ້ານການພັທນາທີ່ຍືນຍົງ ໃນການລຶບລ້າງຄວາມທຸກຍາກໃນປະເທດລາວ ໃຫ້ບັນລຸຜົລນັ້ນ, ເຖິງວ່າຈະຫຍຸ້ງຍາກໜັກໜາສາຫັດພຽງໃດ, ແຕ່ສຸດທ້າຍກໍຈະສາມາດບັນລຸໄດ້ ຖ້າຫາກເຈົ້າໜ້າທີ່ພາກຣັຖໃນທຸກຂັ້ນ ເອົາໃຈໃສ່ ແລະ ສັດຊື່ ຕໍ່ໜ້າທີ່ຮັບຜິດຊອບ ຂອງຕົນເອງ ເພື່ອສ່ວນລວມ ແລະ ປະເທດຊາຕ.
“ເບິ່ງຄືວ່າເຮັດໄດ້ເນາະ ເຮັດໄດ້ຢູ່, ແຕ່ວ່າ ຖາມວ່າຍາກບໍ່? ແນ່ນອນ ມັນກະຍາກຫັ້ນແຫຼະ. ສຳຄັນ ຄົນຣັຖເອງຫັ້ນແຫຼະ ກະຕ້ອງມີຈິຕວິນຍານຮັບຜິດຊອບ ວ່າຊັ້ນສາ ພະນັກງານຣັຖເນາະ. ແນ່ນອນເນາະ ທຸກປະເທດນີ້ ໝາຍເຖິງວ່າ ຜູ້ນຳທຸກປະເທດນີ້ ເຂົາຢາກເຮັດຢູ່ແລ້ວ, ແຕ່ວ່າຄົນຢູ່ລຸ່ມເຂົາຫັ້ນນ່າ ຢາກເຮັດນຳເຂົາບໍ່? ທໍ່ນັ້ນ. ຖ້າຫາກວ່າມີເປົ້າໝາຍນຳກັນເນາະ ມີເປົ້າໝາຍວ່າຢາກເຮັດ ຜູ້ໃດກະຊິເຮັດ ລົງມືກະຊື່ສັດຕໍ່ໜ້າວຽກໂຕເອງແທ້ ຊື່ສັດຕໍ່ປະເທດ ຫຼືສ່ວນລວມແທ້ໆ ແນ່ນອນເນາະວ່າ ເຮັດໄດ້ ບໍ່ເຮັດໄດ້ຫຼາຍ ກະໄດ້ໜ້ອຍ.”
ສ່ວນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ທີ່ມີສຳນັກງານຢູ່ທີ່ປະເທດເຢັຽຣະມັນ ແລະ ໃນຖານະເປັນອົງການຈັດຕັ້ງທາງການເມືອງຫຼັກ ທີ່ເຮັດວຽກຕິດຕາມການຈັດຕັ້ງປະຕິບັດ ເປົ້າໝາຍການພັທນາທີ່ຍືນຍົງ ຂອງຣັຖບານລາວ ຢ່າງໃກ້ຊິດຕິດແທດ ແລະ ຮອບດ້ານ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 29 ກັນຍານີ້ວ່າ ທ່ານໄດ້ປະເມີນຢ່າງເຖິງຖອງ ໃນຫຼາຍປີມານີ້ ແລ້ວເຫັນວ່າ ທາງການລາວ ຍັງບໍ່ສາມາດຈັດຕັ້ງປະຕິບັດເປົ້າໝາຍການພັທນາທີ່ຍືນຍົງ ໃນການລຶບລ້າງຄວາມທຸກຍາກໄດ້ເລີຍ ເນື່ອງຈາກນະໂຍບາຍດ້ານເສຖກິຈມະຫາພາກ ຍັງເປັນການສົ່ງເສີມ ໃຫ້ນັກລົງທຶນຈາກຕ່າງປະເທດ ໄດ້ປໂຍດຫຼາຍກວ່າ ແລະ ໃນທາງກົງກັນຂ້າມ ປະຊາຊົນລາວໃນເຂດທ້ອງຖິ່ນ ແລະ ຊົນນະບົດ ຍິ່ງທຸກຍາກ ຫຼາຍຂຶ້ນຕື່ມ.
