ອັດຕຣາ ການເຂົ້າໂຮງຮຽນ ຂອງເດັກນ້ອຍ ແລະ ຄຸນນະພາບ ຂອງການສຶກສາ ໃນເຂດຫ່າງໄກ ຢູ່ແຂວງ ສວັນນະເຂດ ຍັງຕໍ່າຢູ່.
ເຈົ້າໜ້າທີ່ ຜແນກ ສຶກສາທິການ ແຂວງ ສວັນນະເຂດ ເປີດເຜີຍວ່າ ອັດຕຣາ ການເຂົ້າຮຽນ ໜັງສື ແລະ ຄຸນນະພາບ ການສຶກສາ ໃນເຂດຫ່າງໄກ ຂອງແຂວງ ໂດຍສະເພາະ ເຂດທີ່ມີຊົນເຜົ່າ ຢູ່ຫຼາຍນັ້ນ ຍັງຕໍ່າຫລາຍ ຍ້ອນວ່າ ເດັກນ້ອຍຊົນເຜົ່າ ບໍ່ມັກເຂົ້າ ໂຮງຮຽນ ດັ່ງທ່ານກ່າວວ່າ:
"ບັນຫາວຽກ ສຶກສາສໍາລັບ ຊົນເຜົ່າ ຖືວ່າມັນ ກໍມີບັນຫາ ອັນນຶ່ງແມ່ນເດັກ ຍິງ ຫັ້ນເຂົາບໍ່ມັກ ເຂົ້າໂຮງຮຽນ ບັດນີ້ຜູ້ຊາຍ ຄືກັນນໍ ຜູ້ຊາຍກໍສ່ວນຫລາຍ ກໍເຂົ້າໄປເປັນ ນັກຮຽນ ປໍ 1 ນີ້ຫລາຍນໍ 20 ຫາ 30 ບາດຮອດ ປໍ 2 ຫາ 3 ນີ້ມັນເຫັ່ຍໄປ ເສັຍໄປ ຄຣູສອນ ທີ່ຄິດໄລ່ ຕາມ ອັນນັ້ນມັນແທ້ ກໍບອກຍາກພໍ".
1 ປີຜ່ານມາ ແຂວງສວັນນະເຂດ ມີນັກຮຽນເຖິງ 12 ສ່ວນຮ້ອຍ ປະລະການ ຮຽນກາງປີ ແລະ ມີໂຮງຮຽນ ປະຖົມເຖິງ 30 ສ່ວນຮ້ອຍ ທີ່ມີອັດຕຣາ ການເຂົ້າຮຽນຮອດ ປໍ 5 ພຽງ 60 ສ່ວນຮ້ອຍ ເທົ່ານັ້ນ. ເມືອງພີນ, ເຊໂປນ, ນອງ, ພະລານໄຊ ແລະ ເມືອງວິລະບູລີ ເປັນເມືອງ ທີ່ມີຊົນເຜົ່າຢູ່ ຫລາຍກວ່າ 90 ສ່ວນຮ້ອຍ ຊຶ່ງໂດຍທົ່ວໄປ ມີຄວາມເຊື່ອ ໃນການ ໃຫ້ລູກຫລານ ແຕ່ງງານ ຕັ້ງແຕ່ຍັງນ້ອຍ ອັນເປັນ ປັດໃຈນຶ່ງ ທີ່ເຮັດໃຫ້ ອັດຕຣາການ ເຂົ້າຮຽນ ຊັ້ນປະຖົມປາຍ ແລະ ມັທຍົມຕົ້ນ ມີໜ້ອຍ ຊຶ່ງຫລາຍພາກສ່ວນ ກໍພຍາຍາມ ຊ່ວຍກັນແກ້ໄຂ.
ຂະນະທີ່ຍັງບໍ່ມີ ງົບປະມານ ພຽງພໍ ແລະ ຂາດແຄນຄຣູ ຢູ່ນີ້ ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ ເປັນບັນຫາສໍາຄັນ ໂດຍສະເພາະ ເມືອງຫ່າງໄກ ໃນການຈັດຊື້ ອຸປກອນ ການຮຽນ ການສອນ, ໂຮງຮຽນ ຫລາຍຫລັງເປ່ເພ, ສ່ວນຫລາຍ ຄຣູ ໄດ້ສອນຫລາຍຫ້ອງ ແລະ ສອນເກີນເວລາ ປົກກະຕິ ຊຶ່ງເປັນບັນຫາ ທີ່ຍັງບໍ່ສາມາດ ແກ້ໄຂໄດ້.