ການສຶກສາຂຍາຍບໍ່ໄດ້ ຕາມແຜນ


2013.10.15
F-School ໂຮງຮຽນປະຖົມສົມບູນ ບ້ານໂພນສູງ ຊື່ງຢູ່ບໍ່ຫ່າງໄກຈາກ ນະຄອນຫລວງວຽງຈັນ
Citizen Journalist

 

ຣັຖບານລາວ ຈະບໍ່ສາມາດຂຍາຍການສຶກສາໄປສູ່ເຂດຊົນນະບົດ ໃຫ້ໄດ້ຕາມແຜນເປົ້າໝາຍທີ່ວາງໄວ້ ເພາະຣັຖບານຂາດເຂີນງົບປະມານ ຂາດເຂີນຄຣູ ແລະພໍ່ແມ່ນັກຮຽນກໍຍັງທຸກຍາກ. ດັ່ງເຈົ້າໜ້າທີ່ຂັ້ນສູງຂອງກະຊວງສຶກສາແລະກິລາ ທ່ານນຶ່ງເວົ້າວ່າ:

“ເນື່ອງຈາກຄອບຄົວພໍ່ແມ່ ກໍຍັງທຸກຍາກຢູ່ ໄປທໍາການຜລິດຢູ່ເຂດຫ່າງໄກສອກຫລີກ ຖືວ່າສະພາບທາງດ້ານເສຖກິດສັງຄົມບໍ່ອໍານວຍຄວາມ ສະດວກ ເຮັດໃຫ້ຄອບຄົວນັ້ນຕ້ອງ ເຄື່ອນຍ້າຍໄປນໍາການຜລິດພໍ່ແມ່ກໍເອົາລູກຫລານໄປນໍາ ຈໍາເປັນພາໃຫ້ລູກຫລານປະລະການຮຽນ ການ ຄ້າງຫ້ອງນີ້ ມາຈາກການສິດສອນ ຂອງຄຣູຈໍານວນນຶ່ງທີ່ ເຮັດໃຫ້ນັກຮຽນຮຽນບໍໄດ້.”

ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີສປປລາວກ່າວຕໍ່ກອງປະຊຸມສະພາແຫ່ງຊາດເມື່ອເດືອນກໍຣະກະດາປີນີ້ວ່າຣັຖບານມີເປົ້າໝາຍຈະ ຂຍາຍການ ສຶກສາໄປສູ່ເຂດຊົນນະບົດສອກຫລີກຫ່າງໄກໃຫ້ທົ່ວເຖິງ ເຊັ່ນຈະຊຸກຍູ້ສົ່ງເສີມ ໃຫ້ເດັກນ້ອຍທີ່ມີອາຍຸຣະຫວ່າງ 6ຫາ10 ປີ ໃຫ້ ໄດ້ເຂົ້າໂຮງຮຽນເຖິງ 95 ສ່ວນຮ້ອຍ ພາຍໃນປີ 2015 ແຕ່ເມື່ອປີກາຍມີເດັກນ້ອຍພຽງແຕ່ 73 ສ່ວນຮ້ອຍເທົ່ານັ້ນ ໄດ້ຮຽນໜັງສື ຍັງເຫລືອ ຢູ່ເຖິງ 22 ສ່ວນຮ້ອຍຈຶ່ງຈະໄດ້ຕາມຣະດັບຄາດໝາຍ.

ການຂຍາຍການສຶກສາໄປສູ່ເຂດຊົນນະບົດ ຕ້ອງການງົບປະມານຫລາຍເພື່ອປຸກໂຮງຮຽນຖນົນຫົນທາງ ແລະເພື່ອຈ້າງນາຍຄຣູ ແຕ່ປັດຈຸບັນ ຣັຖບານລາວກຳລັງຂາດເຂີນງົບປະມານຢ່າງໜັກຕ້ອງປະຫຍັດແມ້ແຕ່ເງິນເດືອນຂອງຄຣູ ແລະພະນັກງານທີ່ມີຢູ່ແລ້ວນັ້ນກໍຍັງບໍ່ສາມາດຈ່າຍ ໃຫ້ພວກເຂົາເຈົ້າໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.