ມັທຍົມປາຍເລີ້ມສອບເສັງໃໝ່
2015.06.30
ໃນ ມື້ວານ ນີ້ ກະຊວງ ສຶກສາ ແລະ ກິລາ ສປປລາວ, ໄດ້ ອະນຸຍາດ ໃຫ້ ມີການ ສອບເສັງ ຜ່ານ ຊັ້ນ ມັທຍົມ ປາຍ, ຊຶ່ງເປັນ ປີ ສຸດທ້າຍ ຂອງການ ສຶກສາ ຂັ້ນ ມັທຍົມ ຫລັງຈາກ ຖືກສັ່ງ ໃຫ້ ເລື່ອນ ເວລາ, ດັ່ງ ວິຊາ ຄະນິດສາດ ແລະ ປະຫວັດສາດ, ທີ່ ມີກໍານົດ ໃຫ້ ສອບເສັງ ໃນ ວັນສຸກ ທີ່ ຜ່ານມາ.
ທາງການ ລາວ ເວົ້າວ່າ, ການ ສອບເສັງ ປີ ສຸດທ້າຍ ຂອງ ການຮຽນ ຖືກເລື່ອນ ເວລາ, ຈົນຮອດ ມື້ ວັນຈັນ ຫລັງຈາກ ທີ່ ເຫັນວ່າ ມີຄົນເອົາ ຂໍ້ສອບ ຫລື ຄຳຕອບ ໄປລົງໃນ ສື່ສັງຄົມ ອອນລາຍ, ຊື່ງ ທາງ ກະຊວງ ສຶກສາ ທິການ ແລະ ການ ກິລາ ເວົ້າວ່າ, ມີຄົນ ບໍ່ຫວັງດີ ໄດ້ເອົາ ຂໍ້ສອບ ແລະ ຄຳຕອບ ລົງໃນ ເຄືອຂ່າຍ ອິນເຕີເນັດ ເພື່ອ ຕ້ອງການ ລົບລູ່ ກະຊວງ ສຶກສາ.
ເຖີງຢ່າງໃດ ກໍດີ, ເຈົ້າໜ້າທີ່ ກະຊວງ ສຶກສາ ທິການ ທີ່ ບໍ່ ປະສົງອອກ ຊື່ ທ່ານນຶ່ງ ໄດ້ກ່າວຕໍ່ ຫນັງສືພິມ ວຽງຈັນ ທາມສ, ໃນ ມື້ວານນີ້ ວ່າ ຄຳຕອບ ທີ່ ກຸ່ມ ດັ່ງກ່າວ ພິມ ລົງ ທາງ ອິນເຕີນເນັດ ນັ້ນເປັນ ຂໍ້ຄວາມ ທີ່ ຜິດ ແລະວ່າ ພຶດຕິກັມ ດັ່ງກ່າວ ແຮງ ຈະເຮັດໃຫ້ ກຸ່ມ ນັກສຶກສາ ຜູ້ ທີ່ ຊື່ສັດ ມີຄວາມ ຫຍຸ້ງຍາກ ສັບສົນ ຫຼາຍຂຶ້ນ ແລະ ເປັນ ການສ້າງ ບັນຫາ ໃຫ້ ແກ່ ສັງຄົມ.
ເຈົ້າຫນ້າທີ່ ທ່ານນັ້ນ ເວົ້າວ່າ ຄຳຕອບ ໃນ ທຸກ ວິຊາ ບໍ່ໄດ້ ແຈກຢາຍ ໃຫ້ ນາຍຄຣູ ຈະເກັບໃວ້ ທີ່ ກະຊວງ ຈົນກວ່າ ຈະມີ ການ ສອບເສັງ ແລ້ວ ຈື່ງ ແຈກຍາຍ ໃຫ້ ນາຍ ຄຣູ ເພື່ອໃຊ້ ໃນ ການກວດ ຂໍ້ສອບ. ກະຊວງ ສຶກສາ ທິການ ແລະ ການ ກິລາ, ຍັງ ສືບສວນ ກ່ຽວກັບ ຂໍ້ສອບ ຮົ່ວໄຫລ ດັ່ງກ່າວ ນີ້ ຢູ່.