ເດັກນ້ອຍລາວ ເຂົ້າຮ່ວມງານ ວັນເດັກ ສາກົນ

ຈໍາປາທອງ
2020.01.22
F-Children-day ເດັກນ້ອຍນັກຮຽນລາວ ທີ່ເຂົ້າຮ່ວມງານ ວັນເດັກສາກົນ ກັງວົນນໍາເຣຶ່ອງ ສະພາບແມ່ນໍ້າຂອງ ທີ່ ເປິເປື້ອນ
RFA/TP

ເດັກນ້ອຍນັກຮຽນປະຖົມລາວ ແລະ ໄທ ພາກອີສານ ທີ່ຢູ່ຕາມແຄມແມ່ນໍ້າຂອງ ໃນເຂດ ເມືອງຊະນະສົມບູນ ແຂວງຈໍາປາສັກ ຂອງລາວ ແລະ ເມືອງໂຂງຈຽມ ແຂວງອຸບົນ ຂອງໄທ ໄດ້ຮ້ອງຂໍໃຫ້ຜູ້ໃຫຍ່ເຊົາຖິ້ມຂີ້ເຫຍຶ້ອ ລົງໃສ່ແມ່ນໍ້າຂອງ ໃນງານວັນເດັກສາກົນ ສອງຝັ່ງຂອງ ລາວ-ໄທ ທີ່ຈັດຂຶ້ນຢູ່ ເມືອງໂຂງຈຽມ ເມື່ອວັນທີ 18 ແລະ 19 ມົກກະຣານີ້.

ໃນຈໍານວນເດັກນ້ອຍນັກຮຽນລາວ ທີ່ວ່ານັ້ນ ກໍມີຜູ້ນຶ່ງຊັ້ນ ປ.3 ຈາກ ເມືອງຊະນະສົມບູນ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ຮັກແມ່ນໍ້າຂອງ ຍ້ອນ ວ່າ ມີສັດນໍ້າຫລາຍຊນິດ ຈຶ່ງຢາກເຊີນຊວນບໍ່ໃຫ້ຖິ້ມຂີ້ເຫຍື້ອລົງນໍ້າ:

"ບໍ່ຖິ້ມຂີ້ເຫຍື້ອ ບໍ່ຖິ້ມກະປ໋ອງນົມ ບໍ່ຖິ້ມຖົງຢາງລົງ ຮັກ ເພາະວ່າມີປາ ມີກະປູ ມີກຸ້ງ ມີຫອຍ."

ແລະເດັກນ້ອຍນັກຮຽນໄທ ຊັ້ນ ປ.4 ຢູ່ເມືອງໂຂງຈຽມ ກໍໄດ້ເວົ້າໄປໃນທໍານອງດຽວກັນກັບ ເດັກນ້ອຍນັກຮຽນລາວ ນັ້ນວ່າ:

"ບໍ່ໃຫ້ຖິ້ມຂີ້ເຫຍື້ອ ບໍ່ໃຫ້ເອົາຂີ້ເຫຍື້ອໄປຖິ້ມ ບໍ່ໃຫ້ເອົາໄວ້ໃນຖໍ້າ ບໍ່ໃຫ້ເອົາໄວ້ໃນໂຂດຫິນ ໃຫ້ເກັບມາຖິ້ມຢູ່ບ້ານ ເພາະວ່າຖ້າເຮົາ ບໍ່ມີ ແມ່ນໍ້າຂອງ ເຮົາກໍບໍ່ມີນໍ້າອາບ ບໍ່ມີນໍ້າຊັກຜ້າ ບໍ່ມີນໍ້າກິນ."

ນອກຈາກເດັກນ້ອຍນັກຮຽນ 2 ຄົນ ທີ່ວ່ານີ້ແລ້ວ ກໍຍັງມີເດັກນ້ອຍ ເຍົາວະຊົນລາວ ແລະໄທ ອີກຫລາຍຄົນ ທີ່ໄດ້ເວົ້າເຖິງການຮັກສາ ແມ່ນໍ້າຂອງ ເອົາໄວ້ໃຫ້ດີ ຫລັງຈາກ ຄຣູ ແລະເຈົ້າໜ້າທີ່ປົກຄອງທ້ອງຖິ່ນ ໄດ້ແນະນໍາໃຫ້ ພວກເຂົາເຈົ້າເອົາໃຈໃສ່ ສະພາບແມ່ນໍ້າຂອງ ຍ້ອນມັນເປັນຊັພຍາກອນ ທໍາມະຊາດ ອັນລໍ້າຄ່າ ຂອງປະຊາຊົນທັງ 2 ຝັ່ງ ລາວ-ໄທ.

ງານວັນເດັກສາກົນ ຣະຫວ່າງລາວ ແລະໄທ ທີ່ໄດ້ຈັດຂຶ້ນ ໃນວັນທີ 18 ແລະ 19 ມົກກະຣາ ນີ້ມີຜູ້ເຂົ້າຮ່ວມປະມານ 600 ຄົນ ໃນນັ້ນ ມີທັງຄຣູ ແລະເຈົ້າໜ້າທີ່ ປົກຄອງບ້ານ ທັງລາວ ແລະໄທ ເຂົ້າຮ່ວມ. ພາຍໃນງານ ມີກິຈກັມແຕ້ມຮູບ, ສອນວິທີ ເກັບມ້ຽນ ແລະແຍກ ປະເພດຂີ້ເຫຍື້ອ ໃຫ້ເດັກນ້ອຍຮູ້ ຂນະທີ່ອໍານາດການປົກຄອງທ້ອງຖິ່ນ ທັງ 2 ຝັ່ງຂອງ ປຶກສາຫາລື ເພື່ອເຮັດວຽກຮ່ວມກັນ ໃນເຣຶ່ອງ ການຮັກສາ ຄວາມສະອາດ ແລະສະພາບແວດລ້ອມ ແມ່ນໍ້າຂອງໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.