ຫວນຄືນ 22 ປີ ຂະບວນນັກສຶກສາປະທ້ວງ
ການປະທ້ວງຂອງຂະບວນນັກສຶກສາລາວ 26 ຕຸລາ ທີ່ນະຄອນຫຼວງວຽງຈັນ ເຖິງເວລາລ່ວງເລີຍມາໄດ້ 22 ປີແລ້ວ ຜູ້ຄົນກໍຍັງຈື່ຈໍາໄດ້ດີ ທີ່ທວງໃຫ້ທາງການລາວປ່ຽນແປງການປົກຄອງຈາກລະບອບຜະເດັດການໄປສູ່ປະຊາທິປະໄຕ.
- 2021-10-26
-
-
-
Your browser doesn’t support HTML5 audio
ການເຄື່ອນໃຫວປະທ້ວງ ຂອງຂະບວນນັກສຶກສາລາວ ໄດ້ດໍາເນີນໄປໃນໂອກາດບຸນຊ່ວງ ເຮືອອອກພັນສາ ໃນມື້ວັນທີ 26 ຕຸລາ 1999 ຢູ່ກາງນະຄອນຫຼວງວຽງຈັນ ທວງໃຫ້ທາງການລາວປ່ຽນແປງການປົກຄອງ ຈາກລະບອບຜະເດັດການໄປສູ່ ປະຊາທິປະໄຕຢ່າງແທ້ຈິງ ມີຫຼາຍພັກການເມືອງ, ເຮັດໃຫ້ປະເທດເປັນເຈົ້າຕົນເອງ ແລະມີການພັທນາແບບຍືນຍົງ ຖ່າມກາງຕໍາຣວດ ແລະທະຫານ ທັງໃນເຄື່ອງແບບ ແລະນອກເຄື່ອງແບບຢັ່ງຢາຍກັນຢູ່ ທຸກຈອກທຸກແຈ ເພື່ອປ້ອງກັນບໍ່ໃຫ້ເກີດອັນທີ່ທາງການລາວເອີ້ນວ່າ ຄວາມວຸ້ນວາຍໃນສັງຄົມ ຊຶ່ງໃນທີ່ສຸດກໍຖືກປາບປາມ ກ່ອນຈະເຣິ່ມທໍາການປະທ້ວງ, ມາເຖິງປີ 2021 ນີ້ກໍຄົບ ຮອບ 22 ປີ.
ເຖິງຂະບວນການນັ້ນ ຈະຖືກປາບປາມ ແຕ່ບັນດານັກຕໍ່ສູ້ເພື່ອສິດທິມະນຸດ ແລະຄວາມເປັນທັມ ທັງມວນ ຕ່າງກໍຈົດຈໍາວິຣະກັມ ດັ່ງກ່າວແບບບໍ່ມີວັນຈະຫຼົງລືມໄດ້. ຄນະນໍາ ຂະບວນປະທ້ວງ 5 ທ່ານ ຄື ທ່ານ ທອງປະເສີດ ເກື້ອກຸນ, ທ່ານ ບົວວັນ ຈັນມະນີວົງ, ທ່ານ ຄໍາພູວຽງ ສີສະອາດ, ທ່ານ ແສງອາລຸນ ແພງພັນ ແລະທ່ານ ແກ້ວໃຈ ໄດ້ຖືກຈັບ ແລະຖືກທາງການລາວຕັດສິນ ລົງໂທດຈໍາຄຸກເຖິງ 20 ປີ ໃນຂໍ້ຫາກໍ່ຄວາມວຸ້ນວາຍໃນສັງຄົມ ແລະຫວັງທໍາຣາຍຄວາມປອດໄພຂອງຊາດ. ໃນນັ້ນ ທ່ານ ຄໍາພູວຽງ ສີສະອາດ ໄດ້ເສັຽຊີວິດໄປແລ້ວ ອີງຕາມຄໍາເວົ້າຂອງທ່ານ ອະຣິຍະພົນ ຈັນທະລາ ຊຶ່ງເປັນນຶ່ງໃນຄະນະນໍາ ຂະບວນການນັກສຶກສາລາວ 26 ຕຸລາ ຕໍ່ວິທຍຸເອເຊັຽເສຣີທີ່ຜ່ານມາ ແລະຄະນະນໍາອີກ 6 ທ່ານ ຮວມທັງຍານາງ ນວມຄໍາ ຄໍາພິລາວົງ ຫົວໜ້າຂະບວນປະທ້ວງ ທີ່ທາງການລາວ ບໍ່ສາມາດຈັບໄດ້ ກໍພາກັນລີ້ຊ່ອນ ເອົາຕົວຫລົບໜີໄປຂໍລີ້ໄພການ ເມືອງຢູ່ສະຫະຣັຖອາເມຣິກາ ດ້ວຍການຊ່ອຍເຫລືອຂອງອົງການສະຫະປະຊາຊາດ ປະຈໍາປະເທດໄທຍ. ໃນຖານະຫົວໜ້າຂະບວນປະທ້ວງ 26 ຕຸລາ, ຍານາງ ນວມຄໍາ ຄໍາພິລາວົງ ໄດ້ກ່າວທົບທວນເຖິງ ເຫດການບາງອັນທີ່ສໍາຄັນ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ຕຸລານີ້ວ່າ ຍ້ອນເປັນຫ່ວງນໍາປະເທດຊາດ ທີ່ມີການປົກ ຄອງດ້ວຍຣະບົບພັກດຽວ, ປະຊາຊົນຂາດສິດເສຣີພາບ ແລະປະຊາທິປະໄຕ ຈຶ່ງມີການປະທ້ວງເກີດຂຶ້ນ.
ຄໍາຂັວນທີ່ໃຊ້ສໍາລັບການປະທ້ວງ ມີຫຼາຍຄໍາຂັວນ, ໃນນັ້ນມີ 2 ຄໍາຂັວນ ຊຶ່ງຂຽນໃສ່ປ້າຍຜ້າໃຫຍ່ສີແດງ ທີ່ຂຽນເປັນໂຕໜັງສືສີຂາວ. ແຜ່ນຜ້າທີ່ຂຽນເປັນພາສາລາວ ເວົ້າວ່າ ສັຕວັດທີ 21 ເປັນສັດຕວັດແຫ່ງການປ່ຽນແປງ ແລະປ້າຍທີ່ຂຽນເປັນພາສາອັງກິດ ເວົ້າວ່າ Freedom for Laos ຂໍໃຫ້ລາວມີອິສຣະເສຣີ. ຍານາງ ນວມຄໍາ ກ່າວວ່າ ໃນຂະນະທີ່ທາງການເລິ້ມປາບປາມຂະບວນປະທ້ວງຢູ່ນັ້ນ ແມ່ນເປັນໄລຍະທີ່ຍານາງກໍາລັງເລາະກວດກາແຕ່ລະກຸ່ມຢູ່ ຈໍານວນນຶ່ງຖືກຈັບກຸມ. ແຕ່ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ອາວຸໂສ ຂອງທາງການລາວ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ພາຍຫລັງການປະທ້ວງບໍ່ດົນ, ໃນງານບຸນຊ່ວງເຮືອວັດຈັນ ທີ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຕໍາຣວດລາວ ໄດ້ມີການຈັບກຸມຄົນແທ້ ຈັບພວກຂີ້ເຫລົ້າເມົາຢາ ບໍ່ແມ່ນຈັບພວກປະທ້ວງ.
ເວົ້າເຖິງຄວາມສໍາຄັນຂອງຂະບວນນັກສຶກສາ 26 ຕຸລາ ໃນການຕໍ່ສູ້ເພື່ອຄວາມເປັນທໍາໃນລາວ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ຕຸລານີ້ວ່າ: “ມີຄວມສໍາຄັນຍິ່ງ...”
ດຣ. ບຸນທອນ ກ່າວຕື່ມວ່າ ເຖິງທາງການສປປລາວ ຈະປາບປາມຂະບວນປະທ້ວງ ຂອງນັກສຶກສາ 26 ຕຸລາກໍຕາມ ແຕ່ກໍຍັງມີຂະບວນການເຄື່ອນໃຫວ ເພື່ອປະຊາທິປະໄຕໃນລາວ ເກີດຂຶ້ນຢ່າງລຽນຕິດຢູ່ຕໍ່ມາ ຍິ່ງຫຼາຍກວ່າເກົ່າ ທັງຢູ່ພາຍໃນແລະຕ່າງປະເທດ ເຊັ່ນຂະບວນຄົນງານລາວຢູ່ປະເທດໄທຍ ປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ເພື່ອຄວາມເປັນທັມ ບໍ່ມັກການປົກຄອງແບບຜະເດັດການ.
ທ່ານ ອຸດົງ ໄຊຊະນະ ຜູ້ຮັບຜິດຊອບວຽກງານຕ່າງປະເທດ ຂອງຣັຖບານ ແຫ່ງພຣະຣາຊອານາຈັກລາວ ສມັຍຮື້ຟື້ນ ແລະທັງເປັນຜູ້ໃຫ້ການສນັບສນູນ ຊ່ອຍເຫລືອຂະບວນນັກສຶກສາ ທີ່ໄດ້ທໍາການປະທ້ວງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ນັບແຕ່ໄດ້ມີການປ່ຽນແປງ ລະບອບການປົກຄອງ ມາໄດ້ນານສົມຄວນ ກໍບໍ່ເຫັນວ່າ ການບໍຣິຫານປະເທດມີຄວາມກ້າວໜ້າ.
ທ່ານກ່າວຕື່ມວ່າ ຫລັງຈາກຂະບວນນັກສຶກສາ ໄດ້ທໍາການປະທ້ວງແລ້ວ ຕໍ່ມາກໍມີຫຼາຍເຫດການປະທ້ວງ ຂອງນັກສຶກສາ ຂອງປະຊາຊົນລາວເກີດຂຶ້ນ ທີ່ສະແດງຄວາມເປັນຫ່ວງຕໍ່ຊາດ ອັນເປັນສັນຍານໃຫ້ຣັຖບານຮູ້ວ່າ ບ້ານເມືອງຄວນຈະແກ້ໄຂຕໍ່ໄປ ໄປສູ່ຄວາມຈະເຣີນ ຊ່ອຍໃຫ້ຣັຖບານສໍານຶກວ່າ ຄວາມເປັນຫ່ວງຂອງປະຊາຊົນມີຫຍັງແດ່ ການເຄື່ອນໃຫວຍັງຈະມີຢູ່ຕໍ່ໄປ ຕາບໃດທີ່ວ່າ ປະເທດຊາດຍັງບໍ່ມີປະຊາທິປະໄຕຢ່າງແທ້ຈິງ ຍັງບໍ່ມີຄວາມຍຸຕິທັມ ແນ່ນອນການເຄື່ອນໃຫວ ຈະມີຢູ່ຕໍ່ໄປ. ແລະທ່ານ ອິນຊີທອງ ຄະນະນໍາແລະທັງເປັນໂຄສົກ ຂອງອົງການລາວເສຣີ ທີ່ສະຫະຣັຖອາເມຣິກາ ກໍກ່າວວ່າ ຂະບວນການນີ້ມີຄວາມກ້າຫານທີ່ສຸດ ເປັນມູນເຊື້ອແຫ່ງການຕໍ່ສູ້ ຂອງປະຊາຊົນລາວ. ເຖິງເວລາໄດ້ຜ່ານມາ 22 ປີແລ້ວ ແຕ່ເພື່ອເປົ້າໝາຍຄືດັ່ງກ່າວ ຍານາງ ນວມຄໍາ ຄໍາພິລາວົງ ເວົ້າວ່າ ຄະນະຂອງພວກທ່ານທັງ 6 ຄົນ ໄດ້ມາລີ້ໄພການເມືອງ ຢູ່ສະຫະຣັຖອາເມຣິການີ້ ກໍເປັນເວລາດົນນານພໍສົມຄວນ, ໄດ້ປະຕິບັດວຽກງານເພື່ອເປົ້າໝາຍນັ້ນຢູ່ຕລອດ, ຕິດຕໍ່ຫາກັນແລະຮ່ວມການເຄື່ອນໄຫວ ກັບຂະບວນການຈັດຕັ້ງຕ່າງໆເປັນຢ່າງດີຕລອດມາ. ພ້ອມກັນນັ້ນ ຍານາງ ກໍຮຽກຮ້ອງໃຫ້ປະຊາຊົນລາວ ທັງຢູ່ພາຍໃນ ແລະຕ່າງປະເທດ ຈົ່ງເປັນນໍ້ານຶ່ງໃຈດຽວກັນ ຮັກປະເທດຊາດບ້ານເມືອງ ຮັກບ້ານເກີດເມືອງນອນ ຮ່ວມໄມ້ຮ່ວມມືກັນໝົດທຸກຄົນ ໝົດທຸກການຈັດຕັ້ງ ເພື່ອເຮັດໃຫ້ ສປປລາວ ມີການປ່ຽນແປງໄປສູ່ປະ ຊາທິປະໄຕຢ່າງແທ້ຈິງ. ການເກີດມີການຮວມຕົວກັນເປັນຂະບວນປະທ້ວງ ເຖິງຢູ່ຕໍ່ໜ້າຄວາມສ່ຽງຕໍ່ການທີ່ຈະຖືກທາງການປາບປາມນັ້ນ ກໍໍຍ້ອນການຕັດສິນໃຈອັນເດັດດ່ຽວ, ມີຄວາມເສັຍສະຣະອັນສູງສົ່ງ ແລະຄວາມອາດຫານ ຂອງບັນດານັກສຶກສາ, ຊາວໜຸ່ມ ແລະປະຊາຊົນລາວທົ່ວໄປ ທີ່ຖືເອົາສິດ ແລະຜົລປໂຍດອັນຊອບທໍາຂອງຊາດ ແລະປະຊາຊົນ ເໜືອກວ່າສິ່ງອື່ນໃດ ຕໍ່ສູ້ຢ່າງສັນຕິວິທີ ຕ້ານລະບອບຜະເດັດການ ພັກດຽວ ເພື່ອໃຫ້ໄດ້ມາຊຶ່ງສິດ, ເສຣີພາບ ແລະປະຊາທິປະໄຕ ຂອງປະຊາຊົນລາວທັງຊາດ ແລະເຮັດໃຫ້ປະເທດເປັນເອກກະຣາດ ເປັນເຈົ້າຕົນເອງ. ການເຄື່ອນໃຫວປະທ້ວງ ຂອງຂະບວນນັກສຶກສາລາວ 26 ຕຸລາ 1999 ຫຼາຍຄົນຫຼາຍອົງການຈັດຕັ້ງ ຮວມທັງ ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ, ອົງການລາວເສຣີ Free Laos Campaign ເວົ້າວ່າ ເປັນເຫດການທີ່ສະແດງໃຫ້ເຫັນເຖິງຄວາມອາດຫານ ເດັດດ່ຽວຕໍ່ສູ້ ດ້ວຍການເສັຽສະຣະທຸກຢ່າງ ຂອງຊາວໜຸ່ມ ນັກສຶກສາແລະປະ ຊາຊົນລາວທົ່ວໄປ ເພື່ອໃຫ້ໄດ້ມາຊຶ່ງສິດ ເສຣີພາບ ແລະປະຊາທິປະໄຕ ຂອງປະຊາຊົນລາວທັງມວນ ແລະຄວາມເປັນເຈົ້າຂອງປະເທດຊາດ. ສະບາຍດີ