ມາຟັງນໍາກັນ 02/21/21

ການສົນທະນາ ໃນບັນຫາ ແລະ ຜົລກະທົບ ຕ່າງໆ ທີ່ເກີດຂຶ້ນ ຢູ່ ປະເທດລາວ.
ການສົນທະນາ ໃນບັນຫາ ແລະ ຜົລກະທົບ ຕ່າງໆ ທີ່ເກີດຂຶ້ນ ຢູ່ ປະເທດລາວ. (File photo: RFA)

0:00 / 0:00

ບັນຫາການສົ່ງອອກມັນຕົ້ນ ຂອງ ແຂວງສາລະວັນ ຣະຫວ່າງ ປີ 2020-2021 ແມ່ນປະເຊີນກັບຄວາມຫຍຸ້ງຍາກຫຼາຍ ທັງເຣື່ອງ ການຂົນສົ່ງ, ການຮັບຊື້ ໃນຣາຄາບໍ່ຄົງທີ່, ໜັກທີ່ສຸດກໍ ແມ່ນກ່ຽວຂ້ອງກັບ ມາຕການປ້ອງກັນ ການຣະບາດ ເຊື້ອພຍາດໂຄວິດ-19, ທີ່ ທາງຄະນະສະເພາະກິຈ ໄດ້ປະກາດປິດດ່ານສາກົລ. ຕໍ່ກໍຣະນີນີ້ ມັນໄດ້ຮັບຜົລກະທົບ ເປັນຕ່ອງໂສ້. ທັງຂແນງການທີ່ກ່ຽວຂ້ອງ, ຜູ້ປະກອບການຮັບຊື້, ຊາວກະສິກອນ. ທັງສາມບັນຫານີ້ ພວກເຮົາຈະຂໍອະທິບາຍ ໃຫ້ທ່ານໄດ້ຮັບຮູ້ວ່າ ຜົລກະທົບນັ້ນມີຢ່າງໃດແດ່.