“ໃນການປະຕິບັດ ຕາມເປົ້າໝາຍ ເພື່ອລຶບລ້າງຄວາມທຸກຍາກ ຂອງສະຫະປະຊາຊາຕ ທີ່ສເນີໃຫ້ ສປປລາວ ປະຕິບັດນັ້ນ, ຂ້າພະເຈົ້າເຫັນວ່າ ທາງການ ສປປລາວ ເທົ້າເຖິງປັດຈຸບັນນີ້, ຍັງບໍ່ສາມາດປະຕິບັດ ໄດ້ແຕ່ປະການໃດເລີຍ. ສິ່ງທີ່ສະແດງໃຫ້ເຫັນ ກໍຄືວ່າ ປະຊາຊົນລາວ ສ່ວນຫຼວງຫຼາຍນັບມື້ນັບທຸກຍາກໄປຊັກໄຊ້ເນາະ. ເຫດຜົລທີ່ວ່າ ຄວາມທຸກຍາກນີ້ຮ້າຍແຮງຂຶ້ນ ກໍມີຫຼາຍສາເຫດ ດ້ານທີນຶ່ງເນາະ ນະໂຍບາຍການພັທນາເສຖກິຈ ຂອງເພິ່ນຫັ້ນ ມັນບໍ່ຍືນຍົງ. ເພິ່ນປ່ອຍໃຫ້ຊາວນາຍທຶນຕ່າງຊາຕ ເຊັ່ນວ່າ ນາຍທຶນຈີນ ແລະ ຫວຽດນາມ ມາສ້າງໂຄງການໃຫຍ່ໆ ຢູ່ໃນ ສປປລາວ ລ້ວນແລ້ວແຕ່ເປັນໂຄງການທີ່ວ່າ ທຳການຍຶດທີ່ດິນ ຂອງປະຊາຊົນ ເຮັດໃຫ້ປະຊາຊົນ ເສັຽບ່ອນທຳມາຫາກິນ, ມັນຍິ່ງເຮັດໃຫ້ປະຊາຊົນລາວນັ້ນ ນັບມື້ນັບທຸກຈົນລົງໄປອີກ, ຍັງບໍ່ນັບເຖິງບັນຫາໂຄວິດ-19 ເນາະ. ບັນຫາໂຄວິດ-19 ທີ່ເຂົ້າມາ ຍິ່ງເພີ່ມທະວີຄວາມທຸກຈົນ ຂອງປະຊາຊົນລາວນີ້ ຮ້າຍແຮງກວ່າເກົ່າ ແລ້ວມັນກໍມີຫຼາຍສາເຫດ ທີ່ວ່າ ເຮັດໃຫ້ປະຊາຊົນລາວນີ້ ບໍ່ສາມາດພົ້ນຈາກຄວາມທຸກຈົນໄດ້.”
ຢ່າງໃດກໍດີ, ເຖິງວ່າຣັຖບານລາວ ຈະສາມາດຈັດຕັ້ງປະຕິບັດ ເປົ້າໝາຍການພັທນາທີ່ຍືນຍົງ ໃນການລຶບລ້າງຄວາມທຸກຍາກ ໃຫ້ບັນລຸຜົລ ຫຼືບໍ່ບັນລຸຜົລໄດ້ ຕາມຂອບເວລາ ທີ່ອົງການ ສປຊ ໄດ້ກຳນົດອອກມາ ຈົນໄປເຖິງ ປີ 2030 ນັ້ນກໍຕາມ, ແຕ່ຄວາມຈິງທີ່ເກີດຂຶ້ນໃນປະເທດລາວ ກ່ຽວກັບວຽກງານ ການລຶບລ້າງຄວາມທຸກຍາກແລ້ວແມ່ນວ່າ ຍັງມີປະຊາຊົນລາວ ທີ່ຢູ່ລຸ່ມເສັ້ນຄວາມທຸກຍາກ ຕາມນິຍາມ ຂອງອົງການ ສປຊ ໄດ້ກຳນົດໄວ້ ປະມານ 18.3%, ອີງຕາມການຣາຍງາຍ ຂອງກະຊວງແຜນການ ແລະ ການລົງທຶນ ເມື່ອປີ 2020. ຂໍ້ມູນດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ ອັດຕຣາຜູ້ທີ່ຢູ່ໃນຄວາມທຸກຍາກ ໃນປະເທດລາວ ທີ່ເຄີຍມີປະມານ 24.6% ໃນປີ 2013 ໄດ້ຖືກເຮັດໃຫ້ຫຼຸດລົງມາເຫຼືອພຽງ 18.3% ໃນປີ 2019.
ນອກຈາກນີ້, ເນື່ອງຈາກເກີດມີການແຜ່ຣະບາດ ຂອງໂຄວິດ-19 ໃນຕົ້ນປີ 2020 ຈົນມາເຖິງເດືອນກັນຍາ ປີ 2021 ຫຼືໃກ້ຈະຄົບ 2 ປີ, ທນາຄານໂລກປະຈຳປະເທດລາວ ກໍເຄີຍປະເມີນໄວ້ ເມື່ອເດືອນມິຖຸນາ ປີ 2020 ວ່າ ການແຜ່ຣະບາດ ຂອງໂຄວິດ-19 ໄດ້ເຮັດໃຫ້ພົລເມືອງລາວ ຈຳນວນຫຼາຍແສນຄົນ ຕ້ອງສູນເສັຽວຽກເຮັດງານທຳ ທັງຢູ່ພາຍໃນ ແລະ ຈາກປະເທດເພື່ອນບ້ານ, ໂດຍສະເພາະປະເທດໄທຍ ຈຶ່ງອາຈເຮັດໃຫ້ມີຄົນລາວ ຖືກຍູ້ເຂົ້າສູ່ວົງຈອນ ຂອງຄວາມທຸກຍາກ ປະມານ 214,000 ຄົນ.
ຕໍ່ວຽກງານການລຶບລ້າງຄວາມທຸກຍາກ ອັນທ້າທາຍນີ້, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດ ກໍເຄີຍຣາຍງານ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃນມື້ ວັນທີ 13 ມົກກະຣາ 2021 ທີ່ຜ່ານມາວ່າ ແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕລາວ 5 ປີ (2021-2025) ແມ່ນຈະເອົາໃຈໃສ່ ເຮັດໃຫ້ປະຊາຊົນລາວ ຫຼຸດພົ້ນອອກຈາກຄວາມທຸກຍາກ ໃຫ້ຍັງເຫຼືອແຕ່ 13.9% ຂອງປະຊາຊົນທັງໝົດ ແລະ ອັດຕຣາຄົວເຮືອນທັງໝົດ ໃຫ້ຫຼຸດລົງເຫຼືອ 9.5%.
ເມື່ອມາເບິ່ງສະພາບໂຕຈິງແລ້ວ, ຫຼາຍຄົນກໍຄົງມີຄຳຕອບຢູ່ໃນໃຈວ່າ ໂຕເລຂຄົນລາວ ທີ່ຈະຖືກຍູ້ເຂົ້າສູ່ວົງຈອນ ຂອງຄວາມທຸກຍາກນັ້ນ, ອາຈສູງຂຶ້ນໄປອີກຕື່ມກໍເປັນໄດ້ ເນື່ອງຈາກການຣະບາດ ຂອງໂຄວິດ-19 ຍັງບໍ່ມີທ່າທີ ທີ່ດີຂຶ້ນເທື່ອ ແລະ ສະພາບເສຖກິຈ ກໍຍັງບໍ່ສາມາດຖືກຟື້ນຟູ ໃຫ້ກັບມາເປັນປົກກະຕິໄດ້ເທື່ອ.
ແນ່ນອນ, ເປົ້າໝາຍ ທີ່ຈະເຮັດໃຫ້ປະຊາຊົນລາວ ຫຼຸດພົ້ນຈາກຄວາມທຸກຍາກ ຕາມທີ່ໄດ້ຕັ້ງເປົ້າໝາຍ ໃນຂອບເວລາທີ່ເຄີຍກຳນົດໄວ້ນັ້ນ ກໍຄົງເປັນສິ່ງທີ່ບໍ່ງ່າຍ ທີ່ຈະສາມາດບັນລຸໄດ້ຕາມແຜນ.
ສບາຍດີ.