ປັບຂຶ້ນ ລາຄານໍ້າມັນ ກະທົບທຸກຂແນງ

ຜູ້ຄົນ ໄປລໍຖ້າ ຊື້ນ້ຳມັນແອັດຊັງ ເພື່ອສຳຮອງໄວ້ໃຊ້ ທີ່ປ້ຳນ້ຳມັນພລັສ ໃນນະຄອນຫຼວງວຽງຈັນ, ເດືອນພຶສຈິກາ 2021 (TS)
ຜູ້ຄົນ ໄປລໍຖ້າ ຊື້ນ້ຳມັນແອັດຊັງ ເພື່ອສຳຮອງໄວ້ໃຊ້ ທີ່ປ້ຳນ້ຳມັນພລັສ ໃນນະຄອນຫຼວງວຽງຈັນ, ເດືອນພຶສຈິກາ 2021 (TS) (Photo: RFA)

0:00 / 0:00

ປັບຂຶ້ນ ລາຄານໍ້າມັນ ກະທົບທຸກຂແນງ ປະຊາຊົນ ກໍຕ້ອງທົນ ແບກຫາບນໍ້າມັນ ລາຄາແພງ ໂດຍຣັຖປ່ອຍໃຫ້ ເປັນໄປຕາມ ກົນໄກຕລາດນໍ້າມັນ. ໂດຍຣັຖ ບໍ່ໄດ້ໃຊ້ທຶນ ເຂົ້າແຊກແຊງ ລາຄາ ຍ້ອນຍັງບໍ່ມີກອງທຶນນໍ້າມັນ.

ໄມ​ຊູ​ລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຂໍນໍາທ່ານເຂົ້າສູ່ ຣາຍການ “ມາຟັງນໍາກັນ” ຣາຍການຂອງພວກເຮົາ ຂໍເປັນສື່ກາງ ໃນການສເນີຂ່າວສານ ຄວາມເປັນຈິງ ທີ່ເກີດຂຶ້ນ ໃນສັງຄົມ. ສຳລັບມື້ນີ້ ພວກເຮົາຈະມາເວົ້າເຖິງ ປະເດັນນໍ້າມັນ ຫົວຂໍ້ ແມ່ນ ປັບຂຶ້ນລາຄານໍ້າມັນ ກະທົບທຸກຂແນງ. ເຊິ່ງກໍຣະນີນີ້ພວກເຮົາ ກໍຈະອີງໃສ່ ເຫດຜົລ ຂອງຫຼາຍພາກສ່ວນ ເພື່ອນຳສເນີໃຫ້ ປະເດັນ ມີຄວາມດຸ່ນດ່ຽງກັນ. ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ ຄື ດັ່ງໄມຊູລີ ໄດ້ເວົ້າໄປ ໃນຕອນຕົ້ນວ່າ ມື້ນີ້ ພວກເຮົາ ຈະສເນີ ປະເດັນ ເຣື່ອງຂອງນໍ້າມັນ ໃນລາວ. ໂດຍອີງໃສ່ ຖານຂໍ້ມູນ ຂອງແຫຼ່ງຂ່າວ ພາຍໃນ ທີ່ໄດ້ກ່າວຕໍ່ ພວກເຮົາ ກ່ຽວກັບ ສະຖານະການ ການປັບຂຶ້ນ ລາຄານໍ້າມັນ ສົ່ງຜົລກະທົບ ຕໍ່ທຸກຂແນງການ.

ທ່ານຜູ້ຟັງ ທີ່ຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ມາຍັງ ອິນບອກ ເພຈ ອາຣ໌ ເອຟ ເອ ແລ້ວພວກເຮົາ ຈະໂທສັມພາດ ເພື່ອນໍາມາອອກ ຣາຍການ. ທີ່ຜ່ານມາ, ກໍຂໍຂອບໃຈ ເປັນຢ່າງສູງ ທີ່ຫຼາຍທ່ານ ໄດ້ເຂົ້າຮ່ວມ ປະກັບຄວາມຄຶດເຫັນ ກັບຣາຍການ ຂອງພວກເຮົາ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)