ຣັຖບານລາວຍັງເມີນເສີຍເຣື້ອງ ທ.ສົມບັດ
2014.12.05

ກຸ່ມ ສິດທິ ມະນຸດ ຮຽກຮ້ອງ ໃຫ້ ທາງການ ລາວ ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໂດຍ ຮີບດ່ວນ.
ກ່ອນໜ້າ ຈະມີການ ທົບທວນ ປະຈໍາ ລະຍະ ເຣື້ອງ ການ ປະຕິ ບັດ ສິດທິ ມະນຸດ ໃນລາວ ທີ່ ຈະມີຂຶ້ນ ໃນ ວັນທີ 20 ເດືອນ ມົກກະຣາ ປີ 2015 ທີ່ ນະຄອນ ເຈນີວາ ປະເທດ ສວິດເຊິແລັນ, ໃນວັນທີ 3 ທັນວາ ປີ 2014 ນີ້ ຫ້ອງການ ຂໍ້ມູນ ຂອງ ຢູພີອາ ໄດ້ຈັດ ກອງປະຊຸມ ຕຣຽມການ ໂດຍ ເຊື້ອເຊີນ ນັກການທູດ ເຂົ້າຟັງ ຄວາມ ເປັນຫ່ວງ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ຕ່າງໆ ເພື່ອຕຣຽມ ການທົບທວນ ປະຈໍາ ລະຍະ ດັ່ງກ່າວ.
ມີຫຼາຍ ອົງການ ຮ່ວມທັງ ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ມີ ສໍານັກງານ ຢູ່ ນະຄອນຫຼວງ ປາຣີ ໄດ້ສົ່ງ ຄໍາຮຽກຮ້ອງ ເຖິງ ທາງການ ລາວ ຊຶ່ງ ຫ້ອງການ UPR ພໍ ສລຸບໄດ້ ດັ່ງນີ້:
1.ໃຫ້ ດໍາເນີນ ການສືບສວນ ໃນ ທັນທີ ທັນໃດ ຣະອຽດ ຖີ່ຖ້ວນ ແລະ ບໍ່ພິກປີ້ນ ສອດຄ່ອງ ກັບ ມາຕຖານ ສາກົນ ກ່ຽວກັບ ການບັງ ຄັບ ໃຫ້ ຫາຍສາບສູນ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ລາວ, ໂດຍ ໃຫ້ເປີດເຜີຍ ຮູບພາບ ວີດີໂອ ໃນ ກ້ອງ ວົງຈອນປິດ ຕົ້ນສະບັບ ໃຫ້ ສາທາຣະນະຊົນ ຮູ້ເຫັນນໍາ ແລະ ໃຫ້ຮັບເອົາ ຂໍສເນີ ຊ່ວຍເຫລຶອ ຈາກ ນັກຊ່ຽວຊານ ຕ່າງ ປະເທດ ໃນການ ວິເຄາະ ຫລັກຖານ ແລະ ຮູບພາບ ໃນ ວີດີໂອ.
2.ໃຫ້ ທາງການ ລາວ ຈັດຕັ້ງ ປະຕິບັດ ພັນທະ ທີ່ ສັນຍາ ໄວ້ໃນ ການທົບທວນ ປະຈໍາ ຣະຍະ ເຣື້ອງ ສິດທິ ມະນຸດ ປີ 2010, ຮ່ວມທັງ ໃຫ້ເຂົ້າຮ່ວມ ຢູ່ໃນ ICPPED ແລະ ຮັບເອົາ ຂໍ້ກົດໝາຍ ສາກົນ ຕ່າງໆ ກ່ຽວກັບ ສິດທິ ມະນຸດ ທີ່ ສປປລາວ ເປັນ ພາຄີ.
3.ໃຫ້ ດັດແກ້ ກົດໝາຍ ແພ່ງ ໃຫ້ມີ ຄວາມ ຮັບຜິດຊອບ ຂຶ້ນ ກ່ຽວກັບ ການກະທໍາ ວ່າດ້ວຍ ການບັງຄັບໃຫ້ ຫາຍສາບສູນ.
4.ອະນຸຍາດ ໃຫ້ ມາດາມ ອຶງ ຊູຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ເຂົ້າເຖິງ ເອກກະສານ ການ ສອບສວນ ແລະ ຂໍ້ມູນອື່ນໆ ທີ່ ນາງ ມີສິດ ໄດ້ຮັບ.
5.ໃຫ້ ສືບສວນ ການບັງຄັບ ໃຫ້ ຫາຍສາບສູນ ຮ່ວມທັງ ນັກ ເຄື່ອນໄຫວ 9 ຄົນ ທີ່ຖືກຈັບ ເມື່ອ ວັນທີ່2 ພຶສຈິກາ ປີ 2009 ທີ່ ກ່ຽວຂ້ອງ ກັບ ການວາງແຜນ ປະທ້ວງ ແບບ ສັນຕິ ເພື່ອ ຮຽກຮ້ອງ ປະຊາທິປະຕັຍ ຄວາມ ເປັນທັມ ແລະ ນັບຖື ສິດທິ ໃນການ ເປັນເຈົ້າຂອງ ທີ່ດິນ.