ບັນຫາສິດທິມະນຸດຕ້ອງ ເວົ້າກັນ
2016.02.11
ອົງການ ສິ້ງຊອມ ສິດທິມະນຸດ ທີ່ມີ ສໍານັກງານ ຢູ່ ສະຫະຣັຖ ອະເມຣິກາ ຖແລງວ່າ ປະທານາທິບໍດີ ບາຣັກ ໂອບາມາ ຄວນເອົາ ເຣື້ອງ ສິດທິມະນຸດ ຂຶ້ນເປັນ ບັນຫາ ສໍາຄັນ ໃນການ ສົນທະນາ ຢູ່ກອງປະຊຸມ ສຸດຍອດ ຜູ້ນໍາ ສະຫະຣັຖ ກັບ ບັນດາ ຜູ້ນໍາ ອາຊຽນ ທີ່ກໍານົດ ຈັດຂຶ້ນ ໃນວັນທີ່ 15 ແລະ 16 ກຸມພາ ນີ້ ຢູ່ຣັຖ ຄາລີຟໍເນັຽ.
ທ່ານ John Sifton ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ ຝ່າຍເອເຊັຽ ກ່າວຢູ່ໃນ ຣາຍງານ 63 ໜ້າເຈັ້ຽ ທີ່ເຜີຍແຜ່ ໃນວັນທີ 10 ກຸມພາ ນີ້ວ່າ, ທ່ານ ໂອບາມາ ຮູ້ດີວ່າ ສິດທິມະນຸດ ເຂດເອເຊັຽ ຕະເວັນອອກ ສ່ຽງໃຕ້ ຢູ່ໃນສະພາບ ຖືກໂຈມຕີ. ບັນຫາ ມີຢູ່ວ່າ ທ່ານ ຈະຍົກຂຶ້ນມາ ເວົ້າບໍ ຫລື ເຮັດສິ່ງໃດ ສິ່ງນຶ່ງ ກ່ຽວກັບ ເຣື້ອງນີ້.
ທ່ານວ່າ ຄວາມສ່ຽງ ຂອງ ກອງປະຊຸມ ສຸດຍອດ ໃນເທື່ອ ທໍາອິດນີ້ ອາດເຮັດໃຫ້ ຜູ້ນໍາ ອາຊຽນ ທີ່ ຮັບຜິດຊອບ ໃນການຈັບ ນັກຂ່າວ ໃສ່ຄຸກ ປາບປາມ ຜູ້ປະທ້ວງ ແບບ ສັນຕິ ແລະ ທັບມ້າງ ສະຖາບັນ ປະຊາທິປະຕັຍ ມີອໍານາດ ຫຼາຍຂຶ້ນ.
ຣາຍງານ ໄດ້ບົ່ງຊື່ ຜູ້ນໍາ ວຽດນາມ, ສປປລາວ, ກໍາພູຊາ, ມາເລເຊັຽ, ປະເທດໄທ, ທີ່ວ່າປາບປາມ ຜູ້ປະທ້ວງ ໂດຍສັນຕິ ແລະໃຊ້ ຄວາມຮຸນແຮງ ຕໍ່ຝ່າຍຕໍານິ ຕິຕຽນ ຣັຖບານ. ສໍາລັບ ຜູ້ນໍາ ວຽດນາມ ແລະ ສປປລາວ ນັ້ນ ຣາຍງານ ໄດ້ບົ່ງຊື່ ທ່ານ ຫງຽວນ ຕັນຢຸງ ແລະ ທ່ານ ຈູມມາລີ ໄຊຍະສອນ, ຊຶ່ງ ເປັນປະເທດ ປົກຄອງ ດ້ວຍ ຣະບອບ ຜະເດັດການ ພັກດຽວ ວ່າ ປະຕິເສດ ສິດ ເສຣີພາບ ຂອງ ປະຊາຊົນ ຄວບຄຸມ ສື່ມວນຊົນ ຂົ່ມຂູ່ ແລະ ທໍຣະມານ ຝ່າຍ ບໍ່ເຫັນດີນໍາ ເພື່ອວ່າຕົນ ຈະໄດ້ຄອງ ອໍານາດ ຕໍ່ໄປ.