ສາກົນວ່າ ທາງການລາວ ບໍ່ຢາກ ເວົ້າເຖິງ ທ.ສົມບັດ
2017.12.15

ທ່ານ Andrea Giorgetta ຜູ້ອໍານວຍການ ສະຫະພັນສາກົລ ເພື່ອສິດທິມະນຸສ ປະຈໍາພາກພື້ນເອເຊັຍ ກ່າວວ່າ ປັດຈຸບັນ ທາງການ ສປປລາວ ພຍາຍາມກີດກັນ ປະຊາຊົນລາວ ບໍ່ໃຫ້ເວົ້າເຖິງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີ ເດັ່ນຂອງລາວ ທີ່ຖືກບັງຄັບ ໃຫ້ຫາຍສາບສູນໄປ ເປັນເວລາ 5 ປີແລ້ວນັ້ນ.
ທາງການລາວ ບໍ່ເປີດເຜີຍຂໍ້ມູນກ່ຽວກັບຄວາມຄືບໜ້າ ຂອງການສືບສວນສອບສວນຫາທ່ານແຕ່ຢ່າງໃດ ເຖິງແມ່ນວ່າຈະເຄີຍໃຫ້ຄໍາໝັ້ນ ສັນຍາ ກັບອົງການຈັດຕັ້ງຕ່າງໆວ່າ ຈະພຍາຍາມຊອກຫາຂ່າວຄາວ ກ່ຽວກັບ ທ່ານ ສົມບັດ ສົມພອນ ແລ້ວກໍຕາມ ດັ່ງທີ່ທ່ານ ກ່າວວ່າ:
"The government of Laos.... ທ່ານກ່າວວ່າ ຣັຖບານສປປລາວ ກີດກັ້ນປະຊາຊົນ ໃນສັງຄົມລາວ ບໍ່ໃຫ້ສົງໃສ ເຣື່ອງ ທ່ານ ສົມບັດ ສົມພອນ ແລະບໍ່ໄດ້ຖແລງເຖິງ ຄວາມຄືບໜ້າ ໃນການສືບສວນ ສອບສວນ ມາເປັນເວລາຫລາຍປີແລ້ວ. ຜ່ານມາ ຣັຖບານລາວ ເຄີຍໃຫ້ ຄໍາໝັ້ນສັນຍາກັບຕ່າງປະເທດ ວ່າຈະຕາມຫາ ທ່ານ ສົມບັດ ຢ່າງຈິງຈັັງ ແຕ່ກໍບໍ່ເຮັດຕາມຄໍາໝັ້ນສັນຍາ ທີ່ໄດ້ໃຫ້ໄວ້ ນັ້ນຈົນເທົ່າ ຮອດມື້ນີ້ ທັ້ງໆທີ່ບໍ່ເປັນເຣື່ອງຍາກ."
ແລະໃນໂອກາດທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນໄປຄົບຮອບ 5 ປີນີ້, ທ່ານ Andrea ຢາກໃຫ້ ຣັຖບານສປປລາວ ຮູ້ວ່າອົງການ ພາກປະຊາຊົນ ທົ່ວໂລກ ຈະບໍ່ເຊົາຕາມຫາ ຄໍາຕອບ ຈົນກວ່າຈະຮູ້ຄໍາຕອບຈະແຈ້ງວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ.
ພ້ອມກັນນັ້ນກໍຮຽກຮ້ອງໃຫ້ ທາງການ ສປປລາວ ສືບສວນສອບສວນຫາຕໍ່ໄປ. ແລະຫລາຍອົງການຈັດຕັ້ງໄດ້ ທົບທວນຄືນວ່າ ການທີ່ ຣັຖບານ ສປປລາວ ໃຫ້ຄໍາໝັ້ນສັນຍາ ກັບນາໆຊາດ ເຣື່ອງການຕິດຕາມຫ າທ່ານ ສົມບັດ ນັ້ນເປັນໜ້າເຊື່ອຖື ຫລືບໍ່ ຊຶ່ງໃນໂອກາດ ຄົບຮອບ 5 ປີ ທີ່ທ່ານ ສົມບັດ ຖືກບັງຄັບ ໃຫ້ຫາຍສາບສູນໄປນັ້ນ ກໍມີອົງການຈັດຕັ້ງຕ່າງໆໃນທົ່ວໂລກ 122 ອົງການ ຕ້ອງການ ຢາກຮູ້ວ່າ “ທ່ານ ສົມບັດ ຢູ່ໃສ”. ໃນນັ້ນກໍມີຮວມທັງອົງການ ສິດທິມະນຸດ Human Rights Watch, ອົງການ ນີຣະໂທດກັມສາກົນ ແລະອົງການ Sombath Initiative ນໍາດ້ວຍ.