ສາກົນກັງວົນເຣື່ອງ ທ.ເພັດພູທອນ ຫາຍສາບສູນ
2019.12.11

ທ່ານ Phil Robertson ຮອງຜູ້ອຳນວຍການອົງການ ສິ້ງຊອມດ້ານສິດທິມະນຸດ ປະຈຳຂົງເຂດເອເຊັຽ ແລະ ປາຊິຟິກ ໃຫ້ສຳພາດຕໍ່ເອເຊັຽ ເສຣິ ວ່າການຫາຍສາບສູນຂອງ ທ້າວ ເພັດພູທອນ ພິລາຈັນ ຢູ່ລາວ, ເຈົ້າຫນ້າທີ່ລາວ ຕ້ອງແຈ້ງໃຫ້ ສາທາຣະນະຊົນຮູ້ວ່າ ມີຫຍັງເກີດຂຶ້ນ ກັບເຂົາ ຍ້ອນວ່າ ເຂົາຫາຍສາບສູນ ຫຼັງຈາກຂ້າມໄປລາວ, ດັ່ງທ່ານກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 11 ທັນວາ ປີ 2019 ວ່າ:
“ການຫາຍສາບສູນ ຂອງ ທ້າວເພັດພູທອນ ຢູ່ລາວ ເຈົ້າຫນ້າທີ່ລາວ ຕ້ອງແຈ້ງໃຫ້ສາທາຣະນະຊົນ ຮູ້ກ່ຽວກັບຂໍ້ມູນທັງໝົດ ທີ່ເກີດຂຶ້ນກັບລາວ ມັນເປັນເວລາເກືອບຮອດນຶ່ງເດືອນ ທີ່ຮູ້ກ່ຽວກັບລາວ ຄັ້ງຫຼ້າສຸດ ຄອບຄົວ ແລະ ໝູ່ເພື່ອນຂອງລາວ ມີຂໍ້ມູນໜ້ອຍວ່າລາວຈະຢູ່ໃສ, ອິງຕາມປວັດການເຄື່ອນໄຫວ ທາງດ້ານການເມືອງ ຢູ່ບາງກອກ ຫຼາຍຄົນສົງສັຍວ່າລາວຖືກຈັບ."
ທ່ານວ່າ ທາງການລາວ ຕ້ອງຮັບຜິດຊອບກ່ຽວກັບ ການຫາຍສາບສູນ ຂອງ ທ້່າວເພັດພູທອນ ເຊັ່ນກັນກັບຫຼາຍຄົນລາວ, ຫຼາຍຄົນທີ່ຖືກ ບັງຄັບ ໃຫ້ຫາຍສາບສູນໃນລາວ ໃນຣະຍະທີ່ຜ່ານມາ ແລະ ຕ້ອງສືບສວນເຣື້ອງນີ້ ຢ່າງຮີບດ່ວນ ທ່ານກ່າວຕື່ມວ່າ:
“ເທົ່າເຖິງປັດຈຸຍັນ ຍັງບໍ່ມີການຢືນຢັນຫຍັງໝົດ ຈາກທາງການລາວ ສິ່ງທີ່ພວກເຮົາຢາກເວົ້າ ກໍແມ່ນວ່າ ຖ້າວ່າລາວຖືກເຈົ້າໜ້າທີ່ລາວຈັບ ທາງການລາວ ຕ້ອງປະກາດໃຫ້ຮູ້ ແລະ ບອກເຖິງບ່ອນທີ່ລາວຖືກກັກຂັງ ຮ່ວມທັງອະທິບາຍ ວ່າລາວຖືກຈັບ ຍ້ອນຫຍັງ ແຕ່ຖ້າຫາກ ຣັຖບານລາວ ປະຕິເສດວ່າບໍ່ມີສ່ວນພົວພັນ ກ່ຽວກັບເຣື້ອງນີ້ ກໍຕ້ອງທຳການສືບສວນ ຢ່າງຮີບດ່ວນວ່າ ມີຫຍັງເກີດຂື້ນກັບລາວ ແລະ ຣາຍງານໃຫ້ຍາດພີ່່ນ້ອງ ແລະ ສາທາຣະນະຊົນຮູ້.”
ໃນຂນະດຽວກັນ ຍານາງ ວານິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສູນກາງຢູ່ ປະເທດຝຣັ່ງເສດ ກໍເວົ້າວ່າ ກໍຣະນີຂອງທ້າວ ເພັດພູທອນ ເປັນອີກກໍຣະນີນຶ່ງ ທີ່ຄົນລາວຖືກບັງຄັບ ໃຫ້ຫາຍສາບສູນ ໃນລາວ ຄືກັບຄົນລາວ ຫຼາຍຄົນທີ່ຜ່ານມາ ເປັນຕົ້ນ ທ່ານ ສົມບັດ ສົມພອນ ແລະ ຄົນອື່ນໆ, ດັ່ງ ຍານາງກ່າວຕໍ່ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ທ້າວ ເພັດພູພອນ ແມ່ນກໍຣະນີໃໝ່ ຫຼ້າສຸດ ຂອງການຫາຍສາບສູນ ແບບຖືກບັງຄັບ ໃນສປປລາວ ມັນສະແດງໃຫ້ເຫັນ ອີກເທື່ອນຶ່ງວ່າ ຣະບອບນີ້ ທຳທຸກຢ່າງ ໃນການປາບປາມທຸກຮູບແບບ. ດ່ັງນັ້ນ ໃນຄຳປາສັຍ ຕໍ່ອົງການສາກົນ ຂອງຂ້າພະເຈົ້າ ໃນມື້ອື່ນນີ້, ຂ້າພະເຈົ້າ ຈະຍົກບັນຫາ ການຫາຍສາບສູນ ແບບຖືກບັງຄັບໃນລາວ ພ້ອມທັງຮຽກຮ້ອງໃຫ້ເພິ່ນ ຮຽກທວງໃຫ້ ສປປລາວ ແກ້ໄຂການລ່ວງຣະເມີດ ສິດທິມະນຸດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ໃນລາວ.”
ທ້າວ ເພັດພູທອນ ເປັນນຶ່ງໃນຈໍານວນຄົນງານລາວ ທີ່ເຄີຍໄປຮຽກຮ້ອງເພື່ອສິດທິມະນຸດ ແລະ ປະຊາທິປະໄຕໃນລາວ ຢ່າງສັນຕິ ຢູ່ຕໍ່ໜ້າສະຖານທູຕລາວ ຢູ່ນະຄອນຫຼວງບາງກອກ, ຜູ້ກ່ຽວເປັນເຄືອຂ່າຍດຽວກັນກັບ ທ້າວ ອ໊ອດ ໄຊຍະວົງສ໌ ຄົນງານລາວໃນໄທ ທີ່ຫາຍສາບສູນ ໄປກ່ອນໜ້ານີ້ ແລະ ຍັງເປັນກຸ່ມດຽວກັນກັບ ຄົນງານລາວ 3 ຄົນ ທີ່ຖືກຕັດສິນຈໍາຄຸກ ຢູ່ລາວຄື ທ້າວ ສົມພອນ ພິມມະສອນ, ທ້າວ ສຸກັນ ໃຈທັດ ແລະ ນາງຫຼອດຄໍາ ທັມມະວົງສ໌ ທີ່ຖືກຈັບໃນຂໍ້ຫາ ໃສ່ຮ້າຍປ້າຍສີ ພັກ-ຣັຖ.