ຂ.ສວັນນະເຂດບັນດາຄຣູ ຖ້າ ເງິນເດືອນ

ສິດນີ
2015.10.06
F-teacher ນາຍຄຣູສອນ ເລຂ ຢູ່ແຂວງ ຈໍາປາສັກ, ມົກກະຣາ 30, 2012
Biosphoto

ກໍຣະນີ ນາຍຄຣູ ບໍ່ໄດ້ຮັບ ເງິນ ເດືອນ ໃນລາວ ກາຍເປັນ ບັນຫາ ຊຳເຮື້ອ ມາຫຼາຍປີ. ກ່ຽວກັບ ເຣື້ອງນີ້ ເອເຊັຽ ເສຣີ ກໍໄດ້ ສອບຖາມ ໄປຍັງ ນາຍຄຣູ ທີ່ ແຂວງ ສວັນນະເຂດ ຈຶ່ງໄດ້ ຄຳຕອບ ວ່າ ບໍ່ໄດ້ຮັບ ເງິນ ເດືອນ ມາສອງ ເດືອນ ແລ້ວ ແຕ່ຄາດວ່າ ຈະໄດ້ ໃນໄວໆ ນີ້:

"ກະບໍ່ຮອດ ພຸ້ນ ດອກ ຣັຖບານ ເພິ່ນ ກະແກ້ໃຫ້ ແລ້ວເດ ດຽວກະໄດ້ ກໍໄດ້ ຍິນຂ່າວວ່າ ຈະໄດ້ແລ້ວ ອັນນີ້ເຮົາ ກໍບໍ່ຮູ້ຈັກ ຣະບົບ ການເງິນ ເພີິ່ນເຮັດ ເນາະ, ເຮົາກະມີ ແຕ່ລໍຖ້າ ສິ້ນເດືອນ ແມ່ນ ແນວນັ້ນ ພະນັກງານ ຄຣູ ເຮົາ ເນາະ".

ນາຍຄຣູ ອີກຄົນນຶ່ງ ເວົ້າວ່າ ຕົນເອງ ກໍຖືກ ບັນຫານີ້ ຄືກັນ, ແຕ່ ເຖິງແມ່ນວ່າ ຈະ ບໍ່ໄດ້ຮັບ ເງິນເດືອນ ເປັນ ປົກກະຕິ ກໍ ຍັງເຮັດວຽກ ຕາມເດີມ:

"ຕາມ ປົກກະຕິ ເລີຍ ພວກເຮົານະ ບໍ່ມີບັນຫາ ບໍ່ມີການ ປະທ້ວງ ຫຍັງ ເຮົາຮັກ ຣະບຽບ ຮັກອາຊີບ ພວກເຮົາ, ຄືວ່າ ເຮັດຫນ້າທີ່ ຕົວເອງ ໃຫ້ ລອດ ກິນຫຍັງ ກະບໍ່ມີ ບັນຫາ ເພາະວ່າ ເຮົາມີ ແນວຄິດ ຫລັກຫມັ້ນ ການເມືອງ ດີ".

ນອກນັ້ນ ເອເຊັຽ ເສຣີ ກໍໄດ້ ສອບຖາມ ໄປຍັງ ໂຮງຮຽນ ຫຼາຍແຫ່ງ ທີ່ ແຂວງ ສວັນນະເຂດ ເຈົ້າຂອງ ໂຮງຮຽນ ເອກກະຊົນ ແຫ່ງນຶ່ງ ໃຫ້ ຄວາມເຫັນວ່າ ວິທີ ບໍຣິຫານ ງົປມານ ຂອງ ຣັຖບານ ແລະ ເອກກະຊົນ ບໍ່ຄືກັນ, ທ່ານວ່າ ຄຣູ ເປັນອາຊີບ ທີ່ ສຳຄັນ ຄວນໄດ້ຮັບ ການເອົາ ໃຈໃສ່:

"ການພັທນາ ການສຶກສາ ເປັນສີ່ງ ທີ່ ສຳຄັນ ເພາະສະນັ້ນ ຄຣູ ຄືທົວໃຈ ສຳລັບ ການສຶກສາ ຣັຖບານ ພຍາຍາມ ເນັ້ນ ນະໂຍບາຍ ຈັນຍາບັນ ຄຣູ ການສອນດີ ຮຽນເກັ່ງ ນີ້ແມ່ນ ດີຫມົດ, ແຕ່ວ່າ ເຣື້ອງ ງົປມານ ກໍ່ເປັນ ສິ່ງສຳຄັນ ແລະ ຈຳເປັນ ເພາະວ່າ ຕ້ອງຢູ່ ຕ້ອງກິນ ໃນແຕ່ລະ ເດືອນ ມັນກໍຕ້ອງ ສອດຄ່ອງ ໄດ້ ຕາມນັ້ນ".

ບັນຫາ ການຈ່າຍ ເງິນເດືອນ ບໍ່ເປັນ ປົກກະຕິ ຂອງ ເຈົ້າຫນ້າທີ່ ຣັດ ໃນລາວ ບໍ່ແມ່ນ ສະເພາະ ແຕ່ ຜແນກ ການສຶກສາ ເທົ່ານັ້ນ ຜແນກອື່ນໆ ກໍຄືກັນ ບາງແຂວງ ບໍ່ໄດ້ຮັບ ເງິນເດືອນ ຮອດ ຫ້າ-ຫົກ ເດືອນ ຫລື ເກືອບຮອດ ປີ ຈຶ່ງໄດ້ ແຕ່ ທາງການລາວ ກໍຈ່າຍ ຄືນຫລັງ ໃຫ້.

ຣັຖບານ ລາວ ມີບັນຫາ ຂາດ ງົປມານ ໃນ ແຕ່ລະປີ ຍ້ອນມີການ ຮົ່ວໄຫລ ແລະ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ຣັດ ແລະ ການເກັບ ຣາຍຮັບ ບໍ່ໄດ້ຕາມ ເປົ້າໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.