ອະນຸສາວະຣີນັກລົບເກົ່າ ລາວມົ້ງ

ສິດນີ
2015.08.14
F-Hmong ຮູປຈໍາລອງ ຂອງ ອະນຸສາວະຣີ ນັກລົບເກົ່າ ລາວມົ້ງ ທີ່ ຣັດ Wisconsin
Courtesy of Hmong Lao in Wisconsin

ຊາວມົ້ງລາວ ໄດ້ ພາກັນ ອອກເງິນ ສ້າງ ອະນຸ ສາວະຣີ ເພື່ອ ລະລຶກ ເຖິງ ນັກລົບ ເກົ່າ ລາວ ເຜົ່າມົ້ງ ໃນ ສມັຍ ສົງຄາມ, ທີ່ ເມືອງ ວໍຊໍ ຣັດ Wisconsin ແລະ ໄດ້ຮັບ ການ ບໍຣິຈາກ ແລ້ວ ກວ່າ ນຶ່ງສ່ວນສາມ ຂອງ ທຶນ ການ ກໍ່ສ້າງ ທີ່ ຕ້ອງການ ປະມານ 240,000 ໂດລາ. ອະນຸ ສາວະຣີ ຮູບປັ້ນ ຂີ້ເຜິ້ງ ຂອງ ນັກລົບເກົ່າ ລາວ ເຜົ່າມົ້ງ ຈະ ສ້າງດ້ວຍ ການທົບທວນ ປະຫວັດສາດ ຄວາມເປັນມາ ຂອງ ນັກລົບ ກຸ່ມ ດັ່ງກ່າວ ໃນລາວ, ເພື່ອ ເຊີດຊູກຽດ ຕໍ່ການ ເສັຽສຣະ ຊີວິດ ຂອງ ພວກຂະເຈົ້າ, ໃນການ ຕໍ່ສູ້ ຄອມມິວນິສ, ທະຫານ ວຽດນາມເຫຼືອ ໃນລາວ.

ກຸ່ມ ຊາວມົ້ງລາວ ຜູ້ ທີ່ຢາກ ບໍຣິຈາກ ເພີ້ມຕື່ມ ໃນ ຈຳນວນ 1 ແສນ ໂດລາ, ສາມາດ ບໍຣິຈາກ ໄດ້ ຈົນຮອດ ເດືອນ ທັນວາ ປີ ນີ້. ທ່ານ Peter Wang  ຜູ້ ບໍຣິຫານ ສູນກາງ ປະຊາຄົມ ຊາວມົ້ງ ທີ່ ເມືອງ ວໍຊໍ ກ່າວວ່າ, ພວກເຮົາ ມີຄວາມ ຫມັ້ນໃຈ ວ່າ, ຈະ ສາມາດ ໄດ້ ຮັບທຶນ ໃນການ ກໍ່ສ້າງ ໄດ້ ຢ່າງ ເຕັມສ່ວນ ໃນ ເດືອນ ທັນວາ ປີ ນີ້.

ກຸ່ມ ທະຫານ ລາວມົ້ງ ໄດ້ ປະຕິບັດ ງານ ຄຽງບ່າ ຄຽງໄລ່ ກັບ ທະຫານ ອະເມຣິກັນ, ທີ່ ໜູນຫຼັງ ໂດຍ CIA ໃນສມັຍ ສົງຄາມ ໃນລາວ ແລະ ໃນ ວຽດນາມ, ກຸ່ມ ດັ່ງກ່າວ ໄດ້ ຊ່ອຍ ຊີວິດ ນັກບິນ ອະເມຣິກັນ ທີ່ ຖືກຍິງຕົກ ຫຼາຍຄົນ, ຫລັງຈາກ ສົງຄາມ ສິ້ນສຸດ ລົງ, ຊາວມົ້ງລາວ ຖືກ ຕາມລ້າ ຈາກ ກຸ່ມ ຄອມມິວນິສ ໃນລາວ, ຊາວມົ້ງ ລາວ ຫຼາຍພັນ ຄົນ ໄດ້ມາຕັ້ງ ຖິ່ນຖານ ໃນ ສະຫະຣັດ, ສ່ວນໃຫຽ່ ຈະຢູ່ຣັດ ຄາລີຟໍເນັຽ ວິສຄອນຊີນ ແລະ ໄອໂອວາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.