ເຄືອ​ຂ່າຍ​​ພາກສັງຄົມໄທ ຕໍ່ຕ້ານ ເຂື່ອນ​ປາກ​ລາຍ

ບ້ານຜາແກ້ວ ເມືອງປາກລາຍ ແຂວງ ໄຊຍະບູຣີ ເຂດຊາຍແດນຕໍ່ໃສ່ ແຂວງອຸດຕະລະດິດ ປະເທດໄທ
ບ້ານຜາແກ້ວ ເມືອງປາກລາຍ ແຂວງ ໄຊຍະບູຣີ ເຂດຊາຍແດນຕໍ່ໃສ່ ແຂວງອຸດຕະລະດິດ ປະເທດໄທ (Screen captured from Paklai festival video)

0:00 / 0:00

ອົງ​ການ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ຫລື Save The Mekong ໄດ້​ອອກ​ຖແລງ​ການ ​ປະ​ກາດຄັດ​ຄ້ານ ​ຂັ້ນ​ຕອນການ​ປຶກ​ສາ​ຫາ​ລື​ລ່ວງ​ໜ້າ ຂອງ​ໂຄງ​ການ ​ເຂື່ອນ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ຊຶ່ງ​ເປັນ​ເຂື່ອນ​ທີ 4 ທີ່​ຈະ​ສ້າງ​ໃສ່​ແມ່​ນ້ຳ​ຂອງ ໃນ​ປະ​ເທດ​ລາວ. ດັ່ງ ທ່ານ ທິ​ຣະ​ພົງ ໂພນ​ໝັ້ນ ຜູ້​ອໍ​າ​ນວນ​ການ​ສະ​ຖາ​ບັນ​ຊຸມ​ຊົນ ແມ່​ນ້ຳ​ຂອງ ຫລື Mekong Community Institute ຊຶ່ງ​ເປັນ​ນຶ່ງ​ ໃນ​ຜູ້​ປະ​ສານ​ງານ ຂອງເຄືອ​ຂ່າຍ​ ກຸ່ມ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ຕໍ່​ເອ​ເຊັຍ​ເສ​ຣີ ໃນ​ວັນ​ທີ 24 ສິງ​ຫາ ວ່າ:

ຖະ ແຫລງ ການຄັດ ຄ້ານ ກັບ ຂະ ບວນ ການ ທີ່ ຈະ ຮັບ ຟັງ ຄວາມ ຄິດ ເຫັນ ແລ້ວ ກໍ ຈະ ບໍ່ ເຂົ້າ ຮ່ວມ ປົກ ກະ ຕິ ການກໍ່ ສ້າງ ເຂື່ອນ ກໍ ຈະ ມີ ແຕ່ ລະ ປະ ເທດ ຈະ ມີ ການ ປະ ຊຸມ ເພື່ອ ຮັບ ຟັງຄວາມ ຄິດ ເຫັນ ຈາກ ທ້ອງ ຖິ່ນ ເພື່ອ ຕາມ ຫລັກ ການ ກໍ ຄືວ່າ ເພື່ອ ຈະ ເອົາ ຄວາມ ຄິດ ເຫັນ ນັ້ນ ເຂົ້າ ໄປ ສະ ເໜີ ຕໍ່ ຕາມ ລຳ ດັບຊັ້ນ ເອົາ ໄປ ປຶກ ສາ ຫາ ລືຂອງ 4 ເທດ ກໍ ຈະ ບໍ່ ເຂົ້າ ຮ່ວມ ໃນ ກິ ກັມປຶກ ສາ ຂອງ MRC ຂອງ ຕາງ ໜ້າ ແຕ່ ລະ ປະ ເທດນີ້ ແຫລະ .

ທ່ານ ກ່າວ​ຕື່ມ​ອີກວ່າ ເຫດ​ຜົນ​ໃນ​ການ​ຄັດ​ຄ້ານ ກໍ​ເພື່ອ​ຢັບ​ຢັ້ງ ການ​ສ້າງ​ເຂື່ອນ ​ຢູ່​ແມ່​ນ້ຳ​ຂອງ ແລະເຂື່ອນ​ຕ່າງໆຢູ່​ໃນ ​ປະ​ເທດ​ລາວ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ, ຣະ​ບົບ​ນິ​ເວດ​ວິ​ທ​ຍາ ແລະ ຊີ​ວິດ​ການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ໂດຍສະ​ເພາະ ເຂື່ອນດອນ​ສະ​ໂຮງ, ເຂື່ອນ​ໄຊ​ຍະ​ບູ​ລີ ແລະ ເຂື່ອນ​ປາກ​ແບງ.

ນອກ​ຈາກນີ້ ຂັ້ນ​ຕອນ​ການ​ປຶກ​ສາຫາ​ລືກັນ​ລ່ວງ​ໜ້າ ຂອງ​ໂຄງ​ການ​ເຂື່ອນ​ປາກ​ລາຍ ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ 1 ວັນ ຫລັງ​ຈາກ​ທາງ​ການລາວ ປ​ະ​ກາດໂຈະ​ການກໍ່​ສ້າງ ​ເຂື່ອນ​ໃນ​ລາວ ພາຍ​ຫລັງເຂື່ອນ​ເຊ​ປຽນ​ແຕກ ໃນ​ວັນ​ທີ 23 ກໍ​ຣະ​ກະ​ດາ. ປະເທດລາວ ​ມີ​ແຜນ​ຈະ​ສ້າງ​ເຂື່ອນ ໃສ່​ແມ່​ນ້ຳ​ຂອງ 9 ແຫ່ງ ໃນ​ຈຳ​ນວນ 11 ເຂື່ອນ ​ໃນ​ແມ່​ນ້ຳ​ຂອງ.