ຣັດເຊັຍກູ້ຣະເບິດໄດ້ ກວ່າ 60 ໜ່ວຍແລ້ວ
2018.11.15
ການປະຕິບັດວຽກງານເກັບກູ້ ແລະທໍາລາຍຣະເບິດ ທີ່ບໍ່ທັນແຕກ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຜ່ານການຊ່ວຍເຫລືອ ຂອງເຈົ້າໜ້າທີ່ ກໍາລັງປະກອບອາວຸດ ຈາກປະເທດຣັດເຊັຍ ຮ່ວມກັບເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ມີຄວາມຄືບໜ້າຢ່າງໄວ ໃນການເກັບກູ້ຣະເບິດ ທີ່ ບໍ່ທັນແຕກ ໂດຍໄດ້ເລີ້ມມາແຕ່ຕົ້ນ ເດືອນພຶສຈິກາ ຜ່ານມາ, ເຈົ້າໜ້າທີ່ທັງສອງຝ່າຍ ສາມາດເກັບກູ້ ໃນພື້ນທີ່ໄດ້ແລ້ວ 20 ເຮັກຕ່າ ແລະ ທໍາລາຍລູກຣະເບິດໄດ້ກວ່າ 60 ໜ່ວຍ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:
“ເພີ່ນຊິເຮັດໃຫ້ມັນສໍາເຣັດຕາມສັນຍາ 100 ເຮັກຕ່າ ນີ້ ກ່ອນ ເພິ່ນກໍໄດ້ແລ້ວປະມານ 20 ເຮັກຕ່າ ເພາະວ່າເບື້ອງຕົ້ນ ເຮົາສລຸບໄດ້ 17-18 ເຮັກຕ່າ ແລ້ວ ໄດ້ 60 ກວ່າລູກແລ້ວ ແຕ່ວ່າທໍາລາຍໄປໝົດແລ້ວ ເພາະວ່າກວດພົບເມື່ອໃດ ກໍທໍາລາຍເມື່ອນັ້ນ.”
ທ່ານກ່າວຕື່ມວ່າ ການເກັບກູ້ຣະເບີດຄັ້ງນີ້ ເລີ້ມແຕ່ກາງເດືອນ ຕຸລາ 2018 ໂດຍຝ່າຍລາວ ເປັນຜູ້ຮັບຜິດຊອບ ໃນວຽກງານບຸກເບີກ ອະນາມັຍ ແລະວຽກງານ ແລະຖາງພື້ນທີ່ ທີ່ຈະເກັບກູ້ຣະເບິດ ສ່່ວນຝ່າຍທະຫານຣັດເຊັຍ ໄດ້ຮັບຜິດຊອບກວດຄົ້ນຫາ ແລະທໍາລາຍ ລູກຣະເບິດທີ່ບໍ່ທັນແຕກ ໂດຍກົງ ຕາມຄາດໝາຍ 100 ເຮັກຕ່າ.
ຢ່າງໃດກໍຕາມ ຕາມແຜນການ ໜ່ວຍເກັບກູ້ຣະເບີດ ສາກົນ ຂອງກໍາລັງປະກອບອາວຸດ ທະຫານຣັດເຊັຍ ຈະປະຕິບັດວຽກງານ ເກັບກູ້ ຣະເບິດ ທີ່ບໍ່ທັນແຕກ ໄປຈົນສໍາເຣັດຕາມໂຄງການ ທີ່ວາງໄວ້ ຄືຮອດເດືອນມິນາ 2019 ຫລັງຈາກນັ້ນ ເຈົ້າໜ້າທີ່ ຝ່າຍລາວຈະອອກ ຕິດຕາມ ການປະຕິບັດງານ ພາກສນາມ ແລະໃນສັປດາໜ້ານີ້ ເຈົ້າໜ້າທະຫານຣັດເຊັຍ ຈະເລີ້ມຝຶກອົບຮົມ ຫລັກສູດ ການເກັບກູ້ຣະເບິດ ທີ່ບໍ່ທັນແຕກ ໃຫ້ແກ່ ເຈົ້າໜ້າທີ່ລາວ ແລະ ຈະໃຊ້ເວລາໃນການຝຶກອົບຮົມ ປະມານ 2 ເດືອນ.
ນອກຈາກນັ້ນ ພາຍຫລັງ ພາຣະກິດ ເກັບກູ້ຣະເບີດ ຄົບຕາມກໍານົດເວລາແລ້ວ ຣັດເຊັຍຈະໄດ້ມອບເຄື່ອງອຸປກອນຕ່າງໆ ທີ່ໃຊ້ເກັບກູ້ ແລະຝຶກອົບຮົມໃຫ້ແກ່ ເຈົ້າໜ້າທີ່ລາວ ເພືອສຶບຕໍ່.
ຫົວໜ້າຄນະກັມມະການ ຮັກສາສຸຂພາບ ໃນຣະຫວ່າງການເກັບກູ້ຣະເບິດ ກ່າວວ່າ ເພື່ອຮັບປະກັນ ສຸຂພາບຂອງຜູ້ ປະຕິບັດງານ ໄດ້ຈັດຕັ້ງ ໜ່ວຍຜ່າຕັດສຸກເສີນ ເຂື່ອນທີ່ແຕ່ລະໜ່ວຍ ແພດສນາມ ໃຫ້ຕິດຕາມໃກ້ຊິດ ໃນການເບິ່ງແຍງສຸຂພາບ ຜູ້ປະຕິບັດໜ້າທີ່ ໃນພາກສນາມນໍາອີກ.