ລາວຄຣິສຕຽນໝົດທາງໄປ ຂໍໃຊ້ຫ້ອງການເມືອງ

ສຸພັດຕາ
2021.03.23
ລາວຄຣິສຕຽນໝົດທາງໄປ ຂໍໃຊ້ຫ້ອງການເມືອງ ໂຕຢ່າງ ຂອງ ຊາວລາວຄຣິສຕຽນ 3 ຄອບຄົວ ຢູ່ເມືອງລອງ ແຂວງຫລວງນໍ້າທາ ຖືກທາງຫ້ອງການບ້ານ ໄລ່ອອກຈາກບ້ານ ຍ້ອນປະລະ ການເຊື່ອຖືຜີ. ເຫດການນີ້ເກີດຂຶ້ນ ເມື່ອເດືອນ ກຸມພາ ປີ 2019.
ພາບປະກອບ: ນັກຂ່າວພົລເມືອງ

ເມື່ອເດືອນກຸມພາ 2021 ຜ່ານມານີ້ ຊາວລາວຄຣິສຕຽນ 2 ຄອບຄົວ ຢູ່ບ້ານປະສິງ ແລະບ້ານກາງ ເມືອງຕະໂອ້ຍ ແຂວງສາຣະວັນ ຊຶ່ງມີສະມາຊິກຄອບຄົວ ທັງໝົດ 7 ຄົນ ຕ້ອງພາກັນອອກຈາກບ້ານ ໄປຂໍຢູ່ຫ້ອງການເມືອງຊົ່ວຄາວ ຈາກ ອໍານາດການປົກຄອງ ເມືອງຕະໂອ້ຍ. ຍ້ອນວ່າ ພາຍຫຼັງທີ່ພວກເຂົາເຈົ້າ ຖືກໄລ່ໃຫ້ອອກຈາກບ້ານ ເທື່ອນຶ່ງໃນ ທ້າຍປີ 2020 ແລ້ວເຂົາເຈົ້າກໍໄດ້ກັບເຂົ້າ ມາຢູ່ບ້ານຕາມປົກກະຕິຄືເກົ່າ, ແຕ່ນາຍບ້ານ ຫ້າມບໍ່ໃຫ້ເຂົາເຈົ້າປຸກເຮືອນ, ເພາະຖ້າປຸກ ກໍຈະຖືກມ້າງຄືເກົ່າ, ດັ່ງຊາວລາວຄຣິສຕຽນ ຢູ່ ແຂວງພາກໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໃນມື້ວັນທີ 22 ມີນາ ນີ້ວ່າ:

“ພີ່ນ້ອງຫັ່ນ ໄປຢູ່ຫ້ອງການພາຍໃນ ແບບວ່າ ບໍ່ໃຫ້ຢູ່ບ້ານຫັ່ນນະ, ກະເລີຍໄປເພິ່ງອໍານາດການປົກຄອງເມືອງ, ເຂົາກະເລີຍໃຫ້ໄປ ຢູ່ນໍາເຂົາ ໃຫ້ເຂົາເຫັນຄວາມຈິງວ່າອໍານາດ ການປົກຄອງ ເປັນຜູ້ເຮັດ, ເປັນຜູ້ທໍາລາຍບ້ານເຮືອນ ຂອງຂະເຈົ້າໂອ່. ບາດນີ້ລະໄປ ເພິ່ງຂະເຈົ້າ, ດຽວນີ້ ພີ່ນ້ອງຍັງຢູ່ຫ້ອງການ ພາຍໃນຫັ້ນ ຍັງບໍ່ທັນມີການແກ້ໄຂເທື່ອ.”

ທ່ານກ່າວຕື່ມວ່າ ບັນຫາດັ່ງກ່າວນີ້ ເກີດຂຶ້ນໃນທ້າຍເດືອນຕຸລາ ປີ 2020 ທີ່ອໍາການປົກຄອງບ້ານ ໄດ້ພາກັນມ້າງເຮືອນຂອງຊາວ ຄຣິສຕຽນ ດັ່ງກ່າວ ແລະ ໄລ່ເຂົາເຈົ້າອອກຈາກ ບ້ານມາແລ້ວເທື່ອນຶ່ງນັ້ນ ຍ້ອນວ່າ ເຂົາເຈົ້າຍັງເຊື່ອຖືສາສນາຄຣິສຕຽນຢູ່.

ປັດຈຸບັນ ຊາວລາວຄຣິສຕຽນ ທັງ 7 ຄົນນັ້ນ ຍັງອາສັຍຢູ່ບໍຣິເວນຫ້ອງການ ພາຍໃນເມືອງຕະໂອ້ຍ ໂດຍຍາດພີ່ນ້ອງ ແລະ ເຄື່ອ ຂ່່າຍຊາວລາວຄຣິສຕຽນ ທີ່ຮູ້ຂ່າວ ໄດ້ພາກັນໄປ ສົ່ງເຂົ້າ-ສົ່ງນໍ້າ ຍ້ອນບໍ່ມີພາກສ່ວນໃດ ໃຫ້ການຊ່ອຍເຫຼືອ ດ້ານອາຫານການກິນ, ມີພຽງແຕ່ ໃຫ້ບ່ອນພັກອາສັຍ ຊົ່ວຄາວເທົ່ານັ້ນ, ດັ່ງຊາວລາວຄຣິສຕຽນ ທ່ານນຶ່ງ ກ່າວຢືນຢັນວ່າ:

“ກະໄດ້ໄປຢ້ຽມຢາມ ແລ້ວເຂົ້າປາອາຫານ ກະເອົາໃຫ້ຂະເຈົ້າຫັ້ນ, ເຂົາບໍ່ໄດ້ເອົາໃຫ້ ກັບປາອາຫານ, ມີແຕ່ພີ່ນ້ອງ ຖວາຍບາງສິ່ງ ບາງຢ່າງນີ້ແຫຼະ, ບາງເທື່ອບໍ່ພໍປານໃດ ໄປໃຫ້ອັນນີ້ ອັນນັ້ນກະໄດ້ຢູ່.”

ທ່ານກ່າວອີກວ່າ ພ້ອມດຽວກັນນີ້ ເຄືອຂ່າຍ ຊາວລາວຄຣິສຕຽນ ທີ່ກ່ຽວຂ້ອງ ກໍ ພຍາຍາແລ່ນໜັງສື ຫາທາງການແຂວງສາຣະວັນ ເພື່ອໃຫ້ຊ່ອຍແກ້ໄຂບັນຫາດັ່ງກ່າວ ແລະ ໃຫ້ຄວາມເປັນທັມ ແກ່ຊາວລາວຄຣິສຕຽນ ທັງ 7 ຄົນນີ້ ໃຫ້ສາມາດກັບໄປໃຊ້ຊີວິດໄດ້ ຕາມປົກກະຕິ ຢູ່ໃນເຂດບ້ານ ໂດຍມີການຄຸ້ມຄອງ ບໍ່ໃຫ້ຖືກນາຍບ້ານ ຫຼື ຊາວບ້ານຄົນອື່ນໆ ໄປມ້າງເຮືອນອີກ, ແຕ່ມາຮອດ ປັດຈຸບັນ ກໍບໍ່ມີຄວາມຄືບໜ້າ ວ່າບັນຫານີ້ຈະໄດ້ຮັບ ການແກ້ໄຂ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາອໍານາດການປົກຄອງ ເມືອງຕະໂອ້ຍ, ແຕ່ທາງເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ ສັມພາດ ໂດຍອ້າງວ່າ ກໍາລັງຄາກອງປະຊຸມຢູ່ ແລະ ບໍ່ສະດວກໃຫ້ຂໍ້ມູນໃດໆ ກ່ຽວກັບການແກ້ໄຂບັນຫາ ຂອງຊາວລາວຄຣິສຕຽນ ດັ່ງກ່າວ.

ນອກຈາກນີ້ ວິທຍຸເອເຊັຽເສຣີ ກໍພຍາຍາມຕິດຕໍ່ຫາຄອບຄົວ ຊາວລາວຄຣິສຕຽນ ຈໍານວນ 7 ຄົນດັ່ງກ່າວ, ແຕ່ບໍ່ສາມາດຕິດຕໍ່ ຫາຜູ້ໃດໄດ້ ຍ້ອນໂທຣະສັບ ໄດ້ຖືກປິດເຄື່ອງໄວ້.

ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ກະຊວງການຕ່າງ ປະເທດລາວ, ບັນຫາຂໍ້ຂັດແຍ່ງ ຄວາມບໍ່ເຂົ້າໃຈ ລະຫວ່າງຊາວບ້ານ ທີ່ເຊື່ອຖືຜີ ຫຼື ສາສນາພຸດ ກັບຊາວຄຣິສຕຽນ ມັກເກີດຂຶ້ນຢູ່ປະຈໍາ ແລະ ເຈົ້າໜ້າທີ່ ຈາກສູນກາງ ກໍໄດ້ລົງໄປແກ້ໄຂເລື້ອຍໆຢູ່ ຍ້ອນວ່າອໍານາດ ການປົກຄອງບ້ານ ບໍ່ມັກທີ່ ຊາວຄຣິສຕຽນ ບໍ່ໄປຮ່ວມກິຈກັມ ກັບຊາວບ້ານຄົນອື່ນໆ ໂດຍສະເພາະ ວຽກງານລວມ ຂອງບ້ານ.

ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ຄືເມື່ອທ້າຍເດືອນ ທັນວາ ປີ 2020 ຊາວລາວຄຣິສຕຽນ ຄົນນຶ່ງ ໃນຈໍານວນ 7 ຄົນ ດັ່ງກ່າວນີ້ ໄດ້ເວົ້າກັບ ວິທຍຸເອເຊັຽເສຣີ ວ່າ ຫຼັງຈາກທີ່ ທາງຄອບຄົວ ໄດ້ຖືກໄລ່ໄປຢູ່ປ່າ ໄດ້ເປັນເວລາ 2 ເດືອນປາຍນັ້ນ, ທາງຄອບຄົວ ກໍຕັດສິນໃຈກັບມາ ປຸກຕູບນ້ອຍ ຢູ່ທາງຫຼັງຂອງເຮືອນເກົ່າ ທີ່ຖືກມ້າງ ຍ້ອນວ່າ ນາຍບ້ານຫ້າມ ບໍ່ໃຫ້ປຸກເຮືອນຂຶ້ນໃໝ່ ບໍ່ເຊັ່ນນັ້ນ ຈະຖືກມ້າງຖິ້ມອີກ:

“ຢູ່ເຮືອນເຂົາມ້າງຫັ່ນນະ ຫຼັງເຮືອນເຂົາມ້າງວ່າງແລ້ວຫັ້ນ ພວກຢູ່ບ້ານຫັ້ນບໍ່ໄດ້ຫ້າມ ທາງພໍ່ບ້ານຫັ່ນຫ້າມ, ມີແຕ່ພໍ່ບ້ານ 2 ບ້ານຫັ້ນແຫຼະ ມີແຕ່ບໍ່ມີບ່ອນຢູ່ຫັ້ນແຫຼະ, ບໍ່ມີເຮືອນ ຍັງບໍ່ທັນໄດ້ເຮືອນ.”

ໃນຂນະທີ່, ຊາວຄຣິສຕຽນລາວ ຄົນນຶ່ງເວົ້າວ່າ ການເຊື່ອຖື ສາສນາຄຣິສຕຽນ ໃນລາວ ຍັງບໍ່ທັນໄດ້ມີການຍອມຮັບ ຈາກອໍານາດ ການປົກຄອງຂັ້ນບ້ານ ແບບກວ້າງຂວາງເທື່ອ ຍ້ອນຍັງມີ ປະກົດການຊາວຄຣິສຕຽນ ຖືກໄລ່ອອກຈາກບ້ານຢູ່ເລື້ອຍໆ, ດັ່ງທ່ານ ກ່າວວ່າ:

“ຍ້ອນເຮົາເຊື່ອຖືເຢຊູນີ້ແຫຼະ ເຮົາເປັນຄົນຄຣິສຕຽນນີ້ແຫຼະ, ເຮົາກໍບໍ່ຮູ້ສາເຫດອັນໃດ ທີ່ເພິ່ນກໍມັນເຮັດແນວນີ້ ຫັ້ນແຫຼະ ກໍມີແຕ່ ຄວາມເຊື່ອຢ່າງດຽວ ນາຍຄຣູກະສົ່ງໃຫ້ເບິ່ງ, ແຕ່ວ່າ ເຮົາບໍ່ໄດ້ກ່ຽວຂ້ອງ ກັບຂະເຈົ້າແຫຼະ.”

ຊາວລາວຄຣິສຕຽນໃນ 2 ຄອບຄົວທີ່ມີສະມາຊິກຄອບຄົວທັງໝົດ 7 ຄົນທີ່ໄປອາສັຍ ຢູ່ຫ້ອງການປົກຄອງເມືອງຕະໂອ້ຍ ຊົ່ວຄາວນັ້ນ ປະກອບມີ: 1-/ ທ້າວທອງວັນ, 2-/ ນາງເນດ, 3-/ ນາງລາ, 4-/ ນາງເອີນ, 5-/ ແມ່ລຽບ, 6-/ ແມ່ອ້ອງ ແລະ 7-/ ຍ່າ ເຊັນ.

ນອກຈາກນີ້, ໃນມື້ວັນທີ່ 12 ກຸມພາ ປີ 2020 ຊາວລາວຄຣິສຕຽນ ເຜົ່າອາຂ່າ 3 ຄອບຄົວ ຢູ່ບ້ານຕີນດອຍ, ເມືອງລອງ, ແຂວງ ຫຼວງນໍ້າທາ ມີສະມາຊິກທັງໝົດ 14 ຄົນ ຖືກນາຍບ້ານ ແລະຊາວບ້ານຈໍານວນນຶ່ງ ມ້າງເຮືອນ ແລະ ໄລ່ໃຫ້ອອກຈາກບ້ານ ໃຫ້ໄປ ຢູ່ແຄມທາງຍ້ອນວ່າ 3 ຄອບຄົວ ດັ່ງກ່າວປະລະການເຊື່ອຖືຜີ ແລ້ວຫັນໄປເຊື່ອຖື ສາສນາຄຣິສຕຽນ, ຊຶ່ງມາຮອດປັດຈຸບັນ ທາງການ ແຂວງຫຼວງນໍ້າທາ ໄດ້ແຕ່ຕັ້ງຄະນະກັມມະການສະເພາະກິຈ ເພື່ອຕຽມຫາລືແກ້ໄຂບັນຫານີ້ ແຕ່ຍັງບໍ່ໄດ້ຮູ້ວ່າຈະດໍາເນີນການເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 23, 2021 09:57 PM

ອີ່ດູຕົນປະຊາຊົນທີ່ທຸກຍາກນີ້ເດ້ ເປັນຫຍັງອຳນາດການປົກຄອງບ້ານ ຄືຂົ່ມເຫັງເຂົາເຈົ້າແທ້ ພວກເຂົາ ກະແມ່ນຄົນຄືກັບພວກທ່ານນັ້ນແລ້ວ ພວກທ່ານຄືໃຈອຳມະຫິດແທ້. ພວກເຂົາບໍ່ໄດ້ເປັນຄົນໂກງບ້ານໂກງເມືອງ ໂກງດິນຄົນອື່ນ ຄືບັນດາການນຳ ພວກເຂົາບໍ່ໄດ້ເປັນຄົນຜານບ້ານຜານເມືອງ. ພວກເຂົາພຽງແຕ່ເຊື່ອສາດສະໜາ ທີ່ແຕກຕ່າງກັບພວກທ່ານເທົ່ານັ້ນ. ພວກເຂົາບໍ່ມີບ່ອນຢູ່ ພວກເຂົາຈະຫາລ້ຽງຊີບຈັ່ງໃດໄດ້ ຊ້ຳບໍ່ໜຳ ໂຄວິດກໍຍັງບໍ່ມີທ່າທີ່ ຈະດີຂຶ້ນເທື່ອ. ຢາກໃຫ້ທາງເຈົ້າໜ້າທີ່ກ່ຽວຂ້ອງ ແລະສະມາຊິກສະພາແຫ່ງຊາດ ສະເໜີໃຫ້ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງສາລະວັນ ແກ້ໄຂ ບັນຫານີ້ແດ່.