ນາຍົກຈະປາບພວກສໍ້ຣາສ
2016.11.07

ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ ຂໍໃຫ້ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ຂັ້ນແຂວງ ຕິດຕາມ ກວດກາ ພຶດຕິກັມ ການສໍ້ຣາສ ບັງຫຼວງ ເພີ້ມຂຶ້ນ ເປັນຕົ້ນ ການຮັບເງິນ ກ້ອງໂຕະ ແລະ ທ່ານ ຍັງໃຫ້ ສັນຍາວ່າ ຣັຖບາລ ຊຸດນີ້ ຈະກວດລ້າງ ການສໍ້ຣາສ ບັງຫລວງ ຢ່າງເຂັ້ມງວດ ຂຶ້ນ ພາຍຫລັງ ທີ່ມີການ ກວດສອບ ພົບວ່າມີ ຜູ້ຣະເມີດ ວິນັຍການເງິນ ຫຼາຍຂຶ້ນ. ຕາມທີ່ທ່ານ ໄດ້ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດ:
"ສະມາຊິກ ສະພາແຫ່ງຊາດ ສະພາທ້ອງຖິ່ນ ຂໍໃຫ້ຕິດຕາມ ກວດກາແດ່ ເງິນໃຕ້ໂຕະ ຫຼາຍໂພດ ຜ່ານມາ ຣັຖບານ ຊຸດນີ້ ຈະດໍາເນີນການ ຂ້ອນຂ້າງ ເຂັ້ມງວດ ພໍສົມຄວນ ຕໍ່ ບັນຫານີ້ ອົງການ ກວດສອບ ແຫ່ງຣັຖ ໄດ້ກວດເຫັນ ຫຼາຍຂໍ້ ຂາດຕົກ ບົກຜ່ອງ ໃນການ ຣະເມີດ ວິນັຍການເງິນ ຜ່ານມານີ້ ກະມີ ທ່າອ່ຽງ ເພີ່ມຂຶ້ນ".
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ອາວຸໂສ ແຂວງອັດຕະປື ເວົ້າວ່າການທີ່ ທ່ານ ທອງລຸນ ປະກາດວ່າ ຈະເອົາຈິງເອົາຈັງ ໃນບັນຫາ ການສໍ້ຣາສ ບັງຫລວງ ນັ້ນ ເປັນສິ່ງທີ່ ດີຫຼາຍເພາະ ຈະເຮັດໃຫ້ ງົບປະມານແຫ່ງຊາດ ບໍ່ຮົ່ວໄຫຼ ຊຶ່ງ ເຈົ້າໜ້າທີ່ ຣັຖບານ ສວຍໂອກາດ ຍັກຍອກເງິນ ຂອງຣັຖ ທີ່ເຮັດໃຫ້ ຫຼາຍໆໂຄງການ ບໍ່ສຳເຣັດ ຕາມແຜນ:
"ບັນຫາເຫລົ່ານີ້ກະຄື ປະເທດອື່ນໆ ມັນກະມີ ກະທາງ ອົງການກວດສອບ ຣັຖບານ ກໍາລັງ ກວດຢູ່ນະ ກະເຊື່ອແນ່ວ່າ ສິເປັນຜົລດີ ແກ້ໄດ້ ຫັ້ນແລ້ວ ສິເຮັດໃຫ້ ການຄຸ້ມຄອງ ເງິນຕຣາ ຂອງເຮົານີ້ ກະສິບໍ່ ຮົ່ວບໍ່ໄຫລ ຫລືວ່າ ການໃຊ້ຈ່າຍ ກະສິບໍ່ ຟູມເຟືອຍ".
ນັບຕັ້ງແຕ່ ຄນະຣັຖບານ ຂອງ ທ່ານ ທອງລຸນ ເລີ້ມການ ບໍຣິຫານ ປະເທດ ມາບໍ່ພໍເທົ່າໃດ ເດືອນ ໃນ ສື່ສັງຄົມ ອອນລາຍ ຢູ່ລາວ ຕ່າງກໍເຊື່ອວ່າ ຣັຖບານ ຊຸດນີ້ ຈະແກ້ໄຂ ບັນຫາ ຫຼາຍຢ່າງ ທີ່ເກີດຂຶ້ນ ໃນ ສປປລາວ ທີ່ທ່ວງດຶງ ຄວາມຈະເຣີນ ຂອງ ປະເທດ.