ສິດທິນັບຖືສາສນາອື່ນຢູ່ລາວ ບໍ່ມີ
2014.05.01

ຄະນະ ກັມມາທິການ ດ້ານ ສິດ ເສຣິພາບ ທາງ ສາສນາ ໃນ ສະຫະຣັຖ ອອກບົດ ຣາຍງານ ປະຈຳ ປີ 2014 ໃນ ວັນພຸດ ວ່າ ສປປລາວ ຍັງສືບຕໍ່ ຣະເມີດ ສິດທິ ໃນການ ນັບຖື ສາສນາ ຢູ່ຢ່າງ ຮຸນແຮງ. ດັ່ງ ດຣ ກາຕຣີນາ ສເວດ ຮອງ ປະທານ ຄະນະ ກັມມາ ທິການ ອົງການ ດັ່ງກ່າວ ເວົ້າວ່າ:
"ສປປລາວ ກໍບໍ່ມີ ຫຍັງ ແຕກຕ່າງ ກັບປີ ທີ່ຜ່ານມາ ມີຄວາມ ຄືບ ຫນ້າ ໃນການ ນັບຖື ສາສນາ ພຸດ ໃນເຂດ ໃນເມືອງ ແຕ່ການ ນັບຖື ສາສນາ ອື່ນ ຂອງ ຊົນເຜົ່າ ໃນແຂວງ ອື່ນ ຍັງມີ ການ ຣະເມີດ ຫລາຍຢູ່ ດ້ວຍການ ຈັບກຸມ ສິ້ງຊອມ ແລະ ນາບຂູ່ ຂົ່ມເຫັງ".
ບົດລາຍງານ ໃນປີນີ້ ໄດ້ເປີດເຜີຍ ການຣະເມີດ ສິດທິ ທາງ ສາສນາ ໃນ 33 ປະເທດ ທີ່ ຫນ້າເປັນຫວ່ງ ໃນນັ້ນ ຮ່ວມດ້ວຍ ພະມ້າ ຈີນ ອີ່ຫຍີບ ອີນເດັຽ ອີນໂດນເຊັຽ ອີ່ຣານ ອີ່ຣັກ ໄນເຈເຣັຽ ເກົາຫລີ ເຫນືອ ປາກີສຖານ ຣັຖເຊັຽ ຄິວບາ ໂຊເດັຽ ອາຣັບເບັຽ ຊູດານ ຊີ່ເຣັຽ ວຽດນາມ ແລະ ສປປລາວ.
ສຳລັບ ສປປລາວ ແລ້ວ ບົດຣາຍງານ ຣະບຸວ່າ ຍັງມີການ ຝ່າຝືນ ສິດ ເສຣີພາບ ທາງສາສນາ ຫລາຍຢູ່ ໃນລາວ ໂດຍສະເພາະ ໃນເຂດ ຊົນເຜົ່າ ແລະ ກົດຫມາຍ ການ ຫ້າມປາມ ການນັບຖື ສາສນາ ອື່ນ ຍັງຖືກ ບັງຄັບໃຊ້ ຢູ່. ທາງການ ລາວ ທັງ ບໍ່ສາມາດ ຫລື ບໍ່ມີ ຈຸດປະສົງ ທີ່ຈະຢຸດ ການຝ່າຝືນ ສິດທິ ທາງສາສນາ ໃນແຂວງ ອື່ນໆ ໃນລາວ ແລະ ເຈົ້າຫນ້າທີ່ ລາວ ກໍຍັງ ຈັບກຸມ ກຸ່ມ ສາສນາ ຄຣິສຕຽນ ຢູ່.
ໃນຣະຍະ 5 ປີ ທີ່ຜ່ານມາ ສິດທິ ການນັບຖື ສາສນາ ອື່ນ ໃນລາວ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ. ເຈົ້າຫນ້າທີ່ ຣັຖ ຍັງສີ້ງຊອມ ຈັບກຸມ ແລະນາບຂູ່ ກຸ່ມຖື ສາສນາ ອື່ນຢູ່ ເພື່ອໃຫ້ ຂະເຈົ້າ ປະລະ ແລະ ຍົກເລີກ ການເຊື່ອຖື ໃນລາວ